ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ເສຍຊີວິດ ໃນອຸປະຕິເຫດ ເຮືອນຳທ່ຽວ ຫລົ້ມ ໃນທະເລສາບ ຢູ່ໃກ້ກັບ ເມືອງແບຣນສັນ ລັດມິສຊູຣີ

ພວກຄົນຈຳນວນນຶ່ງ ໄດ້ເຕົ້າໂຮມກັນ ຢູ່ດ້ານນອກຂອງບໍລິສັດ Ride the Ducks, ທີ່ດຳເນີນກິດຈະການ ນຳທ່ຽວທາງນ້ຳ ແລະທາງບົດ ທີ່ກ່ຽວຂ້ອງກັບອຸປະຕິເຫດ ເຮືອນຳທ່ຽວຫລົ້ມ ຢູ່ທີ່ ທະເລສາບ ເທໂບລ ຣັອກ (Table Rock), ວັນທີ 20 ກໍລະກົດ 2018 ໃນເມືອງ ແບຣນສັນ ລັດ ມິສຊູຣີ.

ສິບເຈັດຄົນ ລວມທັງເດັກນ້ອຍຈຳນວນນຶ່ງ ໄດ້ເສຍຊີວິດ ໃນເວລາ ເຮືອນຳທ່ຽວລຳນຶ່ງ
ໄດ້ພິກຂວ້ຳ ແລ້ວຈົມລົງທະເລສາບ ໃນລະຫວ່າງທີ່ເກີດລົມພາຍຸ ເມື່ອຕອນແລງວັນ
ພະຫັດຜ່ານມານີ້ ທີ່ລັດມິສຊູຣີ ຢູ່ທາງພາກຕາເວັນຕົກຕອນກາງ ຂອງສະຫະລັດ.
ຕຳຫຼວດລາດຕະເວນ ທາງຫຼວງ ຂອງລັດມິສຊູຣີ ສິບເອກ ເຈສັນ ເພສ ໄດ້ກ່າວວ່າ ພວກທີ່ໄດ້ເສຍຊີວິດ ແມ່ນມີອາຍຸ ລະຫວ່າງ 1 ປີ ຫາ 70 ປີ.

31 ຄົນ ແມ່ນບັນຈຸຢູ່ໃນເຮືອລຳດັ່ງກ່າວ ເຊິ່ງສາມາດແລ່ນຢູ່ເທິງນ້ຳ ແລະແລ່ນຢູ່ເທິງດິນ
ກໍໄດ້. ບັນດາເຈົ້າໜ້າທີ່ກ່າວວ່າ 14 ຄົນ ໄດ້ຖືກຊ່ອຍກູ້ຊີວິດມາໄດ້.

ເຮືອນຳທ່ຽວ ລຳນີ້ ຈອດຢູ່ໃນເດີ່ນຈອດລົງ ຂອງບໍລິສັດ Ride the Ducks, ທີ່ເປັນທຸລະກິດການນຳທ່ຽວ ທາງນ້ຳ ແລະບົກ ໃນເມືອງ ແບຣນສັນ ຂອງລັດມິສຊູຣີ, ວັນທີ 20 ກໍລະກົດ 2018.
ເຮືອນຳທ່ຽວ ລຳນີ້ ຈອດຢູ່ໃນເດີ່ນຈອດລົງ ຂອງບໍລິສັດ Ride the Ducks, ທີ່ເປັນທຸລະກິດການນຳທ່ຽວ ທາງນ້ຳ ແລະບົກ ໃນເມືອງ ແບຣນສັນ ຂອງລັດມິສຊູຣີ, ວັນທີ 20 ກໍລະກົດ 2018.

ເຮືອລຳນີ້ ເປັນນຶ່ງໃນເຮືອນຳທ່ຽວ 2 ລຳ ທີ່ແລ່ນຢູ່ໃນທະເລສາບ ໃນເວລານັ້ນ. ສ່ວນເຮືອອີກລຳນຶ່ງນັ້ນ ໄດ້ແລ່ນເຂົ້າຝັ່ງໄດ້ຢ່າງປອດໄພ ອີງຕາມລາຍງານຂ່າວ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ສົ່ງຂໍ້ຄວາມຜ່ານທາງທວີດເຕີ້ ສະແດງຄວາມ “ເສຍໃຈ
ຢ່າງເລິກເຊິ່ງ ຕໍ່ພວກຄອບຄົວ ແລະເພື່ອນມິດ ຂອງພວກຄົນເຫຼົ່ານັ້ນ ທີ່ພົວພັນກັບ
ອຸປະຕິເຫດທາງເຮືອ ທີ່ຮ້າຍແຮງ ເຊິ່ງຫາກໍເກີດຂຶ້ນ ຢູ່ໃນລັດມິສຊູຣີ.”

ທ່ານ ສຕີບ ລິນເດນເບີກ ນັກພະຍາກອນອາກາດ ຢູ່ທີ່ ອົງການອຸຕຸນິຍົມວິທະຍາ
ແຫ່ງຊາດ ໃນເມືອງ ສປຣິງຟີລ ລັດມິສຊູຣີ ໄດ້ກ່າວວ່າ ທາງອົງການໄດ້ແຈ້ງເຕືອນ
ພາຍຸຝົນທີ່ມີຟ້າຮ້ອງຮ້າຍແຮງ ຢູ່ໃນບໍລິເວນເມືອງ ແບຣນສັນ ໃນຄືນວັນພະຫັດ
ຜ່ານມານີ້. ທ່ານ ລິນເດນເບີກ ໄດ້ກ່າວຕື່ມວ່າ ມີລົມພັດແຮງ ດ້ວຍຄວາມໄວຫຼາຍກວ່າ
100 ກິໂລແມັດຕໍ່ຊົ່ວໂມງ.

ຕຳຫຼວດເມືອງ ສໂຕນ ທ່ານ ດັກ ເຣເດີ ໄດ້ກ່າວວ່າ ໂທລະສັບສຸກເສີນ ສາຍທຳອິດ
ໄດ້ໂທເຂົ້າມາ ໃນເວລາ 7 ໂມງ 9 ນາທີ ຕອນແລງ ຕາມເວລາໃນທ້ອງຖິ່ນ. ທ່ານ ເຣເດີ
ໄດ້ກ່າວວ່າ ທ່ານເຊື່ອວ່າ ເຮືອໄດ້ຈົມລົງ ຢູ່ໃນລະດັບ 12 ແມັດ ແລະ ສືບຕໍ່ກິ້ງເລິກລົງ
ໄປອີກ. ເຮືອລຳດັ່ງກ່າວ ຖືກລະບຸຕຳແໜ່ງໄດ້ແລ້ວ ອີງຕາມຄຳເວົ້າຂອງທ່ານ ເຣເດີ.
ລາຍງານຂ່າວແຈ້ງວ່າ ພວກເຈົ້າໜ້າທີ່ ວາງແຜນທີ່ຈະກູ້ເອົາເຮືອຂຶ້ນມາ ໃນມື້ໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG