ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ເດີນທາງອອກຈາກ ນະຄອນຫຼວງ ວໍຊິງຕັນ ໄປລັດ ຟລໍຣິດາ ໃນຂະນະທີ່ທ່ານ ໄບເດັນ ສາບານຕົວເຂົ້າຮັບຕຳແໜ່ງ


ທ່ານ ທຣຳ ເດີນທາງອອກຈາກ ທຳນຽບຂາວ.
please wait

No media source currently available

0:00 0:01:53 0:00

ທ່ານ ທຣຳ ເດີນທາງອອກຈາກ ທຳນຽບຂາວ.

ໃນຊ່ວງເວລາທີ່ຜ່ານໄປຢ່າງໄວວາ ກ່ອນພິທີສາບານຕົວເຂົ້າຮັບຕຳແໜ່ງຂອງຜູ້ສືບທອດຕຳແໜ່ງຂອງທ່ານນັ້ນ, ທ່ານ ດໍໂນລ ທຣຳ ແມ່ນສາມາດເພີດເພີນກັບເອກະສິດຂອງການເປັນປະທານາທິ ບໍດີເປັນຄັ້ງສຸດທ້າຍຂອງທ່ານ, ເຊິ່ງຖືກນຳພາໂດຍຂະບວນລົດທີ່ເຄື່ອນໄຫວຢ່າງຊ້າງໆຜ່ານຖະ ໜົນຫຼາຍແຫ່ງໃນເມືອງ ພາມ ບີຈ (Palm Beach) ລັດ ຟລໍຣິດາ, ໃນຂະນະທີ່ທ່ານໄດ້ໂບກມືຢູ່ປ່ອງຢ້ຽມຂອງລົດກັນລູກປືນຕໍ່ຜູ້ສະໜັບສະໜູນຫຼາຍຮ້ອຍຄົນທີ່ຍົກປ້າຍຕ່າງໆ, ແລະ ຮ້ອງຊື່ຂອງທ່ານ ແລະ ບາງຄົນໄດ້ຮຽກຮ້ອງໃຫ້ທ່ານລົງແຂ່ງຂັນເອົາຕຳແໜ່ງອີກໃນປີ 2024.

ທ່ານ ທຣຳ ໄດ້ເດີນທາງໄປບ້ານ ກັບຜູ້ທີ່ຕອນນີ້ເປັນອະດີດສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ, ກັບຜູ້ຊ່ວຍເຫຼືອທີ່ຍັງຄົງຈົງຮັກພັກດີຈຳນວນນ້ອຍ ແລະ ສະມາຊິກກຸ່ມນັກຂ່າວທຳນຽບຂາວສິບສອງຄົນ, ເຊິ່ງທ່ານໄດ້ຮວບຮວມໃນລະຫວ່າງການດຳລົງຕຳແໜ່ງຂອງທ່ານທີ່ໄດ້ເຍາະເຢີ້ຍວ່າເປັນ “ຂ່າວປອມ” ແລະ ສັດຕູຂອງປະຊາຊົນ.”

ຂະບວນລົດດັ່ງກ່າວໄດ້ຜ່ານເຂົ້າໄປໃນປະຕູຂອງສະໂມສອນ ມາ-ອາ-ລາໂກ (Mar-a-Lago) ບໍ່ເຖິງ 30 ນາທີກ່ອນທ່ານ ທຣຳ ໄດ້ສູນເສຍອຳນາດຂອງປະທານາທິບໍດີ.

ຫຼັງຈາກໄດ້ເດີນທາງອອກຈາກທຳນຽບຂາວເປັນຄັ້ງສຸດທ້າຍ, ທ່ານ ທຣຳ ໄດ້ໄປຮອດຖານທັບຮ່ວມ ແອນດຣູສ໌ ຢູ່ລັດ ແມຣີແລນ ໃນຕອນເຊົ້າຂອງວັນພຸດ ວານນີ້ ດ້ວຍເຮລິຄັອບເຕີ ມາຣີນ ວັນ (Marine One). ທ່ານໄດ້ຮັບການທັກທາຍດ້ວຍເພງ “Hail to the Chief” ເຊິ່ງໝາຍຄວາມວ່າ “ຄຳນັບທ່ານຫົວຜູ້ບັນຊາການໃຫຍ່” ເສບໂດຍວົງດຸຣິຍາງທະຫານ, ການຍິງປືນໃຫຍ່ 21 ນັດ ແລະ ຝູງຄົນທີ່ຖືກເຊື້ອເຊີນປະມານ 200 ຄົນ.

ຢູ່ທີ່ນັ້ນ, ບໍ່ເຖິງ 10 ນາທີ, ທ່ານໄດ້ກ່າວຄຳປາໄສຕໍ່ຜູ້ສະໜັບສະໜູນຂອງທ່ານຄືກັບສະບັບທີ່ທ່ານໄດ້ຈັດການຊຸມນຸມ “Make America Great Again”, ທີ່ທ່ານໄດ້ຫວັງວ່າຈະເຮັດໃຫ້ທ່ານໄດ້ຖືກເລືອກຄືນອີກ, ແຕ່ມີນໍ້າສຽງອ່ອນລົງກວ່າເກົ່າ, ແບບບໍ່ເປັນທາງການ.

ທ່ານ ທຣຳ ໄດ້ກ່າວໂດຍບໍ່ໄດ້ອ້າງເຖິງຊື່ຂອງປະທານາທິບໍດີ ໂຈ ໄບເດັນ ວ່າ “ຂ້າພະເຈົ້າຂໍອວຍ ພອນໃຫ້ລັດຖະບານໃໝ່ໂຊກດີ ແລະ ປະສົບຄວາມສຳເລັດຢ່າງຫຼວງຫຼາຍ. ຂ້າພະເຈົ້າຄິດວ່າເຂົາເຈົ້າຈະປະສົບຄວາມສຳເລັດຢ່າງໃຫຍ່.”

ທ່ານ ທຣຳ, ຜູ້ທີ່ຖືກວິພາກວິຈານສຳລັບການບໍ່ໃຫ້ຄວາມສຳຄັນຕໍ່ໂຣກລະບາດໄວຣັສໂຄໂຣນານັ້ນ, ໄດ້ທຳການກ່າວທີ່ເກີດຂຶ້ນໄດ້ຍາກ ກ່ຽວກັບ “ປະຊາຊົນ ແລະ ຄອບຄົວທີ່ໜ້າອັດສະຈັນຜູ້ທີ່ໄດ້ປະສົບຄວາມທຸກຍາກຢ່າງໃຫຍ່ຫຼວງ” ຍ້ອນ COVID-19, ໂດຍອ້າງວ່າມັນເປັນ “ໄວຣັສ ຈີນ.”

ປະທານາທິບໍດີຄົນທີ 45 ໄດ້ສັນຍາທີ່ຈະ “ກັບມາອີກໃນຮູບແບບໃດນຶ່ງ” ແລະ ໄດ້ສະຫຼຸບຄຳປາໄສຂອງທ່ານໂດຍບອກຝູງຄົນທີ່ຮ້ອງເຊຍວ່າ “ຂໍໃຫ້ມີຊີວິດທີ່ດີ. ແລ້ວພວກເຮົາຈະໄດ້ພົບກັນອີກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG