ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ມ້ວນທ້າຍ ການເດີນທາງ ຂອບໃຈຮອບສຸດ ທ້າຍ


ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວໃນລະຫວ່າງ ງານກ່າວຂອບໃຈທີ່ເມືອງ Mobile, ລັດ Alabama, 17 ທັນວາ, 2016.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ກ່າວໃນລະຫວ່າງ ງານກ່າວຂອບໃຈທີ່ເມືອງ Mobile, ລັດ Alabama, 17 ທັນວາ, 2016.

ທ່ານ Donald Trump ປະທານາທິບໍດີທີ່ຖືກເລືອກໃໝ່ ໄດ້ມ້ວນທ້າຍ “ການເດີນທາງ ຂອບໃຈ” ຂອງທ່ານລົງແລ້ວ ອັນເປັນການເດີນທາງໄປຫຼາຍແຫ່ງ ເພື່ອສະຫລອງໄຊຊະ ນະໃນເດືອນແລ້ວນີ້ ຂອງທ່ານ ໂດຍໄດ້ກ່າວຄຳປາໄສຢູ່ລັດ ອາລາບາມາ ໂດຍເວົ້າຢໍ້າ ຄືນທັດສະນະຂອງທ່ານທີ່ວ່າ ພວກນັກຂ່າວບໍ່ “ຊື່ສັດ” ພະຍາຍາມປ້າຍສີໃສ່ທ່ານວ່າ ເປັນສະມາຊິກພັກຣິພັບບລິກັນຜູ້ທີ່ຈະບໍ່ໄດ້ຮັບໄຊຊະນະ ນັ້ນ.

ທ່ານ ທຣຳ ໄດ້ບອກຝູງຊົນຫຼາຍພັນຄົນທີ່ນະຄອນ ໂມບິລ ເມືອງທີ່ມີປະຊາກອນປະມານ 2 ຣ້ອຍພັນຄົນ ທີ່ອ່າວມະຫາສະໝຸດ ທາງພາກໃຕ້ວ່າ ການໂຄສະນາຫາສຽງຂອງທ່ານ ໄດ້ຖືກ “ຈັດຂຶ້ນ” ໂດຍການລາຍງານຂ່າວຢ່າງບໍ່ຍຸຕິທຳ.

ເຊັ່ນດຽວກັນກັບໃນທີ່ຊຸມນຸມຄັ້ງກ່ອນໆ ທ່ານ ທຣຳ ໄດ້ກ່າວເວົ້າຢໍ້າເຖິງຄຳໝັ້ນສັນຍາ ຂອງທ່ານ ທີ່ວ່າຈະສ້າງກຳແພງໃສ່ເຂດແດນທີ່ຕິດກັບ ເມັກຊິກໂກ ແລະ ເຈລະຈາຕົກລົງ ການຄ້າຄືນໃໝ່ ແລະ ເນັ້ນຢໍ້າເຖິງຄວາມຕັ້ງໃຈຂອງທ່ານ ທີ່ຈະເລີ່ມຕົ້ນກວດລ້າງຢ່າງ ໃຫຍ່ພວກຄົນເຂົ້າເມືອງ ໃນຄວາມພະຍາຍາມທີ່ຈະສະສາງພວກຫົວຮຸນແຮງອອກໄປ.

ໃນທີ່ຊຸມນຸມວັນເສົາວານນີ້ກໍມີທ່ານ Jeff Sessionsສະມາຊິກສະພາສູງພັກຣິພັບລິກັນ ຈາກລັດ ອາລາບາມາ ທີ່ຖືກເລືອກມາເປັນ ລັດຖະມົນຕີກະຊວງ ຍຸຕິທຳ.

ໃນຄໍ່າຄືນວັນເສົາວານນີ້ ທ່ານ ທຣຳ ໄດ້ຂຽນລົງ ທວີດເຕີ້​ ສະແດງຄວາມໂມໂຫໃຫ້ ຈີນ ຕໍ່ ສິ່ງທີ່ທ່ານເອີ້ນວ່າ ລັກຂະໂມຍ ໂດຣນ ຄົ້ນຄວ້າຢູ່ໃນນ່ານນໍ້າທະເລຈີນໃຕ້.

ທ່ານໄດ້ຂຽນລົງໃນທວີດເຕີ້ ວ່າ “ພວກເຮົາຄວນບອກ ຈີນ ວ່າ ພວກເຮົາບໍ່ຕ້ອງການ ໂດຣນທີ່ພວກເຂົາລັກໄປນັ້ນຄືນດອກ ໃຫ້ພວກເຂົາເອົາໄວ້ຊະ” ໃນເວລາພຽງບໍ່ທໍ່ໃດ ຊົ່ວໂມງ ລຸນຫຼັງທາງທະຫານ ສະຫະລັດ ໄດ້ປະກາດວ່າ ຕົນໄດ້ບັນບຸຄວາມເຂົ້າໃຈກັບ ຈີນ ແລ້ວ ເລື້ອງສົ່ງໂດຣນຂອງນາວີກະໂຍທິຂອງ ສະຫະລັດ ທີ່ບໍ່ມີຊື່ນັ້ນຄືນ.

ອີງຕາມທຳນຽບຫ້າແຈແລ້ວແມ່ນວ່າ ໂດຣນດັ່ງກ່າວແມ່ນໄດ້ຖືກຍຶດໄປໃນວັນພະຫັດ ເວ ລາກຳລັງເກັບກຳເອົາຂໍ້ມູນດ້ານວິທະຍາສາດທີ່ບໍ່ມີຄວາມລັບ ຢູ່ໃນທະເລຈີນໃຕ້ ບ່ອນທີ່ ຈີນ ອ້າງວ່າ ເປັນຂອງຕົນທັງໝົດນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Trump Transition
please wait
Embed

No media source currently available

0:00 0:01:29 0:00

XS
SM
MD
LG