ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ປະເຊີນກັບການສືບສວນ ຄະດີ ອາຍາທີ່ສໍາຄັນ ຂະ​ນະ​ທີ່​ທ່ານຄິດ​ວ່າ ຈະ​ລົງ​ແຂ່ງ​ຂັນ​ເປັນ​ປະ​ທານາ​ທິ​ບໍ​ດີ ໃນ​​ປ​ີ 2024


ພວກ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ຈັບ​ກຸມອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ຂໍ​ຮ້ອງ​ໃຫ້​ທ່ານ​ປະ​ກາດ​ການ​ລົງ​ສະ​ໝັກ​ເລືອກ​ຕັ້ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2024 ໄດ້​ພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ຢູ່ນອກ​ຕຶກທ​ຣຳ ຫລື Trump Tower ໃນ​ນະ​ຄອນ​ນິວຢອກ, ວັນ​ທີ 9 ສິງ​ຫາ, 2022.
ພວກ​ປະ​ທ້ວງ​ຮຽກ​ຮ້ອງ​ໃຫ້​ຈັບ​ກຸມອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ພວກ​ສະ​ໜັບ​ສະ​ໜຸນ​ຂໍ​ຮ້ອງ​ໃຫ້​ທ່ານ​ປະ​ກາດ​ການ​ລົງ​ສະ​ໝັກ​ເລືອກ​ຕັ້ງເປັນ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2024 ໄດ້​ພາ​ກັນ​ໄປ​ໂຮມ​ຊຸມ​ນຸມ​ຢູ່ນອກ​ຕຶກທ​ຣຳ ຫລື Trump Tower ໃນ​ນະ​ຄອນ​ນິວຢອກ, ວັນ​ທີ 9 ສິງ​ຫາ, 2022.

ໃນຂະນະທີ່ທ່ານ​ສະ​ແດງ​ໃຫ້ເຫັນຢ່າງແຈ້ງ​ຂຶ້ນ​ຫລາຍ ຢູ່ໃນການໂຄສະນາຫາສຽງ​ອີກຄັ້ງນຶ່ງ ວ່າ​ຈະ​ຊິງ​ເອົາຕຳ​ແໜ່ງໃນທໍານຽບຂາວໃນປີ 2024, ອະດີດ ປະທານາທິບໍດີສະຫະລັດ, ທ່ານດໍ​ໂນ​ລ ທ​ຣຳ ກໍາລັງປະເຊີນກັບການສືບສວນຄະດີອາຍາຂອງລັດຖະບານກາງ ແລະຂອງລັດທີ່ສໍາຄັນ ຕໍ່ການກະທໍາຂອງທ່ານໃນທັນທີທັນ​ໃດ ພາຍ​ຫລັງ​ການໂຄສະນາຫາ​ສຽງເລືອກຕັ້ງຄືນໃຫມ່ ຂອງທ່ານລົ້ມແຫລວ ໃນປີ 2020 ນັ້ນ​ໂລດ.

ການເຂົ້າ​ໄປ​ຄົ້ນ​ເຮືອນ ​ໂດຍເຈົ້າ​ໜ້າ​ທີ່​ສັນ​ຕິ​ບານ​ກາງ ຫລື FBI ທີ່ບໍ່ເຄີຍມີມາ ກ່ອນໃນວັນຈັນວານນີ້ ຢູ່ທີ່ບ້ານ​ພັກ​ມາ-ອາ-ລາ​ໂກ (Mar-a-Lago) ຂອງ ທ່ານທ​ຣຳໃນລັດຟ​ລໍ​ຣິ​ດາ ແມ່ນຕົວຊີ້ບອກຄັ້ງຫຼ້າສຸດວ່າ ພວກນັກສືບສວນຍັງ ເພັ່ງ​ເລັງ​ໃສ່ປະທານາທິບໍດີຄົນທີ 45 ຂອງປະເທດຢູ່. ລາຍ​ງານ​ກ່າວ​ວ່າ ພວກ​ນັກ​ສືບ​ສອບ​ສວນ​ໄດ້​ຊອກ​ຫາ​ເອ​ກະ​ສານ​ລັບທີ່​ເຂົາ​ເຈົ້າຄິດ​ວ່າ​ ທ່ານ​ອາດ​ຈະ​ເອົາ​ໄປ​ນຳ​ທ່ານ ໃນ​ເວ​ລາ​ທີ່​ທ່ານ​ອອກຈາກນະ​ຄອນ​ຫລວງວໍ​ຊິງ​ຕັນ ​ໃນ​ປີ​ກາຍ​ນີ້.

ການ​ເຂົ້າ​ຊອກ​ຄົ້ນ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ຈາກ​ສານ​ ແລະ​ອາດ​ຈະໄດ້​ຮັບ​ການ​ອະ​ນຸ​ມັດ​ໃນ​ລະ​ດັບ​ສູງ​ສຸດຈາກ​ກະ​ຊວງ​ຍຸ​ຕິ​ທໍາ. ​ແຕ່​ລາຍ​ລະ​ອຽດ​ຂອງ​ໃບ​ສັ່ງ​ຄົ້ນ ​ທີ່​ເຈົ້າ​ໜ້າ​ທີ່​ສືບສວນ​ໄດ້​ຍື່ນ​ ແລະໃຫ້​ເຫດຜົນ​ກ່ຽວ​ກັບ​ການ​ຄົ້ນ​ນັ້ນ ​ແລະທັງຊື່​ຂອງ​ຜູ້​ພິພາກສາ ​ທີ່​ອະນຸຍາດໃຫ້​ຄົ້ນ​ນັ້ນ ຍັງ​ບໍ່​ທັນ​ເປັນ​ທີ່​ຮູ້​ຈັກກັນ​ຢ່າງ​ເປີດ​ເຜີຍເທື່ອ. ທຳນຽບຂາວກ່າວ​ວ່າ ຕົນ​ບໍ່​ໄດ້​ຮັບ​ແຈ້ງ​ການ​ກ່ຽວ​ກັບ​ການເຂົ້າ​ໄປ​ກວດ​ຄົ້ນໃນ​ຄັ້ງ​ນີ້ເລີຍ.

ຕຳ​ຫລວດ​ຄວບ​ຄຸມ​ການ​ຈາ​ລະ​ຈອນ​ຢູ່​ໃກ້​ປະ​ຕູ​ທາງ​ເຂົ້າ​ຂອງ​ບ້ານ​ພັກ Mar-a-Lago ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີໃນ​ເມືອງ Palm Beach, ລັດ​ຟ​ລໍ​ຣິ​ດາ, ວັນ​ທີ 8, 2022.
ຕຳ​ຫລວດ​ຄວບ​ຄຸມ​ການ​ຈາ​ລະ​ຈອນ​ຢູ່​ໃກ້​ປະ​ຕູ​ທາງ​ເຂົ້າ​ຂອງ​ບ້ານ​ພັກ Mar-a-Lago ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີໃນ​ເມືອງ Palm Beach, ລັດ​ຟ​ລໍ​ຣິ​ດາ, ວັນ​ທີ 8, 2022.

ພາຍໃຕ້ກົດໝາຍ ວ່າດ້ວຍການບັນທຶກຂອງປະທານາທິບໍດີ ປີ 1978, ບັນທຶກຢ່າງເປັນທາງການຂອງປະທານາທິບໍດີ ແລະຮອງປະທານາທິບໍດີທຸກ​ຄົນ ແມ່ນຍັງເປັນຂອງສາທາລະນະຢູ່ ເຖິງແມ່ນວ່າພວກ​ເພິ່ນຈະອອກຈາກ ຕຳແໜ່ງໄປ​ແລ້ວກໍຕາມ. ຂໍ້​ກຳ​ນົດຂອງລັດ​ຖະ​ບັນ​ຍັດ​ກໍ​ແມ່ນ​ວ່າ ​ເອ​ກະ​ສານ​ແມ່ນ​ຂອງ​ປະ​ຊາ​ຊົນອາ​ເມຣິກັນ​, ບໍ່​ແມ່ນຂອງ​ບຸກ​ຄົນ ​ທີ່​ເປັນ​ຜູ້​ນໍາ​ຂອງ​ປະ​ເທດນັ້ນ.

ປະມານນຶ່ງປີຫຼັງຈາກທ່ານອອກຈາກຕໍາແໜ່ງໄປ ທ່ານທ​ຣຳ ໄດ້ເອົາເອກະສານ 15 ກ່ອງຈາກການເປັນປະທານາທິບໍດີຂອງທ່ານໄປ​ຄືນ​ໃຫ້ຫ້ອງ​ການເກັບມ້ຽນເອ​ກະ​ສານ ຫລື National Archives, ເຊິ່ງບາງອັນໄດ້​ເວົ້າວ່າ ມີເອກະສານລັບລວມ​ຢູ່​ນຳ. ແຕ່ບັນດານັກສືບສວນ ທີ່ຄົ້ນຫາຫ້ອງການຂອງທ່ານທ​ຣຳ ແລະ ເປີດຕູ້ນິລະໄພ ຢູ່ບ້ານ​ພັກໃນແຄມທະເລຢູ່​ລັດ​ຟ​ລໍ​ຣິ​ດາຂອງທ່ານໃນວັນຈັນຜ່ານ​ມານີ້ ໄດ້ເອົາເອກະສານເພີ່ມອີກ ທີ່ບໍ່ໄດ້ຖືກສົ່ງຄືນໃນເດືອນມັງກອນນັ້ນ.

ທ່ານທ​ຣຳ ໄດ້ຕຳ​ໜິການຄົ້ນຫາດັ່ງ​ກ່າວຫລາຍ ​ເໝືອນ​ກັນ​ກັບການສືບສວນ ທີ່ກ່ຽວຂ້ອງກັບການເລືອກຕັ້ງ ໂດຍ​ເວົ້າ​ວ່າ ມັນເປັນການພະຍາຍາມທີ່ຈະເຮັດ​ໃຫ້ທ່ານບໍ່​ສາ​ມາດລົງແຂ່ງຂັນອີກເທື່ອນຶ່ງ ໃນປີ 2024 ນີ້​ໄດ້.

"ນີ້ແມ່ນເວລາທີ່ມືດມົນສໍາລັບປະເທດຊາດຂອງພວກເຮົາ, ຍ້ອນວ່າເຮືອນທີ່ ສວຍງາມຂອງຂ້າ​ພະ​ເຈົ້າ, ບ້ານ​ພັກ​ມາ-ອາ-ລາ​ໂກ (Mar-A-Lago) ໃນເມືອງ ພາມ​ບີ​ສ (Palm Beach), ລັດ​ຟ​ລໍ​ຣິ​ດາ ປັດຈຸບັນ ແມ່ນກຳ​ລັງຖືກປິດລ້ອມ, ຖືກບຸກ​ເຂົ້າ​ກວດ​ຄົ້ນ, ແລະຍຶດຄອງໂດຍເຈົ້າ​ໜ້າ​ທີ່ FBI ທີ່ເປັນ​ກຸ່ມ​ໃຫຍ່," ນັ້ນ​ຄື​ຄຳ​ເວົ້າ​ຂອງອະດີດປະທານາທິບໍດີທີ່ກ່າວຢູ່ໃນຖະແຫຼງການສະ​ບັບ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG