ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣຳ ຍອມຮັບວ່າ ຣັດເຊຍ ໄດ້ແຊກແຊງ ເຂົ້າໃນການເລືອກຕັ້ງ ຂອງ ສະຫະລັດ


ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ​ສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງຮັບແຂກ ຂອງຕຶກ Trump Tower ໃນນະຄອນ New York, ວັນທີ 11 ມັງກອນ 2017.
ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ​ສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ໃນຫ້ອງຮັບແຂກ ຂອງຕຶກ Trump Tower ໃນນະຄອນ New York, ວັນທີ 11 ມັງກອນ 2017.

ປະທານາທິບໍດີທີ່ຖືກເລືອກໃໝ່ຂອງ​ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຮັບຮູ້ໃນວັນພຸດ ວານນີ້ ວ່າ ຣັດເຊຍ ໄດ້ແຊກແຊງ ເຂົ້າໃນການເລືອກຕັ້ງ ເມື່ອເດືອນພະຈິກຜ່ານມາ ແຕ່ທ່ານກໍໄດ້ກ່າວວ່າ ຖ້າປະທານາທິບໍດີຣັດເຊຍ ທ່ານ Vladimir Putin ມັກທ່ານ, ທ່ານກໍຖືວ່າ “ເປັນປະໂຫຍດ ບໍ່​ແມ່ນ​ຄວາມ​ເສຍ​ຫາຍ.”

Trump: Russia Will Have Much Greater Respect for US When He's President
please wait

No media source currently available

0:00 0:00:42 0:00

ໃນກອງປະຊຸມຖະແຫລງຂ່າວເທື່ອທຳອິດຂອງທ່ານ ໃນເກືອບຫົກເດືອນຜ່ານມາ ທ່ານທຣຳ ໄດ້ກ່າວ ໃນນະຄອນ New York ວ່າ ເຖິງແມ່ນວ່າ ທ່ານປູຕິນ ໄດ້ສະໜັບ ສະໜູນ ການຖືກສະເໜີຊື່​ເຂົ້າແຂ່ງຂັນເປັນປະທານາທິບໍດີ ແທນທີ່ຈະເປັນທ່ານນາງ Hillary Clinton ຈາກພັກເດໂມແຄຣັດ ທ່ານກໍຈະເຈລະຈາກັບຜູ້ນຳຂອງຣັດ​ເຊຍ ຢ່າງໜັກແໜ້ນກວ່າ ທ່ານນາງ Clinton ໃນເວທີຂອງໂລກ.

ທ່ານທຣຳ ໄດ້ຕັ້ງຄຳຖາມວ່າ “ເຈົ້າເຊື່ອແທ້ໆບໍວ່າ ທ່ານນາງ Hillary Clinton ຈະໜັກແໜ້ນກວ່າຂ້າພະເຈົ້າບໍ່? ແລ້ວກ່າວວ່າ “ໃຫ້ໂອກາດຂ້າພະເຈົ້າແດ່.”

ທ່ານໄດ້ປະຕິເສດວ່າ ທ່ານບໍ່​ມີ​ຜົນ​ປະ​ໂຫຍ​ດທາງດ້ານການເງິນໃດໆໃນຣັດເຊຍ ໂດຍກ່າວວ່າ “ຂ້າພະເຈົ້າ ບໍ່ມີຂໍ້ຕົກລົງ ໃນຣັດເຊຍ ບໍ່ມີຂໍ້ຕົກທີ່ອາດຈະເກີດຂຶ້ນ ບໍ່ມີການກູ້ຢືມໃນຣັດເຊຍ.”

Trump Concedes Russia Hacked DNC to Influence Election
please wait

No media source currently available

0:00 0:02:31 0:00

ເມື່ອຖືກຖາມກ່ຽວກັບ ເລື່ອງການລັກເຈາະຄອມພິວເຕີ ທີ່ພົວພັນກັບການເລືອກຕັ້ງ ເຊິ່ງບັນດາເຈົ້າໜ້າທີ່ສືບລັບສະຫະລັດເຊື່ອວ່າ ໄດ້ຮັບອະນຸຍາດໂດຍທ່ານປູຕິນນັ້ນ ທ່ານທຣຳ ໄດ້ກ່າວວ່າ “ທ່ານບໍ່ຄວນເຮັດຈັ່ງຊັ້ນ.”

ກຸ່ມ WikiLeaks ທີ່​ໄດ້​ຮັບ​ຂໍ້​ມູນນຳກັນ ໄດ້ເປີດເຜີຍອີແມລ ທີ່ໄດ້ລັກເຈາະອອກມາຈາກ ຄອມພິວເຕີ ທ່ານ John Podesta ຫົວໜ້າໂຄສະນາຫາສຽງ ຂອງທ່ານນາງຄລິນຕັນ ໃນເດືອນກ່ອນໜ້າ ການເລືອກຕັ້ງ ເຊິ່ງອີແມລຫຼາຍອັນໄດ້ເຜີຍແບ​ໃຫ້​ເຫັນລາຍລະອຽດ ຕ່າງໆທີ່ໜ້າອັບອາຍ ຂອງເບື້ອງຫລັງຄວາມພະຍາຍາມໂດຍບັນດາເຈົ້າໜ້າທີ່ພັກເດໂມ ແຄຣັດ ເພື່ອທີ່ຈະຊ່ອຍໃຫ້ ທ່ານນາງຄລິນຕັນ ເອົາຊະນະ ສະມາຊິກສະພາສູງຈາກລັດ Vermont ທ່ານ Bernie Sanders ​ໃນການຖືກສະເໜີຊື່ລົງແຂ່ງຂັນ ເປັນປະທານາທິ ບໍດີຂອງພັກ.

ໃນຂະນະທີ່ຮັບຮູ້ເຖິງບົດບາດຂອງຣັດເຊຍ ໃນການລັກເຈາະຂໍ້ມູນນັ້ນ ທ່ານປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ໄດ້ຕຳນິ ພວກລາຍງານຂ່າວ ທີ່ໄດ້ຖືກພິມເຜີຍແຜ່ ໃນວັນອັງຄານ ກ່ຽວກັບ ເອກະສານຊຸດໜຶ່ງ ທີ່ມີຂໍ້ກ່າວຫາຕ່າງໆ ທີ່ວ່າ ຣັດເຊຍ ໄດ້ລວບລວມຂໍ້ມູນສ່ວນຕົວ ເພື່ອຜູກມັດທ່ານທຣຳ ແລະ ວ່າ ບັນດາເຈົ້າໜ້າທີ່ໂຄສະນາຫາສຽງ ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ສືບລັບຂອງຣັດເຊຍ.

Protesters Hold Signs Outside Trump Towers in New York City
please wait

No media source currently available

0:00 0:00:42 0:00

ທ່ານໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ມັນເປັນຄວາມອັບອາຍ ທີ່ໄດ້ຖືກເປີດເຜີຍ. ມັນເປັນຂ່າວເທັດທັງໝົດ. ມັນບໍ່ໄດ້ເກີດຂຶ້ນເລີຍ.” ທ່ານກ່າວຕື່ມວ່າ ມັນຈະເປັນ “ຮອຍດ່າງອັນຍິ່ງໃຫຍ່” ຕໍ່ຊື່ສຽງຂອງບັນດາເຈົ້າໜ້າທີ່ສືບລັບສະຫະລັດ ຖ້າພວກ ເຂົາເຈົ້າໄດ້ເປີດເຜີຍ ເອກະສານດັ່ງກ່າວ ໃຫ້ອົງການຂ່າວສະຫະລັດທັງຫຼາຍ. ອົງ ການຂ່າວຈຳນວນນຶ່ງ ໄດ້ມີເອກະສານ ຢູ່ໃນຄອບຄອງຢູ່ແລ້ວ ເປັນເວລາຫຼາຍສັບ ປະດາແຕ່ໄດ້ເກັບມັນໄວ້ ຍ້ອນມັນອາດບໍ່ໄດ້ຮັບການຢືນ ຂໍ້ກ່າວຫາທັງຫຼາຍເຫຼົ່ານັ້ນ.

ໂດຍຢືນຢູ່ຕໍ່ຫນ້າ ທຸງຊາດສະຫະລັດ 10 ຜືນ ແລະ ຊ້ອງໜ້າ ນັກຂ່າວ 250 ຄົນ ທ່ານທຣຳ ຍັງໄດ້ເປີດເຜີຍ ແຜນການທີ່ຄອຍຖ້າກັນມານານແລ້ວນັ້ນ ເພື່ອແຍກ ໂຕຂອງທ່ານ ອອກຈາກອານາຈັກທຸລະກິດ ອັນກວ້າງຂວາງຂອງທ່ານນັ້ນ ເພື່ອ ເປັນການຫລີກລ່ຽງ ບັນຫາຂັດແຍ້ງດ້ານຜົນປະໂຫຍດ ເວລາທ່ານເຂົ້າຮັບໜ້າທີ່.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG