ທ່ານດໍໂນລ ທຣຳ ທີ່ເຄີຍຖືກຟ້ອງສອງເທື່ອ ແຕ່ບໍ່ຖືກພົບເຫັນວ່າມີຄວາມຜິດ ໄດ້ກາຍເປັນອະດີດປະທານາທິບໍດີຄົນທຳອິດຂອງສະຫະລັດທີ່ປະເຊີນກັບການຖືກຟ້ອງຮ້ອງຢ່າງເປັນທາງການ.
ໃນການເຄື່ອນໄຫວ ແບບບໍ່ເຄີຍມີມາກ່ອນ ຄະນະຕຸລາການຂອງນິວຢອກ ໄດ້ລົງຄະແນນສຽງ ໃນວັນພະຫັດວານນີ້ ເພື່ອຟ້ອງອະດີດປະທານາທິບໍດີດໍໂນລ ທຣຳ ໃນຂໍ້ຫາທີ່ພົວພັນກັບການຈ່າຍເງິນ ໃຫ້ດາວໂປ້ ໃນລະຫວ່າງການໂຄສະນາຫາສຽງເລືອກຕັ້ງປະທານາທິບໍດີປີ 2016.
ການກ່າວຫາທີ່ມີການຄາດການໄວ້ລ່ວງໜ້າເປັນຢ່າງສູງ ມີຂຶ້ນໃນຂະນະທີ່ທ່ານທຣຳ ພວມຊອກຫາທາງ ທີ່ຈະກັບຄືນເຂົ້າໄປກຳຕຳແໜ່ງຢູ່ທຳນຽບຂາວຄືນອີກ ຫຼັງຈາກໄດ້ເສຍໄຊໃນການເລືອກຕັ້ງເພື່ອເຂົ້າຮັບຕຳແໜ່ງເປັນສະໄໝທີສອງໃນປີ 2020 ເຮັດໃຫ້ທ່ານກາຍເປັນ ທັງໃນປັດຈຸບັນແລະອະດີດ ປະທານາທິບໍດີ ແລະຜູ້ສະໝັກເປັນປະທານາທິບໍດີ ພຽງຄົນດຽວເທົ່ານັ້ນ ທີ່ໄດ້ຖືກຟ້ອງຮ້ອງ.
ສຳນວນຟ້ອງຍັງບໍ່ທັນມີການເປີດເຜີຍ ແລະກໍຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ເປັນຄວາມຜິດຫຍັງ ແລະມີຈັກກະທົງກັນແທ້ ທີ່ທ່ານທຣຳຖືກຟ້ອງ. ໂທລະພາບ CNN ລາຍງານວ່າ ອະດີດປະທານາທິບໍດີໄດ້ຖືກກ່າວຫາໃນຄວາມຜິດ 30 ກວ່າກະທົງ. ວີໂອເອບໍ່ສາມາດຢືນຢັນຕໍ່ລາຍງານຂ່າວນີ້.
ຢູ່ໃນຖະແຫຼງການນັ້ນ ຫ້ອງການທະນາຍຄວາມເຂດແມນຮັດຕັນ ທ່ານອາລວິນ ແບຣັກ ກ່າວວ່າ ຕົນໄດ້ຕິດຕໍ່ໄປຫາ ທະນາຍຄວາມຂອງທ່ານທຣຳ “ເພື່ອປະສານງານ ໃນການເຂົ້າມອບໂຕ ຕໍ່ຫ້ອງການທະນາຍຄວາມເຂດ ເພື່ອດຳເນີນບາດກ້າວທຳອິດໃນການຟ້ອງຮ້ອງຂອງສານສູງສຸດ.”
ທະນາຍຄວາມຂອງທ່ານທຣຳ ທານໂຈ ທາໂຄປີນາ ກ່າວວ່າ ອະດີດປະທານາທິບໍດີມີທ່າທາງວ່າ ຈະໄປປາກົດໂຕ ໃນຕົ້ນອາທິດໜ້າ.
ການໄປປາກົດໂຕເພື່ອດຳເນີນການຟ້ອງຮ້ອງອາດມີຂຶ້ນໃນວັນອັງຄານຈະມານີ້ ອີງຕາມລາຍງານຂອງຫຼາຍໆອົງການຂ່າວ ໂດຍອ້າງແຫຼ່ງຂ່າວທີ່ຂໍສະຫງວນຊື່.
ເພື່ອຈະເຂົ້າມອບໂຕ ທ່ານທຣຳທີ່ອາໄສຢູ່ລັດຟລໍຣິດາ ອາດຈະຕ້ອງໄດ້ເດີນທາງໄປນິວຢອກ ພ້ອມກັບເຈົ້າໜ້າທີ່ອາລັກຂາຂອງທ່ານ.
ເວລາໃດຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ແລ້ວ ທ່ານຈະຖືກແປະໂປ້ລາຍມືແລະຖ່າຍຮູບກ່ອນທີ່ຈະເລີ້ມດຳເນີນການຟ້ອງຮ້ອງຕໍ່ໜ້າຜູ້ພິພາກສາແລະຖືກປ່ອຍ ດ້ວຍການປະກັນໂຕ.
ຢູ່ໃນຖະແຫຼງການ ທ່ານທຣຳທີ່ໄດ້ປະຕິເສດວ່າທ່ານບໍ່ໄດ້ກະທຳຫຍັງຜິດແລະກ່າວວ່າ ການຟ້ອງຮ້ອງນີ້ແມ່ນສ່ວນນຶ່ງໃນການຕາມລ່າຫາຄວາມຜິດພາຍໃຕ້ການນຳພາຂອງພັກເດໂມແຄຣັດ ເພື່ອທຳລາຍ “ຂະບວນການເຮັດໃຫ້ອາເມຣິກາຍິ່ງໃຫຍ່ຄືນອີກ.”
ອະດີດປະທານາທິບໍດີຂຽນວ່າ “ນີ້ແມ່ນການປະຫັດປະຫານທາງການເມືອງແລະການແຊກແຊງໃນການເລືອກຕັ້ງໃນລະດັບສູງສຸດຂອງປະຫວັດສາດ. ພັກເດໂມແຄຣັດຂີ້ຕົວະ ຂີ້ສໍ້ແລະຂີ້ລັກ ໃນຄວາມຄິດທີ່ຄອບງຳຈິດໃຈຂອງພວກເຂົາດ້ວຍການພະຍາຍາມທີ່ຈະ ‘ເອົາຜິດກັບທຣຳ’ ແຕ່ເວລານີ້ພວກເຂົາໄດ້ເຮັດໃນສິ່ງທີ່ບໍ່ຄາດຄິດ - ຟ້ອງຮ້ອງບຸກຄົນທີ່ບໍ່ມີຄວາມຜິດ ໃນການກະທຳ ທີ່ເປັນການແຊກແຊງຢ່າງເປີດແຜນຕໍ່ການເລືອກຕັ້ງ”