ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ວ່າ ອະດີດ ທະນາຍຄວາມ ສ່ວນຕົວ ຜູ້ທີ່ເອີ້ນທ່ານ ວ່າ ‘ຈຳແນກເຊື້ອ​ຊາດ​ ຫລອກ​ລວງ' ນັ້ນ ແມ່ນ 'ບໍ່​ຖືກ'

ທ່ານ ໄມໂກລ ໂຄເຮັນ, ອະດີດທະນາຍຄວາມສ່ວນຕົວ ທີ່ຍາວນານ ຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ໃຫ້ການ ຕໍ່ຄະນະກຳມະການກວດກາ ແລະປະຕິຮູບ ຂອງສະພາຕ່ຳ ຢູ່ທີ່​ຕຶກລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ກຸມພາ 2019.

ຫຼັງຈາກ ອະດີດທະນາຍຄວາມຂອງທ່ານ ໄດ້ບອກຄະນະກຳມະການຂອງລັດຖະສະພາ
ໄປວ່າ ເພິ່ນເປັນຄົນ “ຈຳແນກເຊື້ອຊາດ ຫຼອ​ກລວງ ແລະ ສໍ້ໂກງ” ປະທານາທິບໍດີ
ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວ ໃນວັນພະຫັດມື້ນີ້ ວ່າ ທ່ານ ໄມໂກລ ໂຄເຮັນ
ແມ່ນເວົ້າ “ບໍ່ຖືກ” ແລະວ່າ ລາວ “ຂີ້ຕົວະຫຼາຍ.”

ທ່ານ ໄມໂກລ ໂຄເຮັນ, ຊ້າຍ, ອະດີດ ທະນາຍຄວາມ ຂອງປະທານາທິບໍດີ ດໍໂນລ ທຣຳ, ບໍ່ຫົວຊານຳຄຳຖາມຕ່າງໆ ທີ່ຖາມອອກມາໂດຍບັນດານັກຂ່າວ ໃນຂະນະ ອອກມາຈາກການໃຫ້ປາກຄຳ ແບບປິດລັບ ຕໍ່ການຮັບຟັງຂອງ ຄະນະກຳມະການສືບລັບຂອງສະພາສູງ ຢູ່ທີ່ລັດຖະສະພາ, ວັນທ່ີ 26 ກຸມພາ 2019, ໃນນະຄອນຫຼວງ ວໍຊິງຕັນ.

​ໃນການກ່າວຢູ່ກອງປະຊຸມຖະແຫລງຂ່າວ ທີ່ປະເທດຫວຽດນາມ ຫຼັງຈາກໄດ້ພົບປະກັບ
ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ ໃນກອງປະຊຸມຍອດແລ້ວ ທ່ານທຣຳ ກໍໄດ້ກ່າວອີກ
ຄັ້ງນຶ່ງ ວ່າ ບໍ່ມີການສົມຮູ້ຮ່ວມຄິດ ລະຫວ່າງ ຄະນະ ໂຄສະນາຫາສຽງຂອງທ່ານ ກັບ
ຣັດເຊຍ ໃນລະຫວ່າງການເລືອກຕັ້ງປີ 2016.

ທ່ານໂຄເຮັນ ໄດ້ກ່າວຕໍ່ ຄະນະກຳມະການກວດກາຂອງສະພາຕ່ຳ ໃນວັນພຸດ ວານນີ້
ວ່າ ທ່ານບໍ່ມີຫຼັກຖານໂດຍກົງ ຂອງການສົມຮູ້ຮ່ວມຄິດ ແຕ່ທ່ານກໍໄດ້ ກ່າວວ່າ “ຂ້າພະ
ເຈົ້າ ກໍມີຄວາມສົງໄສຢູ່.”

ທ່ານໂຄເຮັນ ໄດ້ກ່າວຕໍ່ບັນດາສະມາຊິກສະພາ ວ່າ ທ່ານທຣຳ ຮູ້ວ່າ ທ່ານ ຣໍເຈີ ສໂຕນ
ທີ່ປຶກສາດ້ານການໂຄສະນາຫາສຽງຂອງທ່ານທຣຳ ໄດ້ຕິດຕໍ່ກັບ ຜູ້ກໍ່ຕັ້ງ​ກຸ່ມ
WikiLeaks ທ່ານ ຈູລຽນ ອາ​ສຊານ ກ່ຽວກັບການລັກເຈາະຂໍ້ມູນອີເມລ ຂອງຄະນະ
ກຳມະການແຫ່ງຊາດ ພັກເດໂມແຄຣັດ ໂດຍຣັດເຊຍ ທີ່ເຮັດໃຫ້ຄູ່ແຂ່ງຂອງທ່ານ ໃນປີ
2016 ທ່ານນາງ ຮີລລາຣີ ຄລິນຕັນ ເສຍຫາຍ ກ່ອນໜ້າທີ່ກຸ່ມ WikiLeaks ຈະເປີດ
ເຜີຍພວກອີເມລດັ່ງກ່າວ ອອກສູ່ສາຍຕາຂອງມະຫານຊົນ.

ທ່ານໂຄເຮັນຍັງໄດ້ກ່າວອີກວ່າ ທ່ານໄດ້ເຫັນການສົນທະນາລະຫວ່າງທ່ານທຣຳ ແລະ
ລູກຊາຍຂອງທ່ານ ຄື ດໍໂນລ ທຣຳ ຈູເນຍ ຊຶ່ງທ່ານໂຄເຮັນ ເຊື່ອວ່າ ຢູ່ໃນຊ່ວງປະມານ
ປີ 2016 ທີ່ຕຶກ Trump Tower ຊຶ່ງ​ເປັນ​ເວ​ລາ ​ທີ່​ມີການພົບປະກັນ ລະຫວ່າງ ບັນດາ
ເຈົ້າໜ້າທີ່ອະວຸໂສ ໃນ​ຄະ​ນະໂຄສະນາຫາສຽງ ກັບ ທະນາຍຄວາມຣັດເຊຍຄົນນຶ່ງ
ທີ່ມີສາຍສຳພັນກັບວັງເຄຣມລິນ.

ຕຶກ Trump Tower ແມ່ນເຫັນໄດ້ໃນພາບຖ່າຍນີ້ ໃນລະຫວ່າງ ເກີດໄຟໄໝ້ ຢູ່ໃນເຂດເມືອງ ແມນແຮຕຕັນ ຂອງນະຄອນ ນິວຢອກ, ວັນທີ 7 ເມສາ 2018.
ຕຶກ Trump Tower ແມ່ນເຫັນໄດ້ໃນພາບຖ່າຍນີ້ ໃນລະຫວ່າງ ເກີດໄຟໄໝ້ ຢູ່ໃນເຂດເມືອງ ແມນແຮຕຕັນ ຂອງນະຄອນ ນິວຢອກ, ວັນທີ 7 ເມສາ 2018.

​ທ່ານທຣຳ ໃນວັນພະຫັດມື້ນີ້ ພຽງແຕ່ໃຫ້ຄຳຍົກຍ້ອງ ທ່ານໂຄເຮັນຄັ້ງດຽວ ໂດຍກ່າວ
ວ່າ ທ່ານປະທັບໃຈ ນຳທະນາຍຄວາມຂອງທ່ານ ທີ່ວ່າ ລາວບໍ່ໄດ້ຕົວະ ກ່ຽວກັບ
ການສົມຮູ້ຮ່ວມຄິດນັ້ນ.

ທ່ານທຣຳ ກ່າວຕໍ່ໄປວ່າ “ຄຳຖາມທີ່ສຳຄັນທີ່ສຸດ ຢູ່ທີ່ນັ້ນ ກໍຄືຄຳຖາມນຶ່ງ ກ່ຽວກັບ
ການສົມຮູ້ຮ່ວມຄິດ ແລະລາວກໍໄດ້ກ່າວວ່າ ບໍ່ໄດ້ເຫັນມີການສົມຮູ້ຮ່ວມຄິດ.”

ທ່ານປະທານາທິບໍດີ ໄດ້ກ່າວໂຈມຕີຕໍ່ ການສືບສວນສອບສວນ ໃນຄວາມເປັນໄປ
ໄດ້ວ່າ ມີການເຊື່ອມໂຍງ ລະວ່າງ ຄະນະໂຄສະນາຫາສຽງ ກັບຣັດເຊຍ ທີ່ຍັງດຳເນີນ
ຢູ່ຕໍ່ໄປນັ້ນ, ໂດຍເອີ້ນການຮັບຟັງຄຳໃຫ້ການ ໃນວັນພຸດວານນີ້ວ່າ “ເປັນຕາອັບອາຍ
ຂາຍໜ້າ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG