ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ທ​ຣຳ ຫວັງ​ວ່າ ​ຈະ​​​ບັນ​ລຸ ​ຂໍ້ຕົກ​ລົງ​ ກັບ​ຈີນ ​ໃນ​ເລື້ອງ​ພາ​ສີ ຢູ່ກອງ​ປະ​ຊຸມສຸດຍອດ ​ກຸ່ມຈີ 20


​ຜູ້​ຄົນ​ພາ​ກັນ​ໂຮມ​ຊຸມ​ນຸມຢູ່​ຕໍ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ຢູ່ນະ​ຄອນ​ຫລວງ​ບູ​ແອ​ນົ​ສ ແອ​ເຣັ​ສ ຂອງອາເຈັນຕິນາ ທີ່ເປັນ​ບ່ອນຈັດກອງ​ປະ​ຊຸມ 20 ໃນອາທິດນີ້
​ຜູ້​ຄົນ​ພາ​ກັນ​ໂຮມ​ຊຸມ​ນຸມຢູ່​ຕໍ່​ໜ້າ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ຢູ່ນະ​ຄອນ​ຫລວງ​ບູ​ແອ​ນົ​ສ ແອ​ເຣັ​ສ ຂອງອາເຈັນຕິນາ ທີ່ເປັນ​ບ່ອນຈັດກອງ​ປະ​ຊຸມ 20 ໃນອາທິດນີ້

ປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ສະ​ຫະ​ລັດ "ກຳ​ລັງ​ໃກ້​ຫຼາຍແລ້ວ​”
ທີ່​ຈະ​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ຈີນ​ໄດ້​ໃນ​ເລື້ອງ​ພາ​ສີ, ໃນ​ຂະ​ນະ​ທີ່​ທ່ານກຳ​ລັງ​ມຸ້ງ​ໜ້າ​ໄປຮ່ວມ
​ຂອງ​ປະ​ຊຸມສຸດຍອດ​ຂອງກຸ່ມ​ຈີ 20 ​ຫຼື 20 ປະ​ເທດທີ່​ມີ​ເສດ​ຖະ​ກິດ​ນຳ​ໜ້າ​ຂອງໂລກ
ເພື່ອ​ມີ​ການ​ພົບ​ປະ​ກັນທີ່​ຄາດ​ການ​ໄວ້​ຢ່າງ​ສູງ ກັບ​ປະ​ທານ​ປະ​ເທດຈີນ, ທ່ານ​ສີ ຈິ້ນ​ຜິງ
ທີ່​ແນ​ໃສ່ເຮັດ​ໃຫ້​ຄວາມ​ເຄັ່ງ​ຄຶງ​ທາງ​ການ​ຄ້າ​ທີ່​ມີ​ມາ​ແຕ່​ດົນ​ນານນັ້ນຜ່ອນ​ຄາຍ​ລົງ.ທ່ານ
​ທ​ຣຳ​ກ່າວ​ເພີ້ມ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ "ຂ້າ​ພະ​ເຈົ້າບໍ່​ຮູ້​ວ່າ ຕົນ​ເອງ​ຢາ​ກຈະ​ເຮັດ​ແນວນັ້ນ
ຫລືບໍ່," ແລະ​ເວົ້າ​ວ່າ "ຂ້າ​ພະ​ເຈົ້າມັກ​ຂໍ້ຕົກ​ລົງ ທີ່ພວກເຮົາມີຢູ່ໃນ ເວລານີ້" ໃນເວລາທີ່
ທ່ານໃຫ້ຄໍາເຫັນ ຕໍ່ພວກນັກຂ່າວ ຢູ່ທໍານຽບຂາວ ກ່ອນໜ້າ ທີ່ທ່ານຈະອອກເດີນທາງ ໄປຮ່ວມກອງປະຊຸມສຸດຍອດ ທີ່ຈັດຂຶ້ນໃນອາທິດນີ້ ຢູ່ ນະ​ຄອນ​ຫລວງ​ບູ​ແອ​ນົ​ສ ແອ​ເຣັ​ສ
ຂອງອາເຈັນຕິນາ.

ທ່ານປະ​ທາ​ນາ​ທິ​ບໍ​ດີ​ສ​ະ​ຫະ​ລັດຍັງກ່າວອີກວ່າ "ສິ່ງທີ່ພວກເຮົາມີຢູ່ໃນເວລານີ້ ກໍຄື ເງິນ
ຫລາຍຕື້ໂດລາ ແລະກໍຫລາຍໆຕື້ ກໍາລັງຫລັ່ງເຂົ້າມາໃນສະຫະລັດຢູ່ຮູບ ແບບຂອງພາ
ສີຂາເຂົ້າ ຫລື ພາສີອາກອນ. ສະນັ້ນ ຂ້າພະເຈົ້າບໍ່ຮູ້ເທື່ອ ແຕ່ຂ້າ ພະເຈົ້າຄິດວ່າ ຈີນ
ຢາກຈະເຮັດຂໍ້ຕົກລົງ, ຂ້າພະເຈົ້າຍິນດີທີ່ຈະເປີດໃຫ້ມີ ການ ເຮັດຂໍ້ຕົກລົງນໍາກັນ.”

US, China Eye G-20 for Relationship Reset
please wait

No media source currently available

0:00 0:02:25 0:00

ມີຄວາມຄາດຫວັງສູງຫລາຍຕໍ່ການພົບປະກັນລະຫວ່າງ ທ່ານ ທຣໍາ ແລະທ່ານ ສີ ຢູ່
ນອກກອງປະຊຸມ​ກຸ່ມ G-20 ໂດຍທີ່ມີພວກນັກຊ່ຽວຊານ ແລະເຈົ້າໜ້າທີ່ສະຫະລັດ
ມອງເຫັນວ່າ ການພົບປະດັ່ງກ່າວ ຈະເປັນໂອກາດ ທີ່ຈະມີການດັດ ປັບການພົວພັນ
ທີ່ເຄັ່ງຕຶງຄືນ​ໃໝ່ໃຫ້ມັນ​ຫລຸດ​ຄວາມຮຸນ​ແຮງ​ລົງ.

"​ພວກ​ເຮົາ​ຕ້ອງ​ໄດ້​ສູ້​ຊົນ ເພື່ອ​ເຮັດ​ໃຫ້​ຮັບ​ປະ​ກັນ​ໄດ້​ວ່າ ພວກ​ເຮົາ​ຫລີກ​ລ້ຽງການ​ຄິດ​ໄລ່
​ທີ່​ຜິດ​ພາດ​ໄດ້. ເພາະ​ສະ​ນັ້ນ ຖ້າ​ມັນ​ຫາກບໍ່​ມີ​ປະ​ສິດ​ທິຜົນ​ໃນ​ເວ​ລາ​ໃດ ພວກ​ເຮົາ​ຄວນ
​ມີ​ການ​ໂອ້​ລົມ​ກັນ​ຫລາຍ​ຂຶ້ນ ບໍ່​ແມ່ນ​ໜ້ອຍ​ລົງ. ແມ່ນ​ກະທັ້ງ ຢູ່​ໃນຕອນທີ່ບໍ່​ມີປະ​ສິດ​ທິ
ຜົນ​ນັ້ນ ພວກ​ເຮົາ​ກໍ​ຍັງ​ຢາກ​ຈະ​ມີ​ການ​ພົວ​ພັນ​ກັນ ຢູ່​ໃນ​ບະ​ດັບ​ສູງ" ນັ້ນ​ຄື​ຄຳ​ເວົ້າ​ຂອງ
ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຈີນ, ທ່ານ ວິນ​ສ​ຕັນ ລອດ (Winston
Lord) ຢູ່​ໃນ​ການ​ໃຫ້​ສຳ​ພາດ​ກັບ​ວີ​ໂອ​ເອ ເມື່ອມໍ່ໆ​ມານີ້.

ພະ​ນັກ​ງານ​ຄົນ​ນຶ່ງ​ໃຊ້​ຄອມ​ພີວ​ເຕີຢູ່​ໃກ້​ກັບ​ຮ່າງ​ລົດທີ່​ລາວ​ຜະ​ລິດຢູ່​ໂຮງ​ງານ​ປະ​ກອບ​ລົດຂອງ​ບໍ​ລິ​ສັດ Ford ຢູ່​ເຂດ​ເທດ​ສະ​ບານຈອງ​ຈີນ​ຂອງ​ຈີນ
ພະ​ນັກ​ງານ​ຄົນ​ນຶ່ງ​ໃຊ້​ຄອມ​ພີວ​ເຕີຢູ່​ໃກ້​ກັບ​ຮ່າງ​ລົດທີ່​ລາວ​ຜະ​ລິດຢູ່​ໂຮງ​ງານ​ປະ​ກອບ​ລົດຂອງ​ບໍ​ລິ​ສັດ Ford ຢູ່​ເຂດ​ເທດ​ສະ​ບານຈອງ​ຈີນ​ຂອງ​ຈີນ

ໃນ​ເລື້ອງ​ການ​ຄ້ານັ້ນ, ທ່ານ ໂຣ​ເບີດ ໄລ​ທ໌​ໄທ​ເຊີ (Robert Lighthizer), ຜູ້​ຕາງ​ໜ້າ​ທາງ​
ດ້ານ​ການ​ຄ້າ​ສະ​ຫະ​ລັດ, ໃນ​ອາ​ທິດນີ້​ໄດ້​ແຍກ​ເອົາ​ນະ​ໂຍ​ບາຍ​ດ້ານ​ພາ​ສີລົດ​ຍົນ​ຂອງ​ຈີນ
​ອອກ​ມາ​ສົນ​ທະ​ນາ​ກັນ.

ທ່ານ ໄລ​ທ໌ໄທ​ເຊີ ທີ່​ຈະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ G-20 ນັ້ນ ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຈະ​ກວດ​
ເບິ່ງ ເຄື່ອງ​ມື​ທີ່​ມີ​ຢູ່​ທັງ​ໝົດ ເພື່ອ​ຊອກ​ຫາ​ວິ​ທີ​ເຮັດ​ໃຫ້ການ​ເກັບ​ພາ​ສີ​ຕໍ່​ລົດ​ຍົນເທົ່າ​ທ​ຽມ​ກັນ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ວີໂອເອຮອບໂລກໃນ 60 ວິນາທີ ວັນທີ 23 ມີນາ 2024

XS
SM
MD
LG