ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ເດີນທາງ ໄປຢ້ຽມຢາມ ລັດ Florida ຫຼັງຈາກ ເຮີຣິເຄນ Irma ພັດເຂົ້າຖະຫຼົ່ມ

ທ້າວ Quintana ແລະນາງ Liz Perez ພາກັນເບິ່ງນ້ຳຖ້ວມ ຂ້າງນອກບ້ານຂອງພວກເຂົາເຈົ້າ ຫຼັງຈາກທີ່ ເຣີຣິເຄນ Irma ໄດ້ເຂົ້າປະທະຂົງເຂດ, 11 ກັນຍາ, 2017, ໃນເມືອງ Immokalee, Florida.
ທ້າວ Quintana ແລະນາງ Liz Perez ພາກັນເບິ່ງນ້ຳຖ້ວມ ຂ້າງນອກບ້ານຂອງພວກເຂົາເຈົ້າ ຫຼັງຈາກທີ່ ເຣີຣິເຄນ Irma ໄດ້ເຂົ້າປະທະຂົງເຂດ, 11 ກັນຍາ, 2017, ໃນເມືອງ Immokalee, Florida.

ປະທານາທິບໍດີ​ດໍ​ໂນລ ທຣຳ ​ອອກເດີນທາງໃນ​ວັນ​ພະຫັດ​ມື້​ນີ້ ​ໄປ​ຍັງ​ພາກ​ຕາ​ເວັນຕົກ​ສຽງ
​ໃຕ້​ຂອງ​ລັດ Florida ​ເພື່ອ​ຮັບ​ຟັງ​ລາຍ​ງານ ກ່ຽວ​ກັບຄວາມ​ພະຍາຍາມ​ ​ເພື່ອໃຫ້ການ​ຊ່ອຍ
​ເຫຼືອ​ແລະ​ຟື້ນ​ຕົວ​ຄືນ​ຈາກ​ເຮີຣິ​ເຄນ Irma ແລະ​ພົບ​ປະ​ກັບ​ພວກ​ຜູ້​ຄົນ​ທີ່​ໄດ້​ຮັບ​ເຄາະຈາກ​
ພາຍຸ​ທີ່​ຮ້າຍ​ແຮງ​ຫົວ​ນີ້.

ໝາຍ​ກຳນົດ​ການ​ຂອງ​ທ່ານ​ທຣຳ ​ແມ່ນ​ຮວມທັງ ການ​ຢຸດ​ແ​ວ່ ​ທີ່ຄ້າຍ​ Fort Myers ​ແລະ Naples. ​ຈຸດ​ສູນ​ກາ​ງຂອງເຮີຣິ​ເຄນ Irma ​ໄດ້​ພັດ​ຜ່ານຂົງ​ເຂດດັ່ງກ່າວໃນ​ຂະນະ​ທີ່​ມັນ
ມຸ່ງໜ້າ​ຂຶ້ນ​ເໜືອ ທາງກ້ຳຕາ​ເວັນ​ຕົກຂອງລັດ Florida ​ດ້ວຍ​ລົມ​ແຮງ ປະສົມ​ປະສານ​ກັບ​
ຝົນ ຕົກ​ໜັກ ​ແລະ​ພາຍຸ​ນີ້ ​ໄດ້​ເຮັດ​ໃຫ້​ລະດັບ​ນ້ຳ ສູງ​ຂຶ້ນ ​ແລະ​ພາ​ໃຫ້​ເກີດ​ນ້ຳ​ຖ້ວມ ​ໃນ​ບໍລິ​
ເວນ​ກວ້າງ.

ຕຳຫຼວດ ຕິດເທັບ ຫ້າມເຂົ້າ ໃນສູນບຳບັດ ໃນເຂດ Hollywood Hills ທີ່ເມືອງ Hollywood, ລັດ Florida, 13 ກັນຍາ 2017.
ຕຳຫຼວດ ຕິດເທັບ ຫ້າມເຂົ້າ ໃນສູນບຳບັດ ໃນເຂດ Hollywood Hills ທີ່ເມືອງ Hollywood, ລັດ Florida, 13 ກັນຍາ 2017.

ທ່ານ ​ໄດ້​ປະກາດໄປ​ແລ້ວ ໃຫ້​ລັດ Florida ​ເປັນ​ເຂດ​ທີ່​ປະ​ສົບ​ໄພ​ທຳ​ມະ​ຊາດຮ້າຍ​ແຮງ
ຊຶ່ງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ ​ໄດ້​ເລັ່ງລັດ​ໃນ​ການ​ອະນຸມັດ​ເງິນ​ຊ່ອຍ​ເຫຼືອ​ບັນ​ເທົາ​ທຸກ​ຂອງ​ລັດຖະບານ​ກາງ.

​ຄວາມ​ພະຍາຍາມ​ເພື່ອ​ຟື້ນ​ໂຕ​ຄືນ​ແມ່ນ​ກຳລັງດຳ​ເນີນ​ຢູ່, ​ແຕ່ເຈົ້າ​ໜ້າ​ທີ່ ​ໄດ້ເຕືອນວ່າ
ມັນ​ອາດ​ຈະ​ໃຊ້​ເວລາ​ດົນ​ນານ ​ເພື່ອ​ປົວ​ແປງຜົນກະທົບ ​ທີ່​ໄດ້​ຮັບ​ຈາກເຮີຣິ​ເຄນຫົວນີ້
ຊຶ່ງໄດ້ ສ້າງ​ຄວາມເສຍ​ຫາຍຮ້າຍ​ແຮງ ​ໃຫ້​ແກ່​ໝູ່ເກາະ​ໃນ​ເຂດທະ​ເລ Caribbean ນຳ.

ພວກທະຫານ ເຂດ 602 ໜ່ວຍຮັກສາພະຍາບານ ພາກັນຍ່າງຢູ່ຂ້າງນອກ ເຮືອບິນຂົນສົ່ງ C-17 ໃນຄ້າຍທະຫານ Pope ໃນຂະນະທີ່ ພວກເຂົາເຈົ້າ ຖືກສົ່ງໄປປະຕິບັດງານ ທີ່ເກາະ St. Thomas ໃນໝູ່ເກາະ Virgin ຂອງສະຫະລັດ ໃນການຊ່ອຍເຫຼືອ ບັນເທົາທຸກ ແລະຟື້ນຄືນ ພວກທີ່ໄດ້ຖືກກະທົບຈາກ ເຮີຣິເຄນ Irma, ທີ່ Fort Bragg, N.C., 13 ກັນຍາ 2017.

ການ​ສ້ອມ​ແປງ​ລະບົບ​ໄຟຟ້າ​ໃຫ້​ກັບ​ມາ​ໃຊ້​ໄດ້​ຄືນ​ໃໝ່​ນັ້ນ ​ແມ່ນ​ເປັນ​ບູລິມມະ​ສິດ​ສູງ​ສຸດ
​ໃນ​ລັດ Florida ບ່ອນ​ທີ່ໃນຄືນ​ວັນ​ພຸດ​ວານ​ນີ້ ​ປະມານ 30 ​ເປີ​ເຊັນ​ຂອງ​ລັດ​ແມ່ນ​ຍັງ​ບໍ່ມີ
ໄຟຟ້າໃຊ້ ​ແລະ​ການ​ຟື້ນ​ຟູ ລະບົບ​ໄຟຟ້າ ໃຫ້​ກັບ​ມາ​ໃຊ້​ໄດ້​ທັງ​ໝົດ​ນັ້ນ ຈະ​ກິນ​ເວລາ​ເປັນ
​ຫຼາຍໆ​ສັບປະດາ.​

ເຈົ້າ​ໜ້າ​ທີ່​ພວມ​ທຳ​ການສືບສວນ​ເບິ່ງ​ວ່າ ​ການ​ບໍ່​ມີໄຟຟ້າ​ໃຊ້ພຽງພໍ​ ​ເພື່ອ​ແລ່ນ​ເຄື່ອງ​ປັບ​
ອາກາດ​ໃນບ້ານ​ພັກ​ຄົນ​ຊະ​ລາ ທີ່ເປັນ​ເຫດໃຫ້​ມີ 8 ຄົນ​ເສຍ​ຊີວິດ​ໃນ​ເມືອງ Hollywood
ລັດ Florida ນັ້ນຫຼື​ບໍ່​.

ເຈົ້າໜ້າທີ່ໜ່ວຍຍາມຝັ່ງ ຕັດສາຍເຊືອກ ເພື່ອຊ່ອຍໝາ ຫຼັງຈາກທີ່ໄດ້ຂົນຍ້າຍຜູ້ຄົນ ຫຼາຍກວ່າ 95 ຄົນແລະສັດລ້ຽງ ຈາກເກາະ St. Thomas ຊຶ່ງເປັນພາກສ່ວນນຶ່ງຂອງການຊ່ອຍຟື້ນຟູ ບັນເທົາທຸກ ໃນເກາະ St. Thomas, ໝູ່ເກາະ Virgin ຂອງສະຫະລັດ, 12 ກັນຍາ 2017.

ການ​ພົບ​ເຫັນ ກ່ຽວ​ກັບ​ການ​ເສຍ​ຊີວິດ​ນີ້ ​ມີ​ຂຶ້ນ​ເວລາ​ໂຮງພະຍາບານ​ທີ່ຢູ່​ກົງ​ກັນ​ຂ້າມກັບ
ບ້ານ​ພັກ​ຄົນ​ຊະ​ລາ ​ໄດ້ຮັບ​ຜູ້ປ່ວຍ​ທີ່​ສູງ​ອາຍຸ​ ຍ້ອນສະພາບ​ອາ​ກາດຮ້ອນ​ເອົ້າຊຶ່ງ​ພາໃຫ້​ມີ
ການ​ຍົກຍ້າຍ 115 ຄົນ ອອກ​ຈາກ​ບ້ານ​ພັກ​ຄົນ​ຊະ​ລາ​ທີ່​ວ່າ​ນີ້.

ຜູ້​ປົກຄອງ​ລັດ ທ່ານ Rick Scott ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ສືບສວນ​ທາງ​ອາຍາ ​ໂດຍ​ເອີ້ນສະຖານະ​ການນີ້​ວ່າ “ບໍ່​ສາມາດ​ເຂົ້າ​ໃຈ​ໄດ້.”

ບ້ານພັກ​ສຳ​ຫຼັບ​ພວກ​ທີ່ອອກ​ກະສຽນ​ແລ້ວນັ້ນ​ ເບິ່ງ​ຄື​ວ່າ ບໍ່​ມີ​ໄຟຟ້າ​ໃຊ້ ນັບ​ຕັ້ງ​ແຕ່​ພາຍຸ
​ໄດ້​ພັດເຂົ້າ​ປະ​ທະ. ຍັງບໍ່​ເປັນ​ທີ່​ຈະ​ແຈ້ງ​ທີ່​ວ່າ ​ເປັນ​ຫັຍ​ງ​ເຄື່ອງ​ປັ່ນ​ໄຟ ຈຶ່ງ​ບໍ່ສາມາດເຮັດ
​ໃຫ້​ຕຶກ​ອາຄານ​ມີ​ຄວາມ​ເຢັນໄດ້.

ທ່ານ Scott ​ໄດ້​ສັ່ງ​ເຈົ້າ​ໜ້າ​ທີ່​ໃຫ້​ມີ​ການກວດ​ກາ​ເບິ່ງ​ພວກ​ບ້ານ​ພັກ​ຄົນ​ຊະລາ ​ໃນ​ທົ່ວລັດ Florida.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG