ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ເອີ້ນນາຍົກ ການາດາ ວ່າ "ບໍ່ຊື່ສັດ"


ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ກ່າວ
ຄຳປາໄສໃນກອງປະຊຸມຖະແຫຼງຂ່າວຄັ້ງສຸດທ້າຍທີ່ກອງ
ປະຊຸມສຸດຍອດ G-7 ໃນເຂດເທດສະບານ ລາ ມາລແບ, ພາກພື້ນ ຊາກເລີວົວ, ແຂວງ ເກເບັກ, ປະເທດ ການາດາ. 9 ມິຖຸນາ, 2018.
ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ ທຣູໂດ ກ່າວ ຄຳປາໄສໃນກອງປະຊຸມຖະແຫຼງຂ່າວຄັ້ງສຸດທ້າຍທີ່ກອງ ປະຊຸມສຸດຍອດ G-7 ໃນເຂດເທດສະບານ ລາ ມາລແບ, ພາກພື້ນ ຊາກເລີວົວ, ແຂວງ ເກເບັກ, ປະເທດ ການາດາ. 9 ມິຖຸນາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວວ່າ ທ່ານໄດ້ຊີ້ນຳຕົວແທນຂອງ
ທ່ານບໍ່ໃຫ້ລົງນາມໃນຖະແຫຼງການ ຂອງບັນດາຜູ້ນຳ 7 ປະເທດທຸກຄົນ ທີ່ເຂົ້າຮ່ວມ
ໃນກອງປະຊຸມສຸດຍອດ G-7 ໃນປະເທດ ການາດາ ເມື່ອວັນສຸກ ແລະ ວັນເສົາວານ
ນີ້, ໂດຍອ້າງເຖິງຖະແຫຼງການຕ່າງໆທີ່ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ
ທຣູໂດ ໄດ້ເຮັດຂຶ້ນຫຼັງຈາກທ່ານເດີນທາງ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ ທວິດເຕີ ໃນການຕອບໂຕ້ຕໍ່ຄຳປາໄສຂອງທ່ານ ທຣູ
ໂດ ທີ່ວ່າ ການເກັບພາສີຄັ້ງໃໝ່ຂອງ ສະຫະລັດ ຕໍ່ອາລູມີນຽມ ແລະ ເຫຼັກກ້າເປັນການ
“ດູຖູກ” ນັ້ນວ່າ “ບໍ່ຊື່ສັດຫຼາຍ ແລະ ອ່ອນແອ.”

ທ່ານ ທຣຳ ໄດ້ກ່າວເພີ່ມເຕີມວ່າ “ອີງຕາມຄຳເວົ້າທີ່ບໍ່ແມ່ນຄວາມຈິງຂອງທ່ານ ທຣູໂດ
ໃນກອງປະຊຸມຖະແຫຼງຂ່າວຂອງທ່ານ ແລະ ເລື່ອງທີ່ ການາດາ ກຳລັງເກັບພາສີຢ່າງ
ຫຼວງຫຼາຍຕໍ່ບັນດາຊາວນາ, ກຳມະກອນ ແລະ ບໍລິສັດ ສະຫະລັດ ຂອງພວກເຮົານັ້ນ,
ຂ້າພະເຈົ້າໄດ້ຊີ້ນຳຕົວແທນ ສະຫະລັດ ຂອງພວກເຮົາບໍ່ໃຫ້ຮັບຮອງຖະແຫຼງການ ໃນ
ຂະນະທີ່ພວກເຮົາພິຈາລະນາເກັບພາສີຕ່າງໆ ຕໍ່ຍານພາຫະນະທັງຫຼາຍ ທີ່ກຳລັງຫຼັ່ງ
ໄຫຼເຂົ້າມາຕະຫຼາດ ສະຫະລັດ.”

ທ່ານ ທຣູໂດ ໄດ້ປິດກອງປະຊຸມສຸດຍອດ G-7 ປະຈຳປີໃນປະເທດ ການາດາ ເມື່ອວັນ
ເສົາວານນີ້ ໂດຍປະຕິເສດທີ່ຈະປ່ຽນຄວາມຄິດເຫັນທີ່ໄດ້ເຮັດໃຫ້ທ່ານໂຕ້ຖຽງກັບ
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ໂດຍສະເພາະການເກັບພາສີຄັ້ງໃໝ່ຕໍ່
ເຫຼັກກ້າ ແລະ ອາລູມີນຽມ ທີ່ໄດ້ເຮັດໃຫ້ ການາດາ ແລະ ສະຫະພາບ ຢູໂຣບ ບໍ່ສະ
ບາຍໃຈ.

ທ່ານໄດ້ເວົ້າໃນຄຳປາໄສປິດພິທີວ່າ ການາດາ ຈະດຳເນີນຕໍ່ໄປກັບມາດຕະການໂຕ້
ຕອບຕ່າງໆກັບສິນຄ້າ ສະຫະລັດ ໄວສຸດແມ່ນວັນທີ 1 ເດືອນກໍລະກົດ.

ທ່ານ ທຣູໂດ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວຫຼັງຈາກກອງປະຊຸມສຸດຍອດວ່າ
“ຂ້າພະເຈົ້າເນັ້ນໂດຍກົງເຖິງທ່ານປະທານາທິບໍດີວ່າ ປະຊາຊົນ ການາດາ ເຫັນວ່າ
ມັນເປັນເລື່ອງທີ່ຮ້າຍແຮງທີ່ ສະຫະລັດ ໄດ້ດຳເນີນໄປໜ້າກັບການເກັບພາສີຄັ້ງໃຫຍ່
ນັ້ນ. ຄົນ ການາດາ ນັ້ນ, ພວກເຮົາສຸພາບຮຽບຮ້ອຍ, ພວກເຮົາມີເຫດມີຜົນ, ແຕ່ພວກ
ເຮົາກໍຈະບໍ່ຍອມໃຫ້ຖືກລັງແກໄປມາເຊັ່ນກັນ.”

ນາຍົກລັດຖະມົນຕີ ອັງກິດ ທ່ານນາງ ເທຣີຊາ ເມ ກໍໄດ້ກ່າວຢໍ້າຄຳເວົ້າຂອງທ່ານ ທຣູ
ໂດ ເຊັ່ນກັນ, ໂດຍສັນຍາວ່າຈະຕອບໂຕ້ຄືນສຳລັບການເກັບພາສີຕໍ່ສິນຄ້າຂອງ ສະ
ຫະພາບ ຢູໂຣບ. ທ່ານນາງໄດ້ກ່າວວ່າ “ການສູນເສຍການຄ້າຂາຍຜ່ານການເກັບພາ
ສີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ການແຂ່ງຂັນ, ຈະຫຼຸດຜ່ອນການຜະລິດ, ເສຍ
ຄວາມດຶງດູດທີ່ຈະທຳການປ່ຽນແປງໃໝ່ ແລະ ຈະເຮັດໃຫ້ທຸກຄົນທຸກຍາກໃນທີ່ສຸດ.
ແລະ ເພື່ອເປັນການຕອບໂຕ້ນັ້ນ, ສະຫະພາບ ຢູໂຣບ ກໍຈະວາງມາດຕະການຕອບ
ໂຕ້ເຊັ່ນກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump: The US Has Been Taken Advantage of
please wait

No media source currently available

0:00 0:00:50 0:00

XS
SM
MD
LG