ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ​​ປົດ ຮັກສາການ ລມຕ ​ກະຊວງ​ຍຸຕິ​ທຳ ກ່ຽວ​ກັບດຳລັດ ​ຫ້າມ​​ອົບ​ພະຍົບ


Trump Refugees
please wait
Embed

No media source currently available

0:00 0:02:28 0:00

ຫຼາຍ​ຊົ່ວ​ໂມງ ຫຼັງ​ຈາກ​ທີ່ປະທານາທິບໍດີ ສະຫະລັດ ທ່ານ Donald Trump ​ໄດ້​ປົດທ່ານ ນາງ Sally Yates ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ທີ່​ຮັກສາ​ການ​ຊົ່ວຄາວ​ ອອກ ຍ້ອນ​ທ່ານ ນາງ​ໄດ້​ປະຕິ​ເສດ ຕໍ່ການ​ສະໜັບສະໜຸນ​ດຳລັດຂອງ​ປະທານາທິບໍດີກ່ຽວ​ກັບ​ກົດ​ລະບຽບ​ ທີ່​ຈຳກັດ​ຮັດ​ແຄບ​ພວກ​ອົບ​ພະຍົບ​ໂດຍ​ທີ່​ຜູ້​ຖື​ກ​ແຕ່ງຕັ້ງ​ແທນ​ທ່ານ​ນາງໄດ້​ສັ່ງພວກ​ພະນັກ ງານ​ຂອງ​ກະຊວງ​ຍຸຕິ​ທຳ ​ໃຫ້ “ປ້ອງ​ກັນດຳລັດ​ທີ່ຖື​ກຕ້ອງຕາ​ມກົດໝາຍຂອງປະທານາ ທິບໍດີ.”

ທ່ານ Trump ​ໄດ້​ເລືອກ​ຕັ້ງ ທ່ານ​ Dana Boente ​ໃຫ້​ຮັບ​ຕຳ​ແໜ່​ງ​ເປັນລັດຖະມົນຕີ​ກະ ຊວງ​ຍຸຕິ​ທຳຊົ່ວຄາວ ຈົນ​ກວ່າ ສະພາ​ສູງຈະ​ໄດ້ໃຫ້ການ​ຢືນຢັນ​ແກ່​ຜູ້​ທີ່​ເຂົ້າຮັບ​ຕຳແໜ່​ງ
ຢ່າງ​ເປັນ​ການ​ຖາວອນ. ຄະນະ​ກຳມະການ​ຍຸຕິ​ທຳຂອງ​ສະພາ​ສູງ ຄາດໝາຍ​ວ່າຈະລົງ​
ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ​ກ່ຽວ​ກັບການສະ​ເໜີ​ຊື່​ແຕ່ງຕັ້ງສະມາຊິກ​ສະພາ​ສູງ Jeff Sessions ​ແລະ​ການ​ຮັບຮອງ ເອົາ​ຈາກ​ສະພາ​ສູງຄົບ​ຄະນະ ອາດຈະ​ມີ​ຂຶ້ນ​ໃນທ້າຍ​ສັບ ປະດາ​ນີ້.

US 90-day Travel Ban Could Have Long-term Consequences
please wait

No media source currently available

0:00 0:02:23 0:00

ຄວາມ​ສັບສົນ ທີ່ເກີດຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ເລີ່​ມດ້ວຍທ່ານ​ນາງ Yates ຜູ້​ຊຶ່ງ​ໄດ້ຖືກ​ເລືອກ​ໂດຍ​ປະທານາທິບໍດີຄົນ​ກ່ອນ ທ່ານ​ບາຣັກ ​ໂອ​ບາ​ມາ​ ​ທີ່​ໄດ້ອອກຄຳ​ສັ່ງ​ໃຫ້​ແກ່ພວກ​ພະນັກ
ງານ​ຂອງກະຊວງຍຸຕິ​ທຳ ໂດຍ​ກ່າວ​ວ່າ ທ່ານ​ນາງບໍ່​ໄດ້​ເຫັນ​ດ້ວຍ​ທີ່​ວ່າ ການ​ປົກ​ປ້ອງ​ຕໍ່​ດຳລັດ​ຂອງ​ປະທານາທິບໍດີນັ້ນ ​ຈະ​ຖືກຕ້ອງ​ຕາມ​ກົດໝາຍ.

“ຄວາມ​ຮັກ​ຜິດ​ຊອບ​ຂອງ​ຂ້າພະ​ເຈົ້າ​ແມ່ນ ​ເພື່ອ​ຄ້ຳປະກັນວ່າ ຕຳ​ແໜ່​ງຂອງກະຊວງຍຸຕິ​
ທຳ ບໍ່​ແມ່ນ​ພຽງ​ແຕ່​ເປັນ​ການ​ປົກ​ປ້ອງ​ທາງ​ກົດໝາຍ​ເທົ່າ​ນັ້ນ ​ແຕ່​ວ່າ ​ເປັນ​ການຢືນຢັນ
ຈາກ​ຄວາມ​ເຫັນທີ່​ດີ​ທີ່​ສຸດ​ຂອງ​ພວກ​ເຮົາ ຕໍ່​ລະບຽບກົດໝາຍ ຫຼັງ​ຈາກ​ທີ່​ພິຈາລະນາ​ຄວາມ​ຈິງທັງ​ໝົດ,”
ຊຶ່ງ​ທ່ານ​ນາງ Yates ​ໄດ້​ກ່າວ​ໄວ້​ເຊັ່ນ​ນັ້ນ. ນອກ​ນັ້ນ ​ແລ້ວ ທ່ານ​ນາງ​ຍັງ​ກ່າວ​ວ່າ “ພ້ອມ​ດຽວ​ກັນ​ນັ້ນ ຂ້າພະ​ເຈົ້າ​ຮັບຜິດຊອບ ທີ່​ຈະ​ຄ້ຳປະ ກັນ​ວ່າ ຕຳ​ແໜ່​ງໜ້າ​ທີ່ ​ທີ່​ພວກ​ເຮົາ​ເອົາ​ຢູ່​ໃນ​ສານ ຍັງ​ຈະ​ຖືກ​ຈັດ​ໃຫ້​ເປັນ​ລະບົບທີ່​ສອດ​ຄ່ອງ​ກັບ​ລັດຖະທຳ​ມະນູນ ທີ່​ມີໜ້າ​ທີ່​ຮັບຜິດຊອບທີ່​ຈະ​ສະ​ແຫ​ວງຫາ​ຄວາມ​ຍຸຕິ​ທຳແລະ ຢືນຢັນ​ຢູ່​ບົນ​ພື້ນ​ຖານ​ຂອງ​ຄວາມ​ຖືກຕ້ອງ.​”

Democratic Lawmakers Join Thousands Protesting Nationwide
please wait

No media source currently available

0:00 0:02:09 0:00

ທຳນຽບຂາວ ​ໄດ້​ຕຳ​ນິຕິ​ຕຽນທ່ານ​ນາງ Yates ​ຢ່າງ​ໜັກ ​ໃນນ​ຖະ​ແຫຼ​ງການ​ສະບັບ​ນຶ່ງທີ່ ໄດ້​ປະກາດ​ເຖິງ​ການປົດ​ທ່ານ​ນາງ ​ໂດຍ​ກ່າວ​ວ່າ “ທ່ານ​ນາງ​ທໍລະ​ຍົດຕໍ່​ກະຊວງຍຸຕິ​ທຳ
ທີ່​ປະຕິ​ເສດບໍ່​ຍອມ​ປະຕິບັດ​ຕາມ​ຕາມ​ກົດໝາຍ ທີ່​ຈັດໄວ້​ເພື່ອ​ປ້ອງ​ກັນ​ປະຊາຊົນ​ຊາວ​
ອາ​ເມຣິກັນ.

ຖະ​ແຫຼ​ງການ​ສະບັບ​ນຶ່ງ​ຈາກຫ້ອງການ​ຂອງ​ໂຄສົກ ​ໄດ້​ກ່າວ​ວ່າ ຄຳ​ສັ່ງ​ຂອງທ່ານ Trump ​
ໄດ້​ຮັບ​ການ​ຢືນຢັນ ​ໃນ​ຖາ​ນ ທີ່ “​ແມ່ນ​ໄດ້​ຈັດ​ຕັ້ງ​ຂຶ້ນ​ມາ​ແລະ​ຖືກຕ້ອງ​ຕາມ​ກົດໝາຍ. ​ໂດຍຫ້ອງການ​ຂອງ​ຄະນະ​ກຳມະການ​ກົດໝາຍ​ຂອງກະຊວງຍຸຕິ​ທຳ.”

ທ່ານ​ນາງ Yates ​ໃນ​ຄຳ​ສັ່ງ​ຂອງ​ນາງ ​ໄດ້​ກ່າ​ວວ່າ ການ​ທົບ​ທວນຄືນ ​ແມ່ນ​ບໍ່​ໄດ້​ຈັດ​ໃຫ້
​ຢູ່​ໃນ​ລາຍ​ງານ ທີ່​ເຈົ້າ​ໜ້າ​ທີ່​ຂອງ​ລັດຖະບານ​ນີ້ ທີ່​ອາດມີຄ່າ​ທຽບ​ເທົ່າກັບ​ຈຸດປະສົງ​ຂອງ​
ຄຳ​ສັ່ງ ຫຼື​ບໍ່ ກໍ​ແມ່ນ “ນະ​ໂຍບາຍ​ທີ່​ວ່າ​ນີ້​ແມ່ນສະຫລາດ​ສ່ອງ​ໃສ ຫຼື ຍຸຕິ​ທຳ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG