ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ທຣຳ ພົບວ່າ ຕົນເອງ ກຳລັງຕົກຢູ່ ໃນສະພາບ ທີ່ບໍ່ທຸ່ນທ່ຽງ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສະແດງປະຕິກິລິຍາ ຕໍ່ພວກສະໜັບສະໜຸນ ໃນລະຫວ່າງ ການໂຮມຊຸມນຸມ ໃນເມືອງປານາມາ ຂອງລັດຟລໍຣີດາ, ວັນທີ 8 ພຶດສະພາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ສະແດງປະຕິກິລິຍາ ຕໍ່ພວກສະໜັບສະໜຸນ ໃນລະຫວ່າງ ການໂຮມຊຸມນຸມ ໃນເມືອງປານາມາ ຂອງລັດຟລໍຣີດາ, ວັນທີ 8 ພຶດສະພາ 2019.

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ຍອມຮັບວ່າ ທ່ານຮູ້​ສຶກ​ວ່າ ​ຕົນ​ເອງ​ກຳ​ລັງ
ພະ​ລາດມື່ນ​ແທ້ໆ ໃນ​ວັນ​ພຸດ​ວານນີ້ ຊຶ່ງ​ເປັນ​ການ​ປຽບ​ທຽບຢ່າງທັນ​ກັບ​ເຫດ​ການ ​ໃສ່​ກັບ
​ສິ່ງ​ທີ່​ລັດ​ຖະ​ບານ​ຂອງ​ທ່ານ​ກຳ​ລັງ​ປະ​ເຊີນຢູ່.

ໃນ​ຕອນ​ເລີ້ມ​ຕົ້ນ​ຂອງ​ການ​ໂຮມ​ຊຸມ​ນຸມທາງ​ການ​ເມືອງ​ຢູ່​ໃນ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ
ຂອງ​ລັດ​ຟ​ລໍ​ຣິດານັ້ນ, ທ່ານ​ທ​ຣຳ​ໄດ້​ຈົ່ມ​ບໍ່​ພໍ​ໃຈ​ຕໍ່ສະ​ພາບ​ຂອງ​ເວ​ທີ.

“ບ່ອນ​ຂຶ້ນ-ລົງ ກໍຄື​ກັນ​ກັບ​ເດີ່ນ​ຫລິ້ນ​ສະ​ເກັດ​ນ້ຳ​ແຂງນີ້​ຫລະ ແລະ​ຂັ້ນ​ໃດ​ຂັ້ນ​ທຳ​ອິດ​
ກໍ​ມື່ນ,”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານທີ່​ເວົ້າ​ຕະ​ຫລົກ ແລະ​ກ່າວຕໍ່​ໄປ​ອີກວ່າ "ຂ້າ​ພະ​ເຈົ້າ​ຄິດ
ວ່າ ພວກ​ເດ​ໂມ​ແຄ​ຣັດ ເອົາມັນ​ໃສ່ຕິ​ເບ​າະ ໜິ."
ນັກ​ພັດ​ທະ​ນາ​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ
​ມາ​ເປັນ​ເວ​ລາ​ດົນ​ນານທ່ານນີ້ ກ່າວ​ເພີ້ມ​ອີກ​ວ່າ "ອັນນັ້ນ ​ແມ່ນກັບ​ດັກໄດ໋​ຫັ້ນ," ແລະ​
ເວົ້າ​ວ່າ ຄັນ​ມັນ​ເປັນ​ເຊັ່ນ​ນັ້ນ "ບໍ່​ຄວ​ນ ຈ່າຍ​ເງິນຄ່າສ້າງ​ມັນ."

ໃນ​ເວ​ລາ​ຕໍ່​ມາ ທ່ານ​ກໍ​ໄດ້ປຽບ​ທຽບ​ໂຕະ​ຢືນ​ກ່າວ​ຄຳ​ປາ​ໄສ ຫລື ໂພດຽມ ທີ່​ມີ​ແສງແດດ
​ສ່ອງ​ໃສ່ວ່າ ມັນ​ຄື​ກັນ​ກັບແຜ່ນ​ນ້ຳ​ກ້ອນປ່ຽງ​ນຶ່ງ.

ທ່ານ​ທ​ຣຳ​ໄດ້​ມຸ້ງ​ໜ້າ​ໄປ​ຍັງ​ດິນ​ແດນ ຢູ່​ທາງ​ທິດ​ໃຕ້​ຂອງ​ປະ​ເທດທີ່​ຮູ້​ສຶກວ່າ ມີ​ຄວາມ​ພໍ​ໃຈ
ຕໍ່​ທ່ານ​ກວ່າ ໃນ​ຕອນ​ແລງ​ມື້​ວານນີ້ ຊຶ່ງ​ໄດ້ໜີຈາກບັນ​ຫາ ​ທີ່​ມີ​ທ່​າ​ອ່ຽງເພີ້ມ​ຂຶ້ນ ຢູ່​ໃນ​ນະ​
ຄອນ​ວໍ​ຊິງ​ຕັນບ່ອນ​ທີ່​ທ່ານ​ໄດ້​ໃຊ້​ສິດ​ທິ​ພິ​ເສດຂອງ​ຜູ້​ບໍ​ລິ​ຫານກີດ​ກັນ​ບໍ່​ໃຫ້ບົດ​ລາຍ​ງານ
​ສະ​ບັບ​ເຕັມ​ຂອງ​ໄອ​ຍະ​ການພິ​ເສດ ໂຣ​ເບີດ ມັ​ລ​ເລີ ​ຕົກ​ໄປ​ຢູ່​ໃນການກວດ​ສອບ​ຂອງ​
ລັດ​ຖະ​ສະ​ພາວ ໄວ້ນັ້ນ ເປັນ​ເວ​ລາສອງສາມ​ຊົ່ວ​ໂມງ.

ໃນ​ຕອນ​ທີ່​ອ່ານ​ເບິ່ງ​ໜັງ​ສື​ພິມ​ແບບຄ້າວໆຂອງ​ເພິ່ນ​ໃນ​ຕອນ​ເຊົ້າໆ ຢູ່​ໃນ​ທຳ​ນຽບ​ຂາວນັ້ນ
ທ່ານ​ທ​ຣຳ​ໄດ້​ເຫັນພາດ​ຫົວ​ຂໍ້​ຂ່າວ ​ຢູ່​ໜ້າ​ທຳ​ອິດ​ຂອງ​ໜັງ​ສື​ພິມ New York Times ຂຽນ​
ວ່າ "ທົດ​ສະ​ວັດຂອງ​ບັນ​ຊີ​ຕິດ​ສີ​ແດງ: ຕົວ​ເລກ​ໃນ​ການ​ເສຍ​ພາ​ສີ​ ຂອງ​ທ່ານທ​ຣຳສະ​
ແດງ​ໃຫ້​ເຫັນ​ວ່າ ທຸ​ລະ​ກິດ​ຂາດ​ທຶນຫລາຍກວ່າ 1 ຕື້​ໂດ​ລາ."


ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ຕອບ​ຄືນຢູ່​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ວ່າ​ເລື້ອງ ນີ້ເປັນ “ຂໍ້​ມູນ​ທີ່​ເກົ່າ​
ຫລາຍ”
ແລະ“​ຂ່າວ​ຂີ້​ຕົວະ​ທີ່​ຂາດຄວາມ​ແມ້ນ​ຢຳຫລາຍ ໄດ້​ອອກມາທຳ ງານ​ແລ້ວ!"

ໃນ​ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່​ມາ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຈາກ​ລັດ​ນິວຢອກ ກໍ​ໄດ້​ພາ
​ກັນ​ເອົາ​ບາດ​ກ້າວ ​ທີ່​ສາ​ມາດ​ນຳ​ໄປ​ສູ່​ການ​ລາຍ​ງານ ພາ​ສີໃຫ້ລັດດັ່ງ​ກ່າວ​ຂອງ​ທ່ານ​ທ​ຣຳ
ຊຶ່ງ​ທ່ານໄດ້​ປິດ​ບັງ​ບໍ່​ໃຫ້​ຄົນກວດເບິ່ງ​ໄດ້​ຢ່າງ​ເປັນ​ໜ້າ​ອິດ​ສານັ້ນ.

ໃນ​ຕອນ​ບ່​າຍ​ຂອງມື້​ດຽວ​ກັນ, ຂ່າວບໍ່​ດີອັນ​ຈຳ​ນວນ​ນຶ່ງ ​ສຳ​ລັບ​ປະ​ທາ​ນາ​ທິ​ບໍ​ດີ​ກໍ​ໄດ້ລັ່ງ​
ອອກ​ມາ​ຈາກ​ຫ້ອງ​ການ​ລັດ​ຖະ​ສະ​ພາ. ຄະ​ນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ​ທີ່​
ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ​ນັ້ນ ໄດ້​ລົງ​ຄະ​ແນນ​ສຽງ​ຕັດ​ສິນ​ວ່າ ທ່ານວິ​ລ​ລຽມ ບາ
(William Barr), ລັດ​ຖະ​ມົນ​ຕີ​ກະ​ຊວງຍຸ​ຕິ​ທຳ​ຂອງ​ທ່ານໄດ້ ໝິ່ນ​ປະ​ໝາດ​ຕໍ່​ລັດ​ຖະ​ສະ​ພາ.

Taxes Aren't the Only Trouble for Trump
please wait

No media source currently available

0:00 0:02:29 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG