ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ທຣຳ ຄາດວ່າ ຈະເຊັນດຳລັດ ກ່ຽວກັບ ການໂຈະຮັບຄົນເຂົ້າເມືອງ ຊົ່ວຄາວ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ໃນຫ້ອງປະຊຸມລາຍງານຂ່າວ ຂອງທຳນຽບຂາວ. 21 ເມສາ, 2020. (AP Photo/Alex Brandon)
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ກ່ຽວກັບ ໄວຣັສໂຄໂຣນາ ໃນຫ້ອງປະຊຸມລາຍງານຂ່າວ ຂອງທຳນຽບຂາວ. 21 ເມສາ, 2020. (AP Photo/Alex Brandon)

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ເວົ້າວ່າທ່ານຄາດວ່າຈະເຊັນ ດຳລັດປະທານາທິບໍດີໃນວັນພຸດມື້ນີ້ ເພື່ອຢຸດການອະນຸມັດ ໃບອະນຸຍາດເພື່ອ ອາໄສຢູ່ໃນປະເທດຢ່າງຖາວອນ ຫຼື ບັດຂຽວໃຫ້ພວກຄົນເຂົ້າເມືອງເປັນເວລາ 60​ ວັນ.

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ ການເຄື່ອນໄຫວທີ່ວ່ານັ້ນ ແມ່ນມີຈຸດປະສົງ ເພື່ອ “ໃຫ້ຄົນ ອາເມຣິກັນ ທີ່ຫວ່າງງານຢູ່ໃນແຖວໜ້າ ໃນການຫາວຽກເຮັດງານ ທຳ” ໃນຂະນະທີ່ປະເທດຟື້ນຕົວຈາກການລະບາດຂອງໄວຣັສໂຄໂຣນາ.

ທ່ານ ທຣຳ ໄດ້ກ່າວຕື່ມວ່າ ມັນຍັງຈະ “ຊ່ວຍເກັບຮັກສາແຫຼ່ງຊັບພະຍາກອນ ການແພດໄວ້ໃຫ້ຄົນ ອາເມຣິກັນ.”

ຂໍ້ຄວາມສຸດທ້າຍຂອງດຳລັດແມ່ນບໍ່ໄດ້ຖືກເປີດເຜີຍ.

ແຕ່ບັນດາເຈົ້າໜ້າທີ່ລັດຖະບານເວົ້າວ່າ ມັນຈະມີຜົນກັບຜູ້ທີ່ພະຍາຍາມຂໍບັດຂຽວທີ່ອີງໃສ່ວຽກ ງານ, ບໍ່ແມ່ນຄຳຮ້ອງຂອງຜູ້ທີ່ອີງໃສ່ຄອບຄົວ ທີ່ມີສາຍພົວ ພັນກັບຄົນ ອາເມຣິກັນ.

ທ່ານ ທຣຳ ຍັງໄດ້ກ່າວວ່າ ດຳລັດດັ່ງກ່າວຈະບໍ່ມີຜົນກະທົບຕໍ່ພາກສ່ວນກະສິກຳ, ເຊິ່ງອາໄສກຳ ມະກອນຍົກຍ້າຍຖິ່ນຖານຫຼາຍຮ້ອນພັນຄົນ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ແມ່ນນຶ່ງໃນຜູ້ທີ່ຕຳໜິວິຈານ ດຳລັດຂອງທ່ານ ທຣຳ.

ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານ ທຣຳ ເຄື່ອນໄຫວຊ້າໂພດໃນການຮັບມືກັັບ ໄວຮັສໂຄໂຣນາ ແລະ ຂຽນຄຳເວົ້າທີ່ກໍ່ຄວາມບໍ່ສະຫງົບ ໃນທວິດເຕີ“ ເພື່ອ ບ່ຽງເບນຄວາມສົນໃຈ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG