ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ຕ້ອງຕິ ມິດຕະພາບ ລະຫວ່າງ ທ່ານ Mueller ກັບອະດີດຫົວໜ້າ FBI


ອະດີດຫົວໜ້າສັນຕິບານກາງ ທ່ານ James Comey ຂວາ ໂອ້ລົມກັບ ຜູ້ສຳເລັດໜ້າທີຄົນກ່ອນ ທ່ານ Robert Mueller.
ອະດີດຫົວໜ້າສັນຕິບານກາງ ທ່ານ James Comey ຂວາ ໂອ້ລົມກັບ ຜູ້ສຳເລັດໜ້າທີຄົນກ່ອນ ທ່ານ Robert Mueller.

ໃນ​ການ​ໃຫ້​ສຳພາດ​ອອກ​ອາກາດທາງ​ໂທລ​ະພາບເປັນເທື່ອ​ທຳ​ອິດ ​ໃນຮອບ​ຫົກ​ອາ
ທິດນັ້ນ ປະທານາທິບໍດີ​ທຣໍາກ່າວ​ວ່າ ​ເປັນ​ເລື່ອງ​ທີ່ “​ໜ້າ​ລຳ​ຄານ​ຫຼາຍ” ທີ່​ຜູ້​ນຳພາ​
ການ​ສືບສວນ ​ກ່ຽວກັບ​ຄວາມ​ເປັນ​ໄປ​ໄດ້ ທີ່ອາດ​ມີ​ການ​ພົວພັນ​ລະຫວ່າງ ຄະນະ​ໂຄ
ສະນາ​ຫາ​ສຽງ​ຂອງ​ທ່ານ ​ແລະຣັດ​ເຊຍ​ນັ້ນ​ ເປັນ​ເພື່ອນ​ກັບ​ອະດີດຜູ້ອຳນວຍ​ການອົງ
ການສັນ​ຕິ​ບານ​ກາງ ຫຼື FBI ທ່ານ James Comey.

ປະທານາທິບໍດີ​ທຣໍາກ່າວ​ຕໍ່​ລາຍການ “Fox and Friends” ຂອງໂທລະພາບ Fox
News ​ວ່າ​ ໄອ​ຍະ​ການ​ພິ​ເສດ Robert Mueller ​ເປັນ “​ເພື່ອນ​ໃກ້ຊິດ​ທີ່​ສຸດ​ກັບທ່ານ
Comey ຊຶ່ງ​ເປັນ​ເລື່ອງ​ທີ່​ລົບ​ກວນໃຈ​ຫຼາຍ."

ນອກ​ນັ້ນ ປະທານ​າທິບໍດີ​ຍັງ​ໄດ້​ສະ​ເໜີ​ແນະ​ວ່າ ທ່ານ Mueller ອາດ​ຈະຕ້ອງ​ໄດ້ລາ​
ອອກ ​ໃນເວລາໃດ​ເວລາ​ນຶ່ງ ​ໂດຍກ່າວ​ວ່າ “ພວກ​ເຮົາ​ຈະ​ຕ້ອງໄດ້ເບິ່ງ” ຖາມ​ເຖິງ​ສາມ
​ເທື່ອ​ວ່າ ທ່ານ Mueller ຄວນ​ຈະ​ຖອນ​ໂຕ​ທ່ານ​ເອງ ​ອອກ​ຈາກ​ການ​ສືບສວນຫລື​ບໍ່. ປະທານາທິບໍດີທຣໍາ ກ່າວ​ວ່າ ທ່ານມີ​ຄວາມ​ເປັນ​ຫ່ວງ​ວ່າ ທ່ານ Mueller ​ໄດ້​ຈ້າງ​ບັນ
ດາ​ທະນາຍຄວາມຜູ້​ທີ່​ໄດ້​ບໍລິຈາກເງິນ​ໃຫ້ແກ່​ພັກ​ເດ​ໂມ​ແຄຣັດມາ​ກ່ອນ.

ທ່ານ Sean Spicer ໂຄສົກທຳນຽບຂາວ ຕອບຄຳຖາມບັນດານັກຂ່າວ.
ທ່ານ Sean Spicer ໂຄສົກທຳນຽບຂາວ ຕອບຄຳຖາມບັນດານັກຂ່າວ.

​ໂຄສົກ​ທຳນຽບຂາວ​ທ່ານ Sean Spicer ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນເວລາ​ຕໍ່​ມາຂອງ
ແລງ​ວັນ​ສຸກ​ວານ​ນີ້ວ່າ ​ໃນ​ຂະນະ​ທີ່​ປະທານາທິບໍດີຍັງ “ຮັກສາ​ອຳນາດ” ທີ່​ຈະ​ປົດ
ທ່ານ Mueller ອອກ​ຈາກ​ໜ້າ​ທີ່​ແຕ່ “ທ່ານ​ກໍບໍ່​ມີ​ຈຸດ​ປະສົງ​ທີ່​ຈະ​ປະຕິບັດ ເຊັ່ນ​ນັ້ນ.”

ສະມາຊິກສະພາຕໍ່າ ທ່ານ Mike Conaway ພັກຣິພັບບລິກັນ ຈາກລັດ Texas ຊ້າຍ ແລະຄະນະກຳມະການສືບລັບ ລັດຖະສະພາ ທ່ານ Adam Schiff ພັກແຄຣັດ ຈາກລັດ ລັດ California.
ສະມາຊິກສະພາຕໍ່າ ທ່ານ Mike Conaway ພັກຣິພັບບລິກັນ ຈາກລັດ Texas ຊ້າຍ ແລະຄະນະກຳມະການສືບລັບ ລັດຖະສະພາ ທ່ານ Adam Schiff ພັກແຄຣັດ ຈາກລັດ ລັດ California.

ທ່ານ Mueller ​ຊຶ່ງເຄີຍ​ເປັນຜູ້ອຳນວຍການ​ອົງການສັນຕິ​ບານ​ກາງ​ກ່ອນທ່ານ
Comey ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ໄອ​ຍະ​ການພິ​ເສດ​ ໂດຍກະຊວງ​ຍຸຕິ​ທຳ ​ເພື່ອ​ນຳພາ​
ການ​ສືບ​ສວນ ຫຼັງ​ຈາກ​ປະທານາທິບໍດີ​ທຣໍາ​ໄດ້​ປົດ​ທ່ານ Comey ອອກ​ຈາ​ໜ້າ​ທີ່ ຜູ້
ນຳພາ​ການ​ສືບສວນກ່ຽວ​ກັບ​ເລື່ອງຣັດ​ເຊຍ ​ໃນ​ເວລາ​ທີ່​ທ່ານ​ຖືກ​ປົດ ນັ້ນ. ທ່ານ
Mueller ​ແລະ​ຄະນະ​ກຳມະການ​ສ​ະພາ​ຈຳນວນ​ນຶ່ງກຳລັງ​ສືບສວນເບິ່ງການ​ພົວພັນ
ຂອງຣັດ​ເຊຍ ​ເຂົ້າ​ໃນ​ໃນ​ການ​ເລືອກ​ຕັ້ງ​ສະຫະລັດປີ​ກາຍ​ນີ້ ທີ່​ໄດ້​ແນ​ໃສ່ເພື່ອ​ຊ່ວຍ
ໃຫ້​ທ່ານ​ທຣໍາ​ໄດ້ຮັບ​ຊະນະ ​ແລະ​ສືບ​ສວນ​ວ່າ ທ່ານ​ໄດ້​ຂັດ ຂວາງຂະ​ບວນການ​ຍຸຕິ​
ທຳຫຼືບໍ່.

ຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ທ່ານນາງ Nancy Pelosi ຈາກລັດ California ກ່າວຕໍ່ບັນດານັກຂ່າວ.
ຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ທ່ານນາງ Nancy Pelosi ຈາກລັດ California ກ່າວຕໍ່ບັນດານັກຂ່າວ.

ເປັນ​ເວລາ​ຫລາຍ​ເດືອນມາ​ແລ້ວ ທີ່ປະທານາທິບໍດີ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນຕໍ່​ການ​ສືບ
ສວນ ​ກ່ຽວ​ກັບການ​ແຊກ​ແຊງ​ຂອງຣັດ​ເຊຍເຂົ້າ​ໃນ​ການ​ເລືອກ​ຕັ້ງສະຫະລັດ ​ໂດຍ
​ເອີ້ນ​ວ່າ ​“​ຊອກ​ຫາ​ເລື່ອງ​ມາ​ແກ້​ແຄ້ນ” ​ແລະ​ກ່າວ​ອີກ​ວ່າ ເປັນ​ການ​ຫາ​ທາງແກ້​ຕົວ​
ຂອງ​ພັກ​ເດ​ໂມ​ແຄຣັດ ທີ່​ຈະອະທິບາຍ​ເຖິງ​ການ​ປະລາ​ໄຊ​ຂອງທ່ານ​ນາງ Clinton.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG