ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ປ. ທ​ຣຳ ກ່າວ​ຕໍ່​ ທ່ານ​ກິມ ວ່າ ເຮົາ​ໄປ​ຈັບ​ມື​ກັນ ຢູ່ທີ່​ເຂດ​ປອດ​ທະ​ຫານ DMZ


ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ
ປ. ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ

ປະທານາທິບໍດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານຍິນດີທີ່​ຈະ​ພົບ​ກັບ​ຜູ້​ນຳ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ​ອຶນ ໃນ​ເຂດ​ປອດ​ທະ​ຫານ ຫຼື DMZ ທີ່ແບ່ງແຍກ​ສອງ​ເກົາ​ຫຼີ​ນັ້ນ ພຽງ​ແຕ່ເພື່ອ​ຈະ “ຈັບ​ມື​ກັນ ແລະ​ຖາມ​ສະ​ບາຍ​ດີ ເທົ່ານັ້ນ.”

ທ່ານ​ ທ​ຣຳ ໄດ້​ສະ​ເໜີ​ໃນ​ການ​ຂຽນ​ລົງ​ໃນ​ທວິດ​ເຕີ້ ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງກ່ອນ​ທີ່​ທ່ານ ຈະເດີນທາງໄປຮອດ​ເກົາ​ຫຼີໃຕ້​ ໃນວັນ​ເສົາ​ມື້​ນີ້.

“ໃນ​ຂະ​ນະ​ຢູ່ທີ່ນັ້ນ, ຖ້າ​ຫາກວ່າ​ປະ​ທານ​ປະ​ເທດ​ກິມ ແຫ່ງເກົາ​ຫຼີ​ເໜືອເຫັນ​ອັນ​ນີ້​ແລ້ວ,
ຂ້າ​ພະ​ເຈົ້າ​ຈະ​ພົບ​ກັບ​ເພິ່ນ ໃນ​ເຂດຊາຍ​ແດນ DMZ ພຽງ​ແຕ່ເພື່ອຈະ “ຈັບ​ມື​ກັນ ແລະ​
ຖາມ​ສະ​ບາຍ​ດີ(?)!”
​ຊຶ່ງ​ທ່ານທຣຳ​ໄດ້​ລະ​ບຸ​ໄວ້ໃນທວີດເຕີ້.

ການ​ກ່າວ​ຕໍ່​ພວກ​ນັກ​ຂ່າວ ໃນ​ກອງ​ປະ​ຊຸມ​ສຸດຍອດ ກຸ່ມ G20 ໃນ​ຍີ່​ປຸ່ນ ນັ້ນ ທ່ານ​ທ​ຣຳ
ໄດ້​ກ່າວ​ວ່າ ທ່ານ​ໄດ້​ຕັດ​ສິນ​ໃຈ ​ໃນຕອນ​ເຊົ້າ​ວັນ​ເສົາ​ມື້​ນີ້​ວ່າ “​ສົ່ງ​ຂໍ້ສະເໜີ” ເພື່ອຈະ​ພົບ
​ທ່ານ​ກິມ ໂດຍ​ກ່າວ​ເພີ້​ມ​ຕື່ມ​ວ່າ ການ​ພົບ​ປະ​ກັນເຊັ່ນ​ນີ້ ຈະ​ໃຊເວບາພຽງປະ​ມານ 2 ນາ​ທີ
​ເທົ່າ​ນັ້ນ.

“ພວກ​ເຮົາ​ຈະ​ພົບ​ປະ​ກັນ ປະ​ມານ 2 ນາ​ທີ,” ຊຶ່ງ​ທ່ານ​ທ​ຣຳ ໄດ້​ກ່າວ​ໄວ້ແລະ​ໄດ້​ກ່າວ
​ຕໍ່​ໄປ​ວ່າ “ມັນ​ກໍ​ເປັນ​ພຽງ​ສິ່ງ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ໄດ້. ແຕ່​ວ່າ ມັນ​ຈະ​ດຳ​ເນີນ
​ໄປ​ດ້ວຍ​ດີ.”

ທ່ານ​ທ​ຣຳ ໄດ້​ກ່າວ​ ​ຕໍ່ໄປ​ວ່າ ທ່ານ​ຈະ​ມີ​ຄວາມ​ຮູ້ສຶກວ່າ “​ສະ​ບາຍ” ການ​ຍ່າງ​ຂ້າມ​ຊາຍ​ແດນເຂົ້າໄປ​ໃນ​ເກົາ​ຫຼີເໜືອ. ຖ້າ​ຫາກວ່າ ມັນ​ເກີດ​ຂຶ້ນ​ໄດ້, ນັ້ນ​ກໍ​ຈະ​ເປັນ​ຄັ້ງ​ທຳ​ອິດ​
ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ສະ​ຫະ​ລັດ ໄດ້​ໄປ​ຢ້ຽມ​ຢາມ​ເກົາ​ຫຼີ​ເໜືອ.

ທ່ານ​ກິມ ຍັງ​ບໍ່​ທັນ​ໄດ້​ຕອບ​ຮັບ​ກັບ​ຂໍ້ສະ​ເໜີ​ຂອງ​ທ່ານ​ທ​ຣຳ. ແຕ່​ວ່າ ຮອງ​ລັດ​ຖະ​ມົນ​ຕີ​
ການ​ຕ່າງ​ປະ​ເທດຂອງ​ເກົາ​ຫຼີ​ເໜືອ ທ່ານ Choe Son Hui ໄດ້​ເອີ້ນການ​ເຊື້ອ​ເຊີນ
​ດັ່ງ​ກ່​າວ​ນີ້​ວ່າ “ເປັນ​ຂໍ້​ສະ​ເໜີ​ທີ່ໜ້າ​ສົນ​ໃຈ.”

“ພວກ​ເຮົາ​ເຫັນ​ມັນ ຄື​ວ່າ ເປັນ​ຂໍ້​ສະ​ເໜີ​ທີ່ໜ້າ​ສົນ​ໃຈ, ແຕ່​ວ່າ ພວກ​ເຮົາ ຍັງ​ບໍ່​ທັນ​
ໄດ້​ຮັບ​ຂໍ້​ສະ​ເໜີ​ຢ່າງ​ເປັນ​ທາງ​ການ​ເທື່ອ,”
ຊຶ່ງ​ທ່ານ Choe ໄດ້​ກ່າວ​ໄວ້ ໃນ​ຖະ​ແຫຼງ​ການ​
ສະ​ບັບ​ນຶ່ງ​ທີ່​ນຳລົງ​ເຜີຍ​ແຜ່ ໃນ​ສູນ​ກາງ​ຂ່າວ​ຂອງ​ລັດ​ຖະ​ບານ​ເກົາ​ຫຼີ​ເໜືອ ນັ້ນ.

“ນີ້ຈະ​ຖື​ວ່າ​ເປັນ​ໂອກາດ​ດີ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ ໃນການເສີມ ​ສາຍ​ພົວ​ພັນ​ແບບ
ສ່ວນ​ຕົວ​ໃຫ້​ເລິກເຊິ່ງ ລະ​ຫວ່າງຜູ້​ນຳທັງ​ສອງ ແລະ​ຈະເຮັດ​ໃຫ້​ສາຍ​ພົວ​ພັນ​ສອງ​ຝ່າຍ ​
ໃຫ້​ກ້າວ​ໄກ​ໄປ​ໜ້າ,”
ຊຶ່ງ​ທ່ານ Choe ໄດ້​ກ່າວ​ເພີ້ມໄວ້.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG