ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປະທານາທິບໍດີ ທຣຳ ປົດ ຫົວໜ້າ ອົງການ FBI ອອກຈາກຕຳແໜ່ງ


US FBI Head Fired
please wait
Embed

No media source currently available

0:00 0:02:33 0:00

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປົດຜູ້ອຳນວຍການ ອົງການ
ສັນຕິບານກາງ ຫຼື FBI ຂອງສະຫະລັດ ທ່ານ James Comey ອອກຈາກຕຳແໜ່ງ
ຊຶ່ງໄດ້ກໍ່ໃຫ້ເກີດມີຄຳຖາມຕ່າງໆ ກ່ຽວກັບການສືບສວນ​ໃນການແຊກແຊງເຂົ້າໃນ
ການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກ ຜ່ານມາ ຂອງຣັດເຊຍ ແລະ ອາດ
ເປັນໄປໄດ້ວ່າ ມີການສົມຮູ້ຮ່ວມຄິດ ລະຫວ່າງ ບັນດາທີ່ປຶກສາຂອງທ່ານທຣຳ ແລະ
ຜູ້ທີ່ມີສ່ວນກ່ຽວຂ້ອງຂອງຣັດເຊຍ.

ທ່ານ ທຣຳ ໃນໜັງສືສະບັບນຶ່ງ ທີ່ຂຽນແບບບໍ່​ເກງ​ໃຈ ຫາທ່ານໂຄມີ ເມື່ອວັນອັງຄານ
ວານນີ້ ໄດ້ບອກທ່ານໂຄມີ ວ່າ: “ໂດຍໜັງສືສະບັບນີ້ ທ່ານໄດ້ຖືກສັ່ງໃຫ້ ປົດອອກ
ຈາກຕຳແໜ່ງ ໂດຍມີຜົນໃນທັນທີ.”
ທ່ານປະທານາທິບໍດີ ກ່າວຕື່ມວ່າ ທ່ານໂຄມີ
“ແມ່ນບໍ່ສາມາດນຳພາ ອົງການດັ່ງກ່າວ ຢ່າງມີປະສິດທິພາບໄດ້.”

ສະມາຊິກ ຄະນະກຳມະການກອງທັບຂອງສະພາສູງ ສະມາຊິກສະພາສູງ ທ່ານ Lindsey Graham ກ່າວຖະແຫລງ ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ມັງກອນ 2017.
ສະມາຊິກ ຄະນະກຳມະການກອງທັບຂອງສະພາສູງ ສະມາຊິກສະພາສູງ ທ່ານ Lindsey Graham ກ່າວຖະແຫລງ ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 5 ມັງກອນ 2017.

ຜູ້ອຳນວຍການ ອົງການ FBI ໄດ້ຖືກແຕ່ງຕັ້ງໃຫ້ຮັບໜ້າທີ່ ​ເປັນ​ເວລາ 10 ປີ. ທ່ານ
ໂຄມີ ໄດ້ຖືກແຕ່ງຕັ້ງ ເມື່ອສີ່ປີກ່ອນ.

ທ່ານໂຄມີ ກຳລັງກ່າວຖະແຫລງ ຕໍ່ພະນັກງານຂອງອົງການ FBI ກຸ່ມນຶ່ງ ໃນລັດ
California ເມື່ອທ່ານໄດ້ຮຽນຮູ້ວ່າ ທ່ານໄດ້ຖືກປົດອອກຈາກຕຳແໜ່ງ. ສື່ມວນຊົນ
ລາຍງານວ່າ ທ່ານໄດ້ເຫັນ ຂ່າວການປົດທ່ານ​ອອກ​ຈາກຕຳແໜ່ງ ຢູ່ໂທລະພາບ ແຕ່ໃນເບື້ອງຕົ້ນ ທ່ານຄິດວ່າ ມັນເປັນການລໍ້ຫລິ້ນ. ມາເຖິງເວລານີ້ ທ່ານບໍ່ໄດ້ໃຫ້
ຄວາມ​ເຫັນໃດໆ ຕໍ່ສາທາລະນະຊົນ.

ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Charles Schumer ຈາກລັດ ນິວຢອກ, ຖືໜັງສືສະບັບນຶ່ງ ຂອງພັກຣີພັບບລີກັນ ກ່ຽວກັບ ການຮັກສາສຸຂະພາບ ໃນຂະນະທີ່ກ່າວຖະແຫລງ ຕໍສື່ມວນຊົນ, ວັນທີ 9 ພຶດສະພາ 2017, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ.
ຜູ້ນຳສຽງສ່ວນນ້ອຍໃນສະພາສູງ ທ່ານ Charles Schumer ຈາກລັດ ນິວຢອກ, ຖືໜັງສືສະບັບນຶ່ງ ຂອງພັກຣີພັບບລີກັນ ກ່ຽວກັບ ການຮັກສາສຸຂະພາບ ໃນຂະນະທີ່ກ່າວຖະແຫລງ ຕໍສື່ມວນຊົນ, ວັນທີ 9 ພຶດສະພາ 2017, ຢູ່ລັດຖະສະພາ ໃນນະຄອນຫຼວງ ວໍຊິງຕັນ.

ເຫດຜົນ​ກ່ຽວການປົດທ່ານໂຄມີອອກ​ຈາກຕຳແໜ່ງ ໄດ້ຖືກອະທິບາຍ ຢູ່ໃນໜັງສື
ສອງສະບັບ ທີ່​ຂຽນໂດຍລັດຖະມົນຕີກະຊວງຍຸຕິທຳ ທ່ານ Jeff Sessions ແລະ
ທ່ານ Rod Rosenstein ຮອງລັດຖະມົນຕີຂອງທ່ານ. ພວກເພິ່ນຕາມຫຼັກການ​ແລ້ວ
ໄດ້ກ່າວຫາ ທ່ານໂຄມີ ວ່າ ໄດ້ນຳ​ໃຊ້ກົດໝາຍ ຕາມ​ໃຈ​ຂອງ​ທ່ານ.

Sen. Dick Durbin on Comey Firing
please wait

No media source currently available

0:00 0:00:44 0:00

ທ່ານ Rosenstein ໄດ້ກ່າວຫາ ຜູ້ອຳນວຍການ ອົງການ FBI ວ່າ ທ່ານໂຄມີ “ໄດ້ທຳ
ຄວາມຜິດ ຢ່າງຮ້າຍແຮງ”
ໃນການຈັດການ ກັບຜົນສະຫລຸບ ຂອງການສືບສວນ
ສອບສວນ ອີແມລຂອງທ່ານນາງ Hillary Clinton ຄູ່ແຂ່ງຂອງທ່ານ ທຣຳ ໃນການ
ເລືອກຕັ້ງທົ່ວ​ໄປ ທ່ານ Rosenstein ກ່າວຫາວ່າ ຜູ້ອຳນວຍການ ອົງການ FBI ຍາດ
ເອົາອຳນາດຂອງລັດຖະມົນຕີ ກະຊວງຍຸດຕິທຳ ທີ່ຜິດຕໍ່ກົດໝາຍ ໃນເວລາ ທ່ານໂຄມີ ໄດ້ສະຫລຸບວ່າ ບໍ່ຄວນມີການກ່າວຟ້ອງໃດໆ ຕໍ່ອະດີດລັດຖະມົນຕີຕ່າງປະເທດ.

ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ເປັນຫຍັງທ່ານທຣຳ ເອົາມາດຕະການດັ່ງກ່າວ ຊຶ່ງໃນ
ເວລານີ້ ເກີດເຫດການທີ່ໜ້າເປັນຫ່ວງ ທີ່ໄດ້ເກີດຂຶ້ນຫຼາຍເດືອນຜ່ານມາ​ແລ້ວ ກ່ອນ
ທີ່ ທ່ານໄດ້ຮັບໄຊຊະນະ ການເລືອກຕັ້ງປະທານາທິບໍດີ ເມື່ອເດືອນພະຈິກຜ່ານມາ.

House Minority Leader Charles Schumer statement on Comey firing
please wait

No media source currently available

0:00 0:01:18 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG