ປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃຫ້ສັນຍານເຖິງຄວາມເປັນໄປໄດ້ເພື່ອການວາງມາດຕະການລົງໂທດເພີ້ມເຕີມຕໍ່ ຣັດເຊຍ ກ່ຽວກັບສົງຄາມຢູ່ໃນ ຢູເຄຣນ.
ເມື່ອຖືກຖາມກ່ຽວກັບການຄາດການ ໃນຂະນະທີ່ໂອ້ລົມກັບບັນດານັກຂ່າວໃນວັນອັງຄານວານນີ້, ທ່ານ ທຣໍາ ຕອບວ່າ “ມີຄວາມເປັນໄປໄດ້.”
ທ່ານ ທຣໍາ ກ່າວວ່າ ລັດຖະບານຂອງທ່ານໄດ້ທໍາການເຈລະຈາກັບປະທານາທິບໍດີຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ແລະຈະຫາລືກັບປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ ໃນ “ໄວໆນີ້.”
ທ່ານກ່າວວ່າ ສະຫະພາບຢູໂຣບ ຄວນ “ຈ່າຍເງິນຫຼາຍກວ່າທີ່ເຂົາເຈົ້າໄດ້ຈ່າຍໄປ” ເພື່ອຊ່ວຍເຫຼືອ ຢູເຄຣນ, ໃນຂະນະດຽວກັນກໍກ່າວແບບບໍ່ມີຄວາມຈິງວ່າ ສະຫະລັດ ໄດ້ທໍາການປະກອບສ່ວນຫຼາຍກວ່າ EU ແລ້ວ 200 ຕື້ໂດລາ.
ນັບຕັ້ງແຕ່ ຣັດເຊຍ ໄດ້ເປີດການບຸກໂຈມຕີ ຢູເຄຣນ ຢ່າງເຕັມອັດຕາໃນເດືອນກຸມພາ ປີ 2022, ສະຫະລັດ ໄດ້ໃຫ້ຄຳໝັ້ນວ່າ ຈະຊ່ວຍເຫຼືອ ຢູເຄຣນ ປະມານ 175 ຕື້ໂດລາ. EU ກ່າວວ່າ ກຸ່ມ ແລະບັນດາປະເທດສະມາຊິກ ໄດ້ຈັດຕັ້ງເງິນຊ່ວຍເຫຼືອໄວ້ແລ້ວປະມານ 145 ຕື້ໂດລາ.
ທ່ານ ທຣໍາ ກ່າວວ່າ ຢູໂຣບ ຄວນຈ່າຍເງິນໃຫ້ຫຼາຍກວ່າເກົ່າ ເພາະຢູ່ໃກ້ຄຽງກັນ, ນັ້ນໝາຍຄວາມວ່າ ສົງຄາມຈະມີຜົນກະທົບຕໍ່ EU ຫຼາຍກວ່າ ສະຫະລັດ.
ໂດຍທ່ານກ່າວວ່າ “ຂ້າພະເຈົ້າໝາຍຄວາມວ່າ ພວກເຮົາເປັນຫຍັງ, ຄົນໂງ່ບໍ? ຂ້າພະເຈົ້າເດົາວ່າ ຄໍາຕອບຄື ແມ່ນແລ້ວ, ເນື່ອງຈາກພວກເຂົາຕ້ອງຄິດດັ່ງນັ້ນ.”
ການໂຈມຕີທາງອາກາດ
ເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນພຸດມື້ນີ້ວ່າ ໜ່ວຍປ້ອງກັນທາງອາກາດຂອງປະເທດ ໄດ້ຍິງໂດຣນຕົກຫຼາຍລໍາໃນຕອນກາງຄືນ, ເຊິ່ງລວມມີພູມິພາກ ມິໂຄໄລວ໌ (Mykolaiv) ເຊິ່ງເປັນຂົງເຂດທີ່ຜູ້ປົກຄອງລັດ ທ່ານ ວິທາລີ ຄິມ (Vitaliy Kim) ກ່າວວ່າ ເສດຊາກຫັກພັງທີ່ຕົກລົງມາ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຕຶກອາພາດທ໌ເມັນແຫ່ງນຶ່ງ ແລະມີຜູ້ໄດ້ຮັບບາດເຈັບ 2 ຄົນ.
ເຈົ້າໜ້າທີ່ໃນພູມິພາກ ຄເມລນີສກີ (Khmelnytskyi) ແລະ ຊູມີ (Sumy) ຍັງລາຍງານວ່າ ໄດ້ຍິງໂດຣນຕົກຢູ່ໃນເຂດຂອງພວກເຂົາເຈົ້າເຊັ່ນກັນ.
ກະຊວງປ້ອງກັນປະເທດຣັດເຊຍກ່າວວ່າ ຕົນໄດ້ທຳລາຍໂດຣນຂອງຢູເຄຣນ 6 ລຳໃນຂົງເຂດ ໂຣສຕອບວ໌ (Rostov), ໃນຂະນະດຽວກັນ ກໍຍັງໄດ້ຍິງໂດຣນຕົກເໜືອພູມິພາກ ເຄີສຄ໌ ແລະອີກລຳນຶ່ງຢູ່ນ່ານຟ້າ ໂວໂຣເນັສ (Voronezh) ອີກດ້ວຍ.
ຜູ້ປົກຄອງຂົງເຂດ ໂຣສຕອບວ໌, ທ່ານ ຢູຣີ ສລູຊາ (Yury Slyusar) ກ່າວວ່າ ເສດຊາກຂອງໂດຣນ ຕົກລົງໄປໃນເດີ່ນບ້ານຂອງເຮືອນຫຼັງນຶ່ງ, ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບ.
ຟໍຣັມສະແດງຄວາມຄິດເຫັນ