ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ຕົກລະດັບ ໃນລາຍຊື່ ມະຫາເສດຖີ ພັນລ້ານ ຂອງວາລະສານ ຟອບສ໌


ເຈັຟ ເບໂຊສ "Jeff Bezos," ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານໃຫຍ່ ບໍລິສັດ ແອັມມາຊອນ, ກ່າວຄຳປາໄສ ໃນຫ້ອງຮັບປະທານອາຫານຄໍ່າ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, 5 ພຶດສະພາ, 2016.
ເຈັຟ ເບໂຊສ "Jeff Bezos," ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານໃຫຍ່ ບໍລິສັດ ແອັມມາຊອນ, ກ່າວຄຳປາໄສ ໃນຫ້ອງຮັບປະທານອາຫານຄໍ່າ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, 5 ພຶດສະພາ, 2016.

ມູນຄ່າສຸດທິຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຕົກລົງ 400 ລ້ານ
ໂດລາໃນປີກາຍນີ້, ຫຼຸດລົງເປັນປະມານ 3 ພັນ 1 ຮ້ອຍລ້ານໂດລາ, ເຮັດໃຫ້ທ່ານຕົກ
ລົງ 222 ອັນດັບໃນລາຍຊື່ມະຫາເສດຖີພັນລ້ານປະຈຳປີຂອງວາລະສານ ຟອບສ໌
“Forbes”, ເຊິ່ງຖືກເປີດເຜີຍໃນວັນອັງຄານວານນີ້.

ທ່ານ ທຣຳ ໄດ້ຕົກອັນດັບຄົນລວຍທີ່ສຸດ ຈາກທີ 544 ໃນປີ 2017 ເປັນທີ 766 ໃນປີ
2018. ມັນເປັນປີທີສອງລຽນຕິດທີ່ຄວາມຮັ່ງມີຂອງທ່ານ ທຣຳ ໄດ້ຫລຸດລົງ.

ການຕົກຕຳແໜ່ງໃນຄວາມຮັ່ງມີຂອງໂລກຂອງທ່ານ ທຣຳ ໄດ້ມີຂຶ້ນໃນຂະນະທີ່ 35 ຄົນ
ໄດ້ຖືກຈັດເຂົ້າໃນລາຍຊື່ມະຫາເສດຖີພັນລ້ານ ທີ່ເປັນສະຖິຕິໃໝ່ຂອງວາລະສານ
ຟອບສ໌.

ຜູ້ບໍລິຫານໃຫຍ່ຂອງບໍລິສັດ Amazon ທ່ານ ເຈັຟ ເບໂຊສ "Jeff Bezos" ຖືກລະບຸ
ວ່າເປັນຜູ້ທີ່ລໍ້າລວຍທີ່ສຸດໃນໂລກ, ມີເງິນຫຼາຍເຖິງ 112 ພັນລ້ານໂດລາ, ເພີ່ມຂຶ້ນ 32
ພັນ 2 ຮ້ອຍລ້ານໂດລາຈາກປີກ່ອນໜ້ານີ້. ສະຫຼຸບ 3 ອັນດັບສູງສຸດ ແມ່ນໄດ້ແກ່ທ່ານ
ບິລ ເກດສ ເຈົ້າຂອງບໍລິສັດ ໄມໂຄຣຊອຟ ດ້ວຍມູນຄ່າ 90 ພັນລ້ານໂດລາ, ແລະ ນັກ
ລົງທຶນທ່ານ ວໍເຣັນ ບັຟເຟັດ "Warren Buffet" ມີ 84 ພັນລ້ານໂດລາ.

ຄົນທີ່ຮັ່ງມີທີ່ສຸດໃນທະວີບ ຢູໂຣບ ແລະ ຢູ່ໃນອັນດັບ 4 ຂອງລາຍຊື່ແມ່ນຫົວໜ້າຂອງ
ບໍລິສັດສິນຄ້າລາຄາແພງ LVMH, ທ່ານ ເບີນາດ ອາໂນລ "Bernard Arnault", ຜູ້ທີ່
ມີຊັບສິນ 72 ພັນລ້ານໂດລາ.

ສະຫະລັດ ມີມະຫາເສດຖີພັນລ້ານ ຫຼາຍທີ່ສຸດ ຖ້ານັບຕາມປະເທດ, ດ້ວຍຈຳນວນ
585 ຄົນ, ຕາມດ້ວຍ ຈີນ. ລັດຄາລິຟໍເນຍ ພຽງລັດດຽວ, ມີມະຫາເສດຖີພັນລ້ານ 144
ຄົນ, ເຊິ່ງຫຼາຍກວ່າປະເທດອື່ນໆນອກຈາກ ສະຫະລັດ ແລະ ຈີນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG