ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ທຣໍາ ຮັບເອົາ ການສະຫຼຸບ ອົງການສືບລັບ ສຫລ ທີ່ວ່າ ຣັດເຊຍ ແຊກແຊງ ການເລືອກຕັ້ງ ປີ 2016


ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ແລະປະທານາ ທິບໍດິຣັດເຊຍ ທ່ານວລາເດີເມຍ ປູຕິນ ມີປະຕິກິລິຍາຢູ່ກອງປະຊຸມ ສຸດຍອດແຮລຊິງກີ.
ປະທານາທິບໍດີສະຫະລັດ ທ່ານ ດໍ​ໂນ​ລ ທຣໍາ ແລະປະທານາ ທິບໍດິຣັດເຊຍ ທ່ານວລາເດີເມຍ ປູຕິນ ມີປະຕິກິລິຍາຢູ່ກອງປະຊຸມ ສຸດຍອດແຮລຊິງກີ.

ປະທາ​ນາ​ທິບໍດີ​ດໍ​ໂນ​ລ ທຣໍາ ອີກ​ເທື່ອ​ນຶ່ງ ກ່າວ​ປ້ອງ​ກັນ​ການ​ພົບ​ປະ​ຂອງ​ທ່ານ​ກັບ​ປະ
ທານາທິບໍດີຣັດ​ເຊຍ ທ່ານ​ວລາ​ເດີ​ເມຍ ປູ​ຕິນ ນຶ່ງ​ມື້​ຫຼັງ​ຈາກ​ໄດ້​ຕ່າວ​ປີ້ນ ການ​ຮັບ​ເອົາ​
​ການ​ປະ​ຕິ​ເສດ​ທ່ານ​ປູ​ຕິນວ່າ​ມົສກູ​ແຊ​ກ​ແຊງ​ເຂົ້າໃນ​ການ​ເລືອກ​ຕັ້ງ​ປະທານາ​ທິບໍດີ​ປີ
2016.

ປະທານາທິບໍດີ ​ດໍໂນ​ລ ທຣໍາ ​ໄດ້ຂຽນ​ລົງ​ໃນທວິດ​ເຕີ ​ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້​ວ່າ “ມີ​
ຫຼາຍ​ຄົນ​ຢູ່​ໃນລະດັບສູງ​ຂອງ​ການ​ສືບ​ລັບ​ ມັກກອງປະຊຸມຖະແຫຼງຂ່າວ​ ຢູ່ ນະຄອນ​
ແຮ​ລຊິງ​ກິຂອງຂ້າພະເຈົ້າ. ທ່ານ​ປູ​ຕິນ ​ແລະ​ຂ້າພະ​ເຈົ້າ​ໄດ້​ສົນທະນາ​ກັນ​ເລື້ອງ​ສຳຄັນ
​ຫຼາ​ຍຢ່າງ​ໃນ​ຂັ້ນ​ຕົ້ນ​ການ​ພົບ​ປະ​ຂອງ​ພວກເຮົາ. ພວກ​ເຮົາ​ຖືກ​ຕ້ອງ​ກັນ​ດີ ທີ່​ລົບ​ກວນ​
ພວກ​ກຽດ​ຊັງ​ທັງຫຼາຍ ​ທີ່ຕ້ອງການຢາກ​ເຫັນ​ມີ​ການ​ສົກ​ມວຍ​ກັນ. ຜົນ​ອັນ​ຍິ່ງ​ໃຫຍ່​ຈະ
​ເກີດ​ຂຶ້ນ.”

ການສົ່ງຂໍ້ຄວາມທາງທວີດເຕີ ຂອງປະທາ​ນາ​ທິບໍດີ​ທຣໍາ ມີຂຶ້ນຫລັງຈາກທ່ານກ່າວ
ວ່າ ທ່ານໄດ້ຮັບເອົາການສະ​ຫລຸບ ຂອງປະຊາ​ຄົມສືບ​ລັບສະຫະລັດທີ່ວ່າ ຣັດ​ເຊຍ​
ໄດ້​ເຂົ້າຫຍຸ້ງກ່ຽວໃນການ​ເລືອກ​ຕັ້ງ​ປະທານາ​ທິບໍດີໃນ​ປີ 2016.

ປະທານາທິບໍດີ​ທຣໍາ ໄດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ​ໃນການ​ຖະ​ແຫຼ​ງທີ່​ທຳນຽບຂາວ​ວ່າ
“ຂ້າພະ​ເຈົ້າ​ຮັບ​ເອົາ​ການ​ສະຫຼຸບ ຂອງ​ປະຊາ​ຄົມສືບ​ລັບ​ວ່າ ຣັດ​ເຊຍ​ ໄດ້​ແຊກແຊງ
ເຂົ້າໃນ​ການ​ເລືອກ​ຕັ້ງ ​ປີ 2016 ​ມີຂຶ້ນແທ້. ອາດ​ເປັນ​ຄົນ​ອື່ນ​ເຊັ່ນ​ກັນ. ມີ​ຫຼາຍໆ​ຄົນ
​ຢູ່ທາງນອກ​ນັ້ນ.

ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ພົບປະກັບບັນດາສະມາຊິກ ລັດຖະສະພາ ທີ່ທໍານຽບຂາວ ວັນທີ 17 ກໍລະກົດ 2018 ທີ່ນະຄອນຫຼວງວໍຊິງຕັນ.
ປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ບັນດານັກຂ່າວ ໃນຂະນະທີ່ພົບປະກັບບັນດາສະມາຊິກ ລັດຖະສະພາ ທີ່ທໍານຽບຂາວ ວັນທີ 17 ກໍລະກົດ 2018 ທີ່ນະຄອນຫຼວງວໍຊິງຕັນ.

ການໃຫ້ຄວາມເຫັນ​ຂອງ​ທ່ານ​ມີ​ຂຶ້ນ​ນຶ່ງ​ມື້​ ຫຼັງ​ຈາກ​ທ່ານ​ໄດ້​ຮັບເອົາ​ການ​ປະ​ຕິ​ເສດ​ຂອງ​
ທ່ານ​ປູ​ຕິ​ນຢ່າງເປີດເຜີຍວ່າ ມົສ​ກູ​ບໍ່​ໄດ້​ແຊກ​ແຊງ​ເຂົ້າ​ໃນການ​ເລືອກຕັ້ງ ທີ່​ຊຶ່ງໄດ້ພາໃຫ້
ມີການຕ້ອງຕິ​ຢ່າງ​ໜັກໂດຍບັນດາ​ສະມາຊິກ​ສະ​ພາ​ສະຫະລັດ​ຈາກ ທັງສອງພັກ ຄືພັກ
ຣີ​ພັບ​ບລິ​ກັນ ​ແລະ​ເດ​ໂມ​ແຄຣັດ ທີ່​ໄດ້​ຮັບ​ເອົາ​ຄຳ​ເວົ້າ​ຂອງ​ຜູ້ ນຳ​ຕ່າງປະ​ເທດ ກ່ອນ​ບັນ
ດາ​ອົງການ​ສືບ​ລັບ​ຂອງ​ຕົນ​. ບັນດາ​ສະມາຊິກ​ສະພາ​ຮ້ອງການໃຫ້ຄວາມເຫັນ​ຂອງທ່ານ
ວ່າ ໜ້າ​ອັບອາຍ​ແລະ​ສູນເສຍຄວາມໜ້າເຊື່ອ ຖືຂອງ​ປະທານາທິບໍດີ​ສະຫະລັດ.

​ໃນ​ການ​ປະຊຸມ​ກັບ​ບັນດາ​ສະມາຊິກສະພາ​ພັກຣີພັບ​ບລິກັນທີ່​ທໍ​ານຽບຂາວ​ໃນ​ວັນ​ອັງ
ຄານວານ​ນີ້ ປະທານາທິບໍດີ​ທຣໍາກ່າວ​ວ່າ ຫຼັງ​ຈາກ​ທ່ານ​ໄດ້​ທົບ​ທວນ​ເບິ່ງບົດ​ບັນທຶກ່ຽວ
ກັບການໃຫ້ຄວາມເຫັນຂອງທ່ານ ​ທີ່​ນະຄອນແຮ​ລຊິງ​ກິແລ້ວ ທ່ານ​ກ່າວ​ວ່າ ທ່ານຮູ້ສຶກ
ວ່າ ທ່ານໄດ້ກ່າວຜິດພາດ​ໄປ. ​

ປະທານສະພາຕໍ່າ ທ່ານພອລ ຣາຍອັນ ສັງກັດພັກຣີພັບບລິກັນ ຈາກລັດວິສຄອນຊິນ ກ່າວຕໍ່ບັນດານັກຂ່າວ.
ປະທານສະພາຕໍ່າ ທ່ານພອລ ຣາຍອັນ ສັງກັດພັກຣີພັບບລິກັນ ຈາກລັດວິສຄອນຊິນ ກ່າວຕໍ່ບັນດານັກຂ່າວ.

​ປະທານາທິບໍດີ​ທຣໍາກ່າວ​ວ່າ “ຢູ່​ໃນປະ​ໂຫຍ​ກສຳຄັນຂອງ​ການໃຫ້ຄວາມເຫັນຂ້າພະ​
ເຈົ້ານັ້ນ ຂ້າພະເຈົ້າໄດ້​ໃຊ້​ຄຳ​ເວົ້າ​ວ່າອາດ​ຈະ ​ແທນ​ທີ່ຈະເປັນອາດຈະບໍ່​ແມ່ນ. ປະໂຫຍ​ກ
ດັ່ງກ່າວ ຄວນ​ເປັນ​ ຂ້າພະ​ເຈົ້າ​ບໍ່ມອງ​ເຫັນ​ເຫ​ດຜົນ​ໃດໆ​ວ່າ ມັນຈະບໍ່ແມ່ນຣັດ​ເຊຍ.”

ສະມາຊິກສະພາສູງ ທ່ານແຣນ ໂພລ ສັງກັດພັກຣີພັບບລິກັນ ຈາກລັດເຄັນຕັກກີ ກ່າວຕໍ່ບັນດານັກຈ່າວທີ່ລັດຖະສະພາ.
ສະມາຊິກສະພາສູງ ທ່ານແຣນ ໂພລ ສັງກັດພັກຣີພັບບລິກັນ ຈາກລັດເຄັນຕັກກີ ກ່າວຕໍ່ບັນດານັກຈ່າວທີ່ລັດຖະສະພາ.

ແຕ່ທ່ານ​ກ່າວ​ວ່່າ ​ການ​ກະທຳ​ຂອງຣັດ​ເຊຍ​ ບໍ່​ໄດ້​ມີ​ຜົນໃດໆ ​ໃນໄຊຊະນະ​ຂອງ​ທ່ານຕໍ່
​ທ່ານ​ນາງ​ຮິ​ລລາຣີ ຄລິນ​ຕັນ ອະດີດ​ລັດຖະມົນ​ຕີ ​ການ​ຕ່າງປະ​ເທດ​ສະ ຫະລັດ ​ແລະໄດ້​
ກ່າ​ວຢ້ຳ​ເຖິງຄຳເວົ້າທີ່ທ່ານມັກເວົ້າຢູ່​ເລື້ອຍໆໃນການປະຕິ​ເສດ ວ່າ ບໍ່​ມີ​ການສົມຮູ້​ຮ່ວມ​ຄິດລະຫວ່າງ​ຄະນະ​ໂຄສະນາ​ຫາ​ສຽງແລະສາຍລັບຂອງ ຣັດ​ເຊຍ.

ຜູ້ນຳສະພາສູງສຽງສ່ວນນ້ອຍ ທ່ານຈັກ ຊູເມີຣ ຈາກລັດນິວຢອກ.
ຜູ້ນຳສະພາສູງສຽງສ່ວນນ້ອຍ ທ່ານຈັກ ຊູເມີຣ ຈາກລັດນິວຢອກ.

ທ່ານ​ກ່າວ​ວ່າ​ ລັດຖະບານ​ຂອງ​ທ່ານຈະເຮັດ​ທຸກ​ຢ່າງ​ໃນ​ຄວາມ​ສາມາດ ​ເພື່ອທັບມ້າງ
ຄວາມ​ພະຍາຍາມ​ຂອງຣັດ​ເຊຍ ​ໃນ​ການແຊກ​ແຊງ ເຂົ້າໃນ​ການ​ເລືອກ​ຕັ້ງ​ລັດຖະສະພາ​ສະຫະລັດ ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG