ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປ. ທຣໍາເວົ້າວ່າ ທ່ານມີສາຍພົວພັນທີ່ ‘ດີຫລາຍ,’ກັບ ດຣ. ຟາວຈິ ແຕ່ວ່າ ທ່ານ ‘ບໍ່ໄດ້ເຫັນດີນໍາລາວ ໝົດທຸກອັນ’


ປະທານາທິບໍດີ ທຣໍາ, ທ່ານຮອງປະທານາທິບໍດີ ເພັນສ໌ ຢືນຟັງ ຂະນະທີ່ Dr. Anthony Fauci, ຫົວໜ້າສະຖາບັນດ້ານໂຣກພູມແພ້ ແລະພະຍາດຕິດແປດກໍາລັງກ່າວ ກ່ຽວກັບໄວຣັສໂຄໂຣນາ ຢູ່ຫ້ອງປະຊຸມຖະແຫລງຂ່າວ James Brady ໃນທໍານຽບຂາວ
ປະທານາທິບໍດີ ທຣໍາ, ທ່ານຮອງປະທານາທິບໍດີ ເພັນສ໌ ຢືນຟັງ ຂະນະທີ່ Dr. Anthony Fauci, ຫົວໜ້າສະຖາບັນດ້ານໂຣກພູມແພ້ ແລະພະຍາດຕິດແປດກໍາລັງກ່າວ ກ່ຽວກັບໄວຣັສໂຄໂຣນາ ຢູ່ຫ້ອງປະຊຸມຖະແຫລງຂ່າວ James Brady ໃນທໍານຽບຂາວ

ປະທານາທິບໍດີ ດໍໂນລ ທຣໍາໄດ້ກ່າວຢໍ້າໃນວັນຈັນວານນີ້ວ່າ ທ່ານ “ມີການ ພົວພັນທີ່ດີຫລາຍ” ກັບດຣ. ອານໂທນີ ຟາວຈິ ເຖິງແມ່ນຈະມີການລາຍງານ ຂອງຂ່າວສານຕ່າງໆ ທີ່ສະແດງໃຫ້ເຫັນວ່າລັດຖະບານໄດ້ຫລຸດຄວາມສໍາຄັນ ຂອງສະມາຊິກຄົນນຶ່ງໃນໜ່ວຍງານສະເພາະກິດດ້ານໄວຣັສໂຄໂຣນາຂອງຕົນ ລົງກໍຕາມ.

ທ່ານທຣໍາຖືກພວກນັກຂ່າວຖາມກ່ຽວກັບທ່ານໝໍດັ່ງກ່າວໃນລະຫວ່າງທີ່ມີງານ ທີ່ເພັ່ງເລັງໃສ່ຝ່າຍປະຕິບັດກົດໝາຍ. ເຖິງແມ່ນວ່າປະທານາທິບໍດີເຄີຍໄດ້ໃຫ້ ຄໍາເຫັນແບບພໍໃຈກ່ຽວກັບສາຍພົວພັນຂອງທ່ານກັບທ່ານຟາວຈິກໍຕາມ ແຕ່ວ່າ ໃນວັນຈັນວານນີ້ ທ່ານເວົ້າວ່າ “ຂ້າພະເຈົ້າບໍ່ໄດ້ເຫັນດີກັບລາວທຸກຄັ້ງຕະຫຼອດ ດອກ.”

ທ່ານ ຟາວຈິ ທີ່ເປັນຫົວໜ້າສະຖາບັນດ້ານໂຣກພູມແພ້ ແລະພະຍາດຕິດແປດ ຢູ່ໃນໜ່ວຍງານສະເພາະກິດຂອງທໍານຽບຂາວທີ່ຮັບມືກັບພະຍາດໂຄວິດ-19 ຊຶ່ງ ເປັນພະຍາດທີ່ເກີດຈາກໄວຣັສທີ່ໄດ້ເຮັດໃຫ້ຊາວອາເມຣິກັນຫລາຍລ້ານຄົນຕິດ ເຊື້ອ ແລະບໍ່ໄດ້ມີສັນຍານໃຫ້ເຫັນທ່າທີວ່າ ມັນຈະຫລຸດລົງເລີຍ ຢູ່ໃນປະເທດນີ້.

ຢູ່ໃນກອງປະຊຸມຖະແຫລງຂ່າວກ່ອນໜ້ານັ້ນໃນວັນຈັນວານນີ້, ໂຄສົກປະຈໍາ ທໍານຽບຂາວ, ທ່ານນາງ ເຄລີ ແມັກເຄນແນນນີ (Kayleigh McEnany) ຖືກຖາມກ່ຽວກັບຄໍາຖະແຫລງທີ່ທ່ານ ພີເຕີ ນາວາໂຣ (Peter Navarro), ທີ່ປຶກສາດ້ານການຄ້າ ແກ່ປະທານາທິບໍດີ ໄດ້ສົ່ງໃຫ້ໜັງສືພິມວໍຊິງຕັນໂພສ ແລະໄດ້ພິມເຜີຍແຜ່ອອກໃນວັນທີ 11 ກໍລະກົດທີ່ໄດ້ຢືນຢັດວ່າ ທ່ານ ຟາວຈິ “ມີ ລັກ ສະນະທ່າທາງທີ່ດີກັບຄົນທົ່ວໄປ ແຕ່ວ່າ ທຸກສິ່ງທຸກຢ່າງທີ່ຂ້າພະ ເຈົ້າເຄີຍມີການພົວພັນກັບທ່ານ ແມ່ນລ້ວນແຕ່ຜິດໝົດ.”

ອົງການຂ່າວອື່ນໆ ໄດ້ໃຫ້ທັດສະນະຕໍ່ຄໍາຖະແຫລງຂອງທ່ານ ນາວາໂຣວ່າ ເປັນການຄົ້ນຄວ້າຂອງຝ່າຍຄັດຄ້ານແບບໃຊ້ການໂຄສະນາຫາສຽງ.

“ທ່ານ ຟາວຈິ ມີ ລັກສະນະທ່າທາງທີ່ດີກັບຄົນທົ່ວໄປ ແຕ່ວ່າ ທຸກສິ່ງທຸກຢ່າງ ທີ່ຂ້າພະເຈົ້າເຄີຍມີການພົວພັນກັບທ່ານ ແມ່ນລ້ວນແຕ່ຜິດໝົດ. ໃນທ້າຍເດືອນມັງກອນ ຕອນທີ່ຂ້າພະເຈົ້າໄດ້ສະເໜີໂດຍຕາງໜ້າໃຫ້ແກ່ທ່ານປະທານາທິບໍດີ ໃນການຕັດສາຍການບິນມາຈາກຈີນນັ້ນ ທ່ານ ຟາວຈິ ໄດ້ຄັດຄ້ານຕໍ່ການ ຕັດສິນໃຈແບບກ້າຫານຂອງທ່ານປະທານາທິບໍດີ. ໃນຕອນທີ່ຂ້າພະເຈົ້າໄດ້ ເຕືອນຢູ່ໃນຈົດໝາຍບັນທຶກໃນທ້າຍເດືອນມັງກອນວ່າ ອາດຈະມີການລະບາດ ຢ່າງເປັນອັນຕະລາຍຮ້າຍແຮງ ທ່ານ ຟາວຈິກັບໄດ້ບອກພວກຂ່າວສານວ່າ ບໍ່ຕ້ອງເປັນຫ່ວງ. ໃນຕອນທີ່ຂ້າພະເຈົ້າເຮັດວຽກຕາງໜ້າໃຫ້ທ່ານປະທານາທິບໍດີ ຢ່າງຂຸ້ນຂ້ຽວໃນເດືອນກຸມພາ ເພື່ອຊ່ວຍອອກແບບເຮັດໃຫ້ມີການລະດົມເຮັດໃຫ້ ອຸດສາຫະກໍາດ້ານການແພດຂະຫຍາຍຕົວຢ່າງວ່ອງໄວທີ່ສຸດໃນປະຫວັດສາດ ຂອງພວກເຮົາ ທ່ານ ຟາວຈິຍັງບອກປະຊາຊົນວ່າ ໄວຣັສຈີນນັ້ນມີໄພອັນຕະລາຍ ຕໍ່າ ແລະກໍປີ້ນຄວາມກ່ຽວກັບການໃສ່ໜ້າກາກປິດປາກໄວ້. ແລະເມື່ອທ່ານຟາວຈິ ບອກໜ່ວຍງານສະເພາະກິດວ່າ ມີຫລັກຖານສະແດງໃຫ້ເຫັນພຽງໜ້ອຍດຽວວ່າ ຢາໄຮດຣອກໄຊໂຄລໂຣຄວີນ ສາມາດຕ້ານໄວຣັສຈີນໄດ້ ຂ້າພະເຈົ້າໄດ້ ສູ້ຢັນທ່ານ ຄືນດ້ວຍການໃຊ້ການສຶກສາຄົ້ນຄວ້າຫລາຍສິບອັນ ທີ່ສະແດງ ໃຫ້ເຫັນວ່າມັນປອດໄພ ແລະມີປະສິດທິພາບສູງ. ດຽວນີ້ ທ່ານຟາວຈິເວົ້າວ່າ ການຫລຸດລົງຂອງ ອັດຕາຄົນເສຍຊີວິດບໍ່ສໍາຄັນ ເມື່ອມັນເປັນສະຖິຕິອັນດຽວ ທີ່ສໍາຄັນທີ່ສຸດໃນການ ຊ່ວຍເປັນຂໍ້ຊີ້ນໍາຈັງຫວະການເປີດເສດຖະກິດຄືນ. ສະນັ້ນ ຖ້າທ່ານຖາມຂ້າພະເຈົ້າວ່າ ຂ້າພະເຈົ້າຟັງຄໍາແນະນໍາຂອງດຣ. ຟາວຈິບໍ່, ຄໍາຕອບຂອງຂ້າພະເຈົ້າ ກໍຄື ມີແຕ່ຟັງແບບລະມັດລະວັງເທົ່ານັ້ນ.”

“ບໍ່ມີການຄົ້ນຄວ້າຫາຝ່າຍຕໍ່ຕ້ານໃດໆ ທີ່ເອົາໂຍນໃສ່ພວກນັກຂ່າວດອກ,” ນັ້ນ ຄືຄໍາເວົ້າຂອງທ່ານນາງແມັກເຄນແນນນີ. ທ່ານນາງກ່າວຕໍ່ໄປວ່າ “ພວກເຮົາ ຖືກໜັງສືພິມວໍຊິງຕັນໂພສຖາມຄໍາຖາມແບບເຈາະຈົງອັນນັ້ນ. ແລະຄໍາຖາມນັ້ນ ແມ່ນທ່ານປະທານາທິບໍດີທຣໍາໄດ້ເວົ້າວ່າ ດຣ. ຟາວຈິ ໄດ້ເຮັດຜິດບາງຢ່າງ ແລະ ພວກເຮົາກໍໄດ້ໃຫ້ຄໍາຕອບໂດຍກົງຕໍ່ຄໍາຖາມໂດຍກົງນັ້ນ.”

ບົດຂ່າວຂອງໜັງສືພິມວໍຊິງຕັນໂພສ ຍັງໄດ້ເວົ້າວ່າ ທ່ານ ຟາວຈິ ແລະທ່ານ ທຣໍາ ບໍ່ໄດ້ລົມກັນເລີຍຫລັງຈາກອາທິດທໍາອິດຂອງເດືອນມິຖຸນາເປັນຕົ້ນມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG