ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜົນງານຂອງທ່ານ ທຣຳ ໃນກອງປະຊຸມ ສຸດຍອດ G-20 ໄດ້ຮັບ ການວິຈານ ຫຼາກຫຼາຍຮູບແບບ


Trump's Post-Summit Tweets Ridiculed by Lawmakers
please wait

No media source currently available

0:00 0:02:09 0:00

ເຊີນຊົນວິດີໂອ ກ່ຽວກັບ ຂ່າວນີ້.

ບໍ່ເທົ່າໃດຊົ່ວໂມງລຸນຫຼັງ ການເດີນທາງກັບຈາກຕ່າງປະເທດຄັ້ງທີສອງ ໃນຖານະປະທາ
ນາທິດີຂອງທ່ານນັ້ນ, ທ່ານ ດໍໂນລ ທຣຳ ແລະ ພວກຜູ້ຕາງໜ້າທັງຫຼາຍຂອງທ່ານ ໄດ້
ອອກມາປາກົດຕົວໃນວັນອາທິດວານນີ້, ແລະ ເອີ້ນການເດີນທາງຂອງເພິ່ນວ່າ “ປະສົບ
ຄວາມສຳເລັດຢ່າງໂດດເດັ່ນ.”
ຫົວໜ້າພະນັກງານຂອງທຳນຽບຂາວ ທ່ານ Peince
Priebus ໄດ້ກ່າວໃນການສຳພາດກັບໂທລະພາບ Fox ໃນວັນອາທິດວານນີ້ວ່າ ທ່ານປະທານາທິບໍດີໄດ້ເປັນ “ດາລາດວງນ່ຶງ” ຂອງກອງປະຊຸມສຸດຍອດ G20 ໃນເມືອງ ແຮມ
ເບີກ ປະເທດ ເຢຍຣະມັນ.

ທ່ານ ທຣຳ ໄດ້ເປັນຜູ້ເລີ່ມຕົ້ນໃນການບັນລະຍາຍເຖິງຄວາມສຳເລັດ ຂອງທ່ານ ດ້ວຍ
ການຂຽນຂໍ້ຄວາມໃນ Twitter ຫຼາຍຢ່າງ, ລວມ ມີຂໍ້ຕົກລົງຢຸດຍິງ ຊີເຣຍ ທີ່ “ຈະຊ່ວຍ
ເຫຼືອຊີວິດຂອງປະຊາຊົນໄວ້,”
ແລະ ໄດ້ກ່າວເນັ້ນວ່າ ທ່ານໄດ້ຍຶດໝັ້ນ ກ່ຽວກັບ ການ
ວາງມາດຕະການລົງໂທດຕໍ່ ຣັດເຊຍ ໃນລະຫວ່າງການເຈລະຈາກັບປະທານາທິບໍດີ
ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ທ່ານໄດ້ຂຽນວ່າ “ການວາງມາດຕະການລົງໂທດແມ່ນບໍ່ໄດ້ຖືກປຶກສາຫາລືໃນລະຫວ່າງ
ການປະຊຸມກັບປະທານາທິບໍດີ ປູຕິນ. ມັນຈະບໍ່ມີຫຍັງເກີດຂຶ້ນຈົນກວ່າບັນຫາ ຢູເຄຣນ
ແລະ ຊີເຣຍ ຈະຖືກແກ້ໄຂ.”

ກ່ອນໜ້ານີ້, ທ່ານ ທຣຳ ໄດ້ເປີດເຜີຍຖະແຫຼງການສະບັບໜຶ່ງຈາກ ອະດີດຜູ້ລົງແຂ່ງຂັນ
ເອົາຕຳແໜ່ງປະທານາທິບໍດີ ສັງກັດພັກຣີພັບ ບລີກັນ ທ່ານ Bob Dole, ຜູ້ທີ່ໄດ້ກ່າວວ່າ
ຄຳປະໄສຂອງປະທານາທິບໍດີ ໃນປະເທດ ໂປແລນ ແມ່ນ “ສິ່ງໜຶ່ງທີ່ຄວນຖືກຈົດຈຳໄວ້
ຍາວນານ”
ແລະ ໄດ້ກ່າວເພີ່ມເຕີມວ່າ “ປະຊາຊົນ ອາເມຣິກັນ ຄວນພາກພູມໃຈທີ່ການ
ນຳພາທີ່ເຂັ້ມແຂງໄດ້ກັບຄືນມາ.”

ອີກສອງຂໍ້ຄວາມທີ່ຂຽນລົງໃນ Twitter ໃນວັນອາທິດວານນີ້ກໍຄື ທ່ານ ທຣຳ ໄດ້ກ່າວ
ຕອບໂຕ້ພວກນັກວິຈານທີ່ກ່າວວ່າ ເພິ່ນບໍ່ມີຄວາມໜັກແໜ້ນພໍ ໃນການປະເຊີນໜ້າກັບ
ທ່ານ ປູຕິນ ກ່ຽວກັບ ການແຊກແຊງເຂົ້າໃນການເລືອກຕັ້ງຂອງ ຣັດເຊຍ.

ທ່ານໄດ້ກ່າວປະຕິເສດຢ່າງຮຸນແຮງວ່າ “ຂ້າພະເຈົ້າໄດ້ກົດດັນປະທາ ນາທິບໍດີ ປູຕິນ
ຢ່າງໜັກສອງຄັ້ງ ກ່ຽວກັບ ການແຊກແຊງຂອງ ຣັດເຊຍ ໃນການເລືອກຕັ້ງຂອງພວກ
ເຮົາ."

ທ່ານກ່າວວ່າ “ທ່ານ ປູຕິນ ແລະ ຂ້າພະເຈົ້າ ໄດ້ປຶກສາຫາລືກັນ ໃນ ການກໍ່ຕັ້ງ ໜ່ວຍຮັກ
ສາຄວາມປອດໄພທາງຄອມພິວເຕີ ທີ່ບໍ່ສາມາດ ເຈາະຜ່ານໄດ້ ດັ່ງນັ້ນ ການລັກເຈາະຂໍ້
ມູນໃນການເລືອກຕັ້ງ ແລະ ສິ່ງທີ່ບໍ່ດີອື່ນໆຈຶ່ງຈະຖືກປ້ອງກັນໄວ້ໄດ້.”

ພັກຝ່າຍຄ້ານ ເດໂມແຄຣັດ ໄດ້ເວົ້າເຢາະເຢີ້ຍຄວາມຄິດ ກ່ຽວກັບ ການເຮັດວຽກກັບ ຣັດ
ເຊຍ ເພື່ອປ້ອງກັນການແຊກແຊງໃນການ ເລືອກຕັ້ງ. ໃນການປາກົດຕໍ່ລາຍການ State
of the Union ຂອງ ໂທລະພາບ CNN ນັ້ນ, ທ່ານ Adam Schiff, ສະມາຊິກລັດຖະສະ
ພາ, ແລະ ສະມາຊິກອາວຸໂສຂອງຄະນະກຳມະການສືບລັບສະພາຕໍ່າ ພັກເດໂມແຄຣັດ
ໄດ້ກ່າວວ່າ ການເປັນຄູ່ຮ່ວມຮັກສາຄວາມປອດໄພ ທາງຄອມພິວເຕີກັບ ມົສກູ ແມ່ນ
“ເປັນອັນຕະລາຍຢ່າງຍິ່ງ.”

ທ່ານ Schiff ໄດ້ກ່າວວ່າ “ຖ້ານັ້ນແມ່ນທາງເລືອກທີ່ດີທີ່ສຸດໃນການປ້ອງກັນການເລືອກ
ຕັ້ງຂອງພວກເຮົາ, ເຮົາກໍໜ້າຈະສົ່ງຫີບປ່ອນບັດຂອງພວກເຮົາໄປໄວ້ ມົສກູພຸ້ນຄືຊິດີ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG