ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ກ່າວວ່າ “​​ໃກ້​ຈະ” ບັນລຸ​ຂໍ້ຕົກລົງ ກ່ຽວກັບ ພວກຊາ​ວໜຸ່ມ ທີ່ເຂົ້າ​ເມືອງ ຜິດ​ກົດໝາຍ​


ປະທານາທິບໍດີ ດໍໂນລ ທຣໍາ ຕອບຄຳຖາມບັນດານັກຂ່າວ ໃນຂະນະທີ່ ທ່ານເດີນທາງມາເຖິງທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ຕອບຄຳຖາມບັນດານັກຂ່າວ ໃນຂະນະທີ່ ທ່ານເດີນທາງມາເຖິງທຳນຽບຂາວ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ພະຫັດ​ວານ​ນີ້​ວ່າ ທ່ານ “ໃກ້​
ຈະ” ບັນລຸ​ການຕົກລົງ​ກັບບັນດາ​ຜູ້ນຳ​ລັດຖະສະພາ​ໄດ້​ແລ້ວ ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້ພວກ
ຊາ​ວໜຸ່ມທີ່ເຂົ້າ​ເມືອງຜິດ​ກົດໝາຍ​ຈາກ​ການ​ຖືກ​ເນລະ​ເທດ ຫລາຍ​ປີ​ຫລັງ​ຈາກ​ພໍ່​ແມ່
ຂອງ​ເຂົາ​ເຈົ້າ ​ໄດ້​ນຳ​ເອົາ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນສະ​ຫະລັດ ແຕ່​ວ່າ​ຂໍ້​ຕົກລົງ​ໃດໆກໍ​ຕາມ​ຕ້ອງ
​ຮວມທັງ “ການ​ຮັກສາ​ຄວາ​ມປອດ​ໄພ​ຊາຍ​ແດນ​ຢ່າງ​ເຄັ່ງ​ຄັດ.”

ປະທານາທິບໍດີ​ທຣໍາກ່າວ​ ​ໃນ​ຂະນະ​ທີ່​ທ່ານ​ເດີນທາງ​ໄປ​ລັດ Florida ​ເພື່ອ​ໄປ​ເບິ່ງ​ດ້ວຍ
​ຕົນ​ເອງ​ ສະພາບຄວາມ​ເສຍ​ຫາຍ ທີ່ເກີດ​ຈາກ​ເຮີຣິ​ເຄນ Irma “ດີ ພວກ​ເຮົາ​ກຳລັງ​ເຮັດ​
ວຽກ​ຕາມ​ແຜນ ທີ່​ກ່ຽວກັບ​ການ​ຄວບ​ຄຸມ​ຊາຍ​ແດນ​ຢ່າງ​ເຄັ່ງ​ຄັດ.”

ປະທານາທິບໍດີ​ທຣໍາກ່າວ​ວ່າ “ຄົນ​ຢາ​ກ​ເຫັນ​ເລື້ອງ​ນີ້​ເກີດ​ຂຶ້ນ. ພວກ​ຊາວ​ໜຸ່ມ​ຖືກ​ນຳ​ມາ​
ທີ່​ນີ້ ບໍ່​ແມ່ນຄວາມ​ຜິດ​ຂອງ​ເຂົາ​ເຈົ້າ ​ເພາະສະ​ນັ້ນ​ພວກ​ເຮົາ​ເຮັດ​ວຽກ​ກ່ຽວ ກັບ​ແຜນດັ່ງ
ກ່າວ. ພວກ​ເຮົາ​ຈະ​ເບິ່ງ​ວ່າ​ ຈະ​ອອກ​ມາ​ຢ່າງ​ໃດ ​ແຕ່​ວ່າ​ພວກ​ເຮົາ​ຈະ​ຮັກສາ​ຊາຍ​ແດນ
​ຢ່າງ​ເຄັ່ງ​ຄັດ ອັນ​ເປັນ​ພາກສ່ວນ​ນັ້ນ ​ແລະ​ຂ້າພະ​ເຈົ້າ​ຄິດ​ວ່າ​ສິ່ງໃດ​ສິ່ງ​ນຶ່ງ​ສາມາດເກີດ
​ຂຶ້ນ ພວກ​ເຮົາ​ຈະ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ ​ແຕ່ວ່າ​ບາງ​ສິ່ງ​ບາງ​ຢ່າງ​ຈະ​ເກີດ​ຂື້ນ.”

ຄຳ​ຖະ​ແຫລ​ງຂອງ​ປະທານາທິບໍດີ​ທຣໍາ ມີ​ຂຶ້ນບໍ່​ດົນ​ຫລັງ​ຈາກ​ທີ່​ທ່ານ​ໄດ້​ກ່່າວ​ຢູ່​ໃນການ
​ສົ່ງ​ຂໍ້ຄວາມທາງ Twitter ວ່າ ​ທ່ານ​ບໍ່​ໄດ້​ເຮັດ​ຂໍ້​ຕົກລົງ​ກັບ ບັນດາ​ຜູ້ນຳ​ສະພາ​ຕໍ່າ ​ແລະ​
ສະພາ​ສູງ​ພັກ​ເດ​ໂມ​ແຄຣັດ ກ່ຽວ​ກັບໂຄງການປົກ​ປ້ອງ ພວກເດັກນ້ອຍ​ທີ່​ເຂົ້າ​ເມືອງບໍ່​ມີ​
ເອກ​ກະສາ​ນ ຫລື DACA ທີ່​ລັດຖະບານ ທ່ານ​ທຣໍາ​ໄດ້ລົບ​ລ້າງ​ອາທິດ​ແລ້ວ​ນີ້ ​ໃນ​ຂະ
ນະ​ທີ່​ໃຫ້ເວລາ​ແກ່​ລັດຖະສະພາ​ຫົກ​ເດືອນລົງ​ຄະ​ແນນ​ສຽງແກ້​ໄຂບັນ​ຫາ​ດັ່ງກ່າວ.

Trump on DACA: We're 'Working on a Plan' That Includes Massive Border Security
please wait

No media source currently available

0:00 0:00:28 0:00

ຜູ້ນຳ​ສະພາ​ຕໍ່າ​ພັກ​ເດ​ໂມ​ແຄຣັດ ທ່າ​ນນາງ Nancy Peloci ​ແລະ​ຜູ້ນຳ​ສະພາ​ສູງ​ພັກ
ເດ​ໂມ​ແຄຣັດ ທ່ານ Charles Schumer ​ໄດ້​ກ່າວ​ຫລັງ​ຈາກ​ການ​ຮັບ​ປະທານ​ອາຫານ
​ຄໍ່າກັບ ປະທານາທິບໍດີ​ທຣໍາ ທີ່​ທຳນຽບຂາວ​ໃນ​ຕອນ​ແລງ​ວັນ​ພຸດ​ທີ່​ຜ່ານ​ມາ​ວ່າ ​ເຂົາ
​ເຈົ້າ​ໄດ້​ຕົກລົງ​ກັນ​ທີ່​ຈະ​ດຳ​ເນີນ​ການ​ຢ່າງ​ວອງ​ໄວ​ເພື່ອ​ປົກ​ປ້ອງ​ພວກ​ຊາວໜຸ່ມ​ເຂົ້າ​ເມື​ອງ
ຜູ້​ທີ່​ໄດ້​ລົງ​ທະບຽນ​ພາຍໃຕ້​ໂຄງການ​ DACA ​ ​ຂອງ​ອະດີດ​ປະທາ​ນາທິບໍດີ Barack
Obama ທີ່​ໄດ້​ປ້ອງ​ກັນ​ເຂົາ​ເຈົ້າ​ຈາກ​ການ​ຖືກເນລະ​ເທດ.

ປະທານາທິບໍດີ ດໍໂນລ ທຣໍາ ກຳລັງກ່າວຕໍ່ ຈາກຊ້າຍ ຜູ້ນຳສະມາຊິກສະພາສູງ ທ່ານ Mitch McConnel ພັກຣີພັບບລິກັນ ຈາກລັດ Kentukey ຜູ້ນຳສະມາຊິກສະພາສູງ ສຽງສ່ວນນ້ອຍ ທ່ານ Chuck Schumer ພັກເດໂມແຄຣັດ ຈາກລັດ New York ແລະຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານນາງ Nancy Pelosi ພັກເດໂມແຄຣັດ ຈາກລັດ California ທີ່ທຳນຽບຂາວ.
ປະທານາທິບໍດີ ດໍໂນລ ທຣໍາ ກຳລັງກ່າວຕໍ່ ຈາກຊ້າຍ ຜູ້ນຳສະມາຊິກສະພາສູງ ທ່ານ Mitch McConnel ພັກຣີພັບບລິກັນ ຈາກລັດ Kentukey ຜູ້ນຳສະມາຊິກສະພາສູງ ສຽງສ່ວນນ້ອຍ ທ່ານ Chuck Schumer ພັກເດໂມແຄຣັດ ຈາກລັດ New York ແລະຜູ້ນຳສະພາຕໍ່າສຽງສ່ວນນ້ອຍ ພັກເດໂມແຄຣັດ ທ່ານນາງ Nancy Pelosi ພັກເດໂມແຄຣັດ ຈາກລັດ California ທີ່ທຳນຽບຂາວ.

ໃນ​ຂະນະ​ທີ່ປະທານາທິບໍດີ​ທຣໍາ ບໍ່​ໄດ້​ເວົ້າ​ສະ​ເພາະ​ເຈາະຈົງ​ເຖິງ​ຂໍ້​ຕົກລົງວ່າ​ໄດ້​ບັນລຸ
ກັນ​ແບບ​ໃດ ​ແຕ່ທ່ານ​ໄດ້​ສະ​ແດງຄວາ​ມຮູ້ສຶກ ​ເພື່ອ​ອະນຸຍາ​ດ​ໃຫ້​ພວກ​ຊາວ​ໜຸ່ມຫລາຍ​ໆ
ຄົນທີ່​ໄດ້​ຮໍ່າ​ຮຽນ ​ແລະເຮັດ​ວຽກຢູ່​ໃນ​ສະຫະລັດ ​ແລະ​ຮັບ​ໃຊ້​ຢູ່​ໃນ​ກອງທັບ ​ໃຫ້​ຢູ່​ໃນ​ປະ
​ເທດ​ຕໍ່​ໄປ.

ທ່ານ​ກ່າວ​ວ່າ ​ແທ້​ບໍ່? “ມີ​ໃຜ​ແດ່​ຕ້ອງ​ການ​ຢາກປະຖີ້ມ ພວກ​ຊາວໜຸ່ມຜູ້​ທີ່​ໄດ້​ຮັບ​ການ
​ສຶກສາ ​ແລະ​ປະສົບ​ຜົນສຳ​ເລັດ ຜູ້​ທີ່​ມີ​ວຽກ​ການ ຈຳນວນ​ນຶ່ງທີ່​ຮັບ​ໃຊ້​ຢູ່ໃນ​ກອງທັບ​.”

Trump Says Border 'Wall Will Come Later'
please wait

No media source currently available

0:00 0:00:59 0:00

ລະຫວ່າງ​ທີ່ທ່ານ​ທຣໍາ ​ລົງ​ສະໝັກ​ສະໝັກ​ເອົາ​ຕຳແໜ່ງຢູ່ທຳນຽບຂາວ​ປີ​ກາຍ​ນີ້ ບັນດາ
​ຜູ້​ສະໜັບສະໜູນ​ຂອງທ່ານ ຮ້ອງ​ໂຮ​ຢ່າງ​ກ້ອງ​ດັງກ່ຽວ​ກັບແຜນການ​ຂອງ​ທ່ານ ທີ່​ຈະ
​ສ້າງ​ກຳແພງ​ຢູ່​ທາງ​ພາກ​ໃຕ້​ຂອງ​ສະຫະລັດ​ກັບ​ເມັກ​ຊິ​ໂກ ​ແຕ່​ວ່າ​ບັນດາ​ສະມາຊິກ​ພັກ
​ເມ​ໂມ​ແຄຣັດ ​ແລະ​ສະມາຊິກ​ພັກຣີພັບ​ບລິ​ກັນ​ຈຳນວນ​ນຶ່ງ ພາກັນ​ບໍ່​ເຫັນ​ພ້ອມ ​ແລະ​ຍັງ
​ບໍ່​ທັນ​ໄດ້​ອະນຸມັດ​ທຶນ​ເທື່ອ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Trump DACA Deal
please wait
Embed

No media source currently available

0:00 0:01:13 0:00

XS
SM
MD
LG