ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກ່າວວ່າ ການພົບປະ ກັບຜູ້ນຳ ຂອງ ເກົາຫຼີເໜືອ ໃນວັນທີ 12 ມິຖຸນາ ຈະມີຂຶ້ນ ຄືເກົ່າ

ປະທານາທິບໍດີ ດໍໂນລ ທຣຳ ແລະ ລັດຖະມົນຕີ ການຕ່າງປະເທດ ທ່ານໄມຄ໌ ພອມພຽວ ຖະແຫຼງ ຕໍ່ພວກນັກຂ່າວ ທີ່ເດີ່ນຂອງທຳນຽບຂາວ. (ວັນທີ 1 ມິຖຸນາ 2018)
ປະທານາທິບໍດີ ດໍໂນລ ທຣຳ ແລະ ລັດຖະມົນຕີ ການຕ່າງປະເທດ ທ່ານໄມຄ໌ ພອມພຽວ ຖະແຫຼງ ຕໍ່ພວກນັກຂ່າວ ທີ່ເດີ່ນຂອງທຳນຽບຂາວ. (ວັນທີ 1 ມິຖຸນາ 2018)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໃນວັນສຸກວານນີ້ ໄດ້ພົບປະ ເປັນເວລາ
80 ນາທີຢູ່ທີ່ທຳນຽບຂາວ ກັບນາຍພົນຄົນນຶ່ງ ທີ່ທ່ານເວົ້າວ່າ ເປັນບຸກຄົນທີ່ມີອຳນາດ ຫຼາຍທີ່ສຸດເປັນອັນດັບສອງໃນເກົາຫຼີເໜືອ.

ຫຼັງຈາກນັ້ນ ທ່ານທຣຳ ກໍໄດ້ກ່າວຕໍ່ພວກນັກຂ່າວ ທີ່ເດີນກ້ຳໃຕ້ ຂອງທຳນຽບຂາວວ່າ ກອງປະຊຸມສຸດຍອດ ໃນວັນທີ 12 ມິຖຸນາ ລະຫວ່າງທ່ານເອງ ແລະ ຜູ້ນຳເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ທີ່ສິງກະໂປນັ້ນ ຈະມີຂຶ້ນຕາມໝາຍກຳນົດການຄືນອີກ.

ແຕ່ແນວໃດກໍຕາມ ທ່ານທຣຳ ແມ່ນໄດ້ເຮັດໃຫ້ຄວາມຄາດຫວັງ ທີ່ສຳຄັນໆບາງຢ່າງ
ກ່ຽວກັບ ກອງປະຊຸມສຸດຍອດດັ່ງກ່າວ ໝົດໄປ ໂດຍເວົ້າວ່າ ກອງປະຊຸມສຸດຍອດຈະ
“ເປັນການເລີ້ມຕົ້ນ” ແລະການໂອ້ລົມກັນໃນຂັ້ນຕໍ່ໄປ ແມ່ນມີຄວາມຈຳເປັນ ເພື່ອຈະ
ໃຫ້ພຽງຢາງ ຕົກລົງຮັບເອົາການປົດອາວຸດນິວເຄລຍ.

ປ. ທຣຳ ໂອ້ລົມ ກັບທ່ານກິມ ຢົງ ໂຊລ ອະດີດ ຫົວໜ້າສືບລັບກອງທັບ ເກົາຫຼີເໜືອ ແລະນຶ່ງໃນຄະນະ ທີ່ປຶກສາ ຄົນສຳຄັນສຸດ ຂອງ ຜູ້ນຳ ເກົາຫຼີເໜືອ ຢູ່ທີ່ ທຳນຽບຂາວ ນະຄອນຫຼວງວໍຊິງັຕັນ. (ວັນທີ 1 ມິຖຸນາ 2018)

“ພວກເຮົາຈະບໍ່ເຂົ້າໄປ ແລະກໍລົງນາມກັນໃນບາງສິ່ງບາງຢ່າງ ໃນວັນທີ 12 ມິຖຸນາ
ແລະພວກເຮົາກໍຈະບໍ່ເຮັດແບບນັ້ນ. ພວກເຮົາຈະພາກັນເລີ້ມຂັ້ນຕອນ.”

ທ່ານທຣຳ ປະກາດວ່າ ທ່ານ “ບໍ່ເຄີຍເວົ້າວ່າ ມັນຈະເກີດຂຶ້ນ ໃນກອງປະຊຸມພຽງຄັ້ງ
ດຽວ“ ແຕ່ມັນກໍ “ຈະເປັນຂັ້ນຕອນ ທີ່ປະສົບຜົນສຳເລັດ ໃນທີ່ສຸດ.”

ເບິ່ງ: ປ. ທຣຳ ຈະພົບປະ ກັບທ່ານກິມ ຄືເກົ່າ ໃນວັນທີ 12 ມິຖຸນາ

It's Back On: Trump to Meet Kim in Singapore on June 12
please wait

No media source currently available

0:00 0:02:00 0:00

ເມື່ອນັກຂ່າວວີໂອເອຖາມວ່າ ເກົາຫຼີເໜືອໄດ້ໃຫ້ຄວາມໝັ້ນໝາຍທີ່ຈະປົດອາວຸດນິວ
ເຄລຍຢ່າງສິ້ນເຊີງ ກວດພິສູດ ແລະຕ່າວປີ້ນບໍ່ໄດ້ ຫຼືບໍ່ນັ້ນ ປະທານາທິບໍດີທຣຳຕອບ
ວ່າ ມີພຽງແຕ່ວ່າ “ພວກເຮົາໄດ້ລົມກັນກ່ຽວກັບຫຼາຍໆເລື້ອງ.”

ປະທານາທິບໍດີທຣຳກ່າວວ່າ ທ່ານໄດ້ບອກກັບທ່ານກິມ ອະດີດຫົວໜ້າໜ່ວຍສືບລັບ
ຂອງເກົາຫຼີເໜືອວ່າ “ໃຊ້ເວລາ ພວກເຮົາສາມາດດຳເນີນການຢ່າງໄວ ພວກເຮົາສາ
ມາດດຳເນີນການແບບຊ້າໆກໍໄດ້.”

ເບິ່ງ: ປ. ທຣຳ ໂອ້ລົມກັບ ທີ່ປຶກສາ ອະວຸໂສ ຂອງຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຢົງ ໂຊລ

ປະທານາທິບໍດີໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ການລົງໂທດຕໍ່ເກົາຫຼີເໜືອຈະບໍ່ຖືກ
ຍົກເລີກ ແຕ່ແນວໃດກໍຕາມ ຈົນກວ່າວ່າປະເທດດັ່ງກ່າວ ໄດ້ຕົກລົງທີ່ຈະທັບມ້າງຄັງອາ
ວຸດນິວເຄລຍຂອງຕົນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG