ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຄາດຫວັງ ທີ່ຈະປ່ຽນນະໂຍບາຍ ການຕ່າງປະເທດ ແລະການຄ້າ ໃນສະຫະລັດ


ປະທານາທິບໍດີ​ສະຫະລັດ ທີ່ຫາກໍຖືກເລືອກຄົນ​ໃໝ່ ທ່ານ
Donald Trump ຍິ້ມ ກ່ອນຂຶ້ນເວທີກ່າວຮັບເອົາໄຊຊະນະ, 9 ພະຈິກ, 2016, ໃນລັດ New York.
ປະທານາທິບໍດີ​ສະຫະລັດ ທີ່ຫາກໍຖືກເລືອກຄົນ​ໃໝ່ ທ່ານ Donald Trump ຍິ້ມ ກ່ອນຂຶ້ນເວທີກ່າວຮັບເອົາໄຊຊະນະ, 9 ພະຈິກ, 2016, ໃນລັດ New York.

​ດ້ວຍ​ການ​ທີ່​ທ່ານ Donald Trump ​ຫາກໍໄດ້​ຖືກ​ເລືອກເປັນປະທານາທິບໍດີ​ສະຫະລັດ
ຄົນ​ໃໝ່ນີ້ ພວກນັກ​ຊ່ຽວຊານ​ດ້ານນະ​ໂຍບາຍການ​ຕ່າງປະ​ເທດ ກໍພາກັນຄາດ​ວ່າ
ທ່ານ​ຈະ​ປ່ຽນ​ແປງວິທີການຕ່າງໆ​ຂອງ​ວໍ​ຊີງ​ຕັນ ສຳລັບ​ບັນຫາ​ອັນຮີບດ່ວນທີ່ສຸດ
ທັງຫຼາຍຂອງ​ໂລກ. Nike Ching ນັກ​ຂ່າວ​ຂອງ​ ວີ ໂອ ເອ ປະຈຳກະຊວງ​ການ​ຕ່າງ
ປະ​ເທດ​ ມີ​ລາຍ​ງານເລື້ອງນີ້ ຊຶ່ງ​ວັນນະສອນ ​ຈະນຳເອົາລາຍ​ລະອຽດ​ມາສະ​ເໜີ​ທ່ານ​.

ບັນຫາ​ຕ່າງໆທັງຫຼາຍແລ່ ​ນັບ​ຕັ້ງ​ແຕ່​ການ​ຂົ່ມຂູ່​ຂອງການ​ກໍ່​ການ​ຮ້າ​ຍ ​ແລະ​ສົງຄາມ
ໃນ​ພາກ​ຕາ​ເວັນ​ອອກ​ກາງ ໄປຈົນ​ເຖິງ​ການບຸກລຸກ ປະເທດ​ຢູ​ເຄຣນ ໂດຍຣັດ​ເຊຍ ​ແລະ​ບັນຫາໜັກຕື່ມກ່ຽວກັບ​ຈີນນັ້ນ ປະທານາທິບໍດີ​ຜູ້​ຊຶ່ງ​ຫາ​ກໍ​ຖືກ​ເລືອກ​ມາໃຫມ່ໆ ​ຈະ​ປະ​
ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ຫຼາຍ​ປະການ​ ​ທີ່ຈະ​ກະທົບ​ຜົນປະໂຫຽດຕ່າງໆຂອງອາ​ເມຣິ
ກາໃນ​ທົ່ວ​ໂລກ.

ທ່ານ Trump ໄດ້ປະຕິຍານ​ວ່າ​ຈະ​ຊະນະ​ສົງຄາມ​ຕໍ່ຕ້ານລັດທິ​ຮຸນ​ແຮງ​ຈັດ ອັນເປັນ​ບຸລິ
ສິດ​ສູງ​ສຸດ​ຂອງ​ທ່ານ​, ​ແຕ່​ວ່າ ພວກ​ນັກວິ​ໄຈ​ທັງຫຼາຍ​ກ່າວ​ວ່າ ສຳນວນໂວຫານຂອງ
​ທ່ານ​ທີ່​ໄດ້​ໃຊ້​ໃນ​ການ​ໂຄສະນາ​ຫາ​ສຽງ​ນັ້ນບໍ່​ຊ່ອຍ​ຫຍັງ​.

ທ່ານ Trump ພັນລະຍາ ແລະລູກຊາຍ ໃນເວທີ ຂອງການຊະນະການເລືອກຕັ້ງ
ທ່ານ Trump ພັນລະຍາ ແລະລູກຊາຍ ໃນເວທີ ຂອງການຊະນະການເລືອກຕັ້ງ

ທ່ານ Darrell West ຈາກ​ສະ​ຖາ​ບັນ​ Brookings ກ່າວ​ວ່າ “​ໃນ​ເມື່ອທ່ານຢູ່​ໃນ​ເວທີ​ຂອງໂລກ​ ທຸກໆ​ຄົນຈະ​ເພັ່ງ​ເລັງ​ໃສ່ທຸກ​ສິ່ງທຸກ​ຢ່າງທີ່​ທ່ານ​ເຮັດ ​ແລະ​ທ່ານຈະໄດ້​ຊອກ​
ຫາ​ຄຳ​ເວົ້າ​ທີ່​ມີ​ຜົນຕິດ​ຕາມ​ມາ ຄຳ​ເວົ້າ​ທີ່ມີ​ຄວາມ​ສຳຄັນ​ຕໍ່​ຄົນອື່ນໆ. ທ່າ​ທາງ​ການ​ເວົ້າ​
ຂອງ​ທ່ານ​ກ່ຽວ​ກັບ​ບັນຫາ ການ​ທີ່​ທ່ານ​ຈັດ​ຂອບ​ໃຫ້​ບັນຫາ​ຕ່າງໆ ວິທີທີ່​ທ່ານກຳກັບແລະ​
ແກ້​ໄຂ​ບັນຫາ​ຕ່າງໆ ​ວິທີທີ່ທ່ານພະຍາຍາມຮັບມືກັບ​ພວກ​ເຂົາ​ເຈົ້າເປັນເລື້ອງສຳຄັນ
|ຫຼາຍ.”

​ໃນ​ຂະນະ​ທີ່​ທຳ​ການ​ໂຄສະນາ​ຫາ​ສຽງ ທ່ານ Trump ​ໄດ້​ກ່າວ​ເຖິງ​ຜົນ​ປະ​ໂຫຍ​ດທີ່​ຈະ​ໄດ້
ຮັບໃນການເຮັດ​ວຽກ​ກັບຣັດ​ເຊຍ ຊຶ່ງ​ຖືກ​ມອງ​ເຫັນ​ວ່າ ​ເປັນ​ການ​ຕົງ​ກັນ​ຂ້າມ​ກັບ​ຄະນະ​ລັດຖະບານ​ຂອງທ່ານ​ໂອ​ບາ​ມາ. ມຸມ​ມອງ​ທີ່ວ່ານີ້​ ສ້າງ​ຄວາມ​ເປັນ​ຫ່ວງ​ເປັນ​ໃຍ ​ແລະ​ງົງ
ງັນ ສຳ​ຫຼັບ​ພວກ​ນັກ​ຊ່ຽວຊານ​ດ້ານ​ນະ​ໂຍບາຍ​ການ​ຕ່າງປະ​ເທດຫຼາຍຄົນ.

ທ່ານ John Herbst ຈາກ​ສະພາຄະນະ​ກຳມະການ Atlantic ກ່າວ​ວ່າ “ຖ້າ​ພວກ​ເຮົາ​ຈະ​ຕີລາຄານະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ທ່ານ ຫຼື​ຈະ​ພະຍາຍາມເຂົ້າ​ໃຈ​ນະ​ໂຍບາຍ​
ຂອງ​ເພິ່ນ ອີງ​ຕາມ​ພື້ນຖານ​ຂອງ​ການ​ຖະ​ແຫຼ​ງຂອງ​ເພິ່ນ ​ຫວ່າງ​ມໍ່ໆ​ມາ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ​ຫຼາຍ. ຄວາມ​ຮູ້ເທົ່າບໍ່​ເຖິງການ​ຂອງ​ເພິ່ນ ​ໃນ​ຂໍ້​ມູນຄວາມ​ຈິງກ່ຽວ​ກັບ​ການຮຸກຮານຢູເຄຣນ ຂອງຣັດ​ເຊຍ ​ເພິ່ນ​ໄດ້ຕັ້ງຄຳຖາມຂຶ້ນມາກ່ຽວ​ກັບ​ອົງການ​ເນ​ໂຕ ກ່ຽວກັບພັນທະ​ມິດຂອງພວກເຮົາ ​ແລະ​ທັງ​ໝົດ​ນັ້ນລ້ວນແລ້ວແຕ່​ເປັນ​ອັນຕະລາຍ.”

ສຳ​ຫຼັບ​ຂໍ້​ຕົກລົງ​ການ​ຄ້າ​ຂ້າມ​ມະຫາ​ສະມຸດ​ປາຊິ​ຟິກ ຫຼື TPP ຂໍ້ຕົກລົງການຄ້າເສລີກັບ​ຂົງ​ເຂດ​ທີ່​ກຳລັງ​ເຕີບ​ໃຫຍ່​ຂະຫຍາຍຕົວໃນເອເຊຍປາຊິຟິກ ພວກ​ນັກຊ່ຽວຊານ​ໃນ​ຂົງ​ເຂດ
ທັງຫຼາຍ ບໍ່​ມອງ​ເຫັນ​ວ່າ​ມັນກ້າວເດິນ​ໄປ ພາຍ​ໃຕ້ລັດຖະບານ​ຂອງ​ທ່ານ Trump ຍ້ອນ
ຄວາມສົງໄສບໍ່ແນ່ໃຈຂອງທ່ານ​ກ່ຽວ​ກັບຂໍ້​ຕົກລົງ​ການ​ຄ້າ​ເສລີ​ນີ້.

ປາກົດວ່າ ປະທານາທິບໍດີ​ຜູ້​ທີ່​ຫາ​ກໍ​ຖືກ​ເລືອກມາໃໝ່ໆນີ້ ​ຈະ​ໃຊ້ກຳລັງ​ກົດ​ດັນຢ່າງໃຫຽ່​ໃສ່​ຄວາມ​ເຄັ່ງ​ຕຶງດັ່ງກ່າວ​ໃນ​ທະ​ເລ​ຈີນ​ໃຕ້ ​ເຂດ​ນ່ານນ້ຳ​ທີ່ມີ​ການ​ຄ້າ​ມູນຄ່າ​ຫຼາຍ​ພັນ​ລ້ານ​ໂດ​ລ່ານັ້ນ.

ທ່ານ Michael Green ຈາກການ​ສຶກສາ​ຂອງ​ສະ​ຖາ​ບັນ​ສູນ​ກາງ​ນະ​ໂຍບາຍ​ແລະ​ຍຸທະ ສາດການ​ຕ່າງປະ​ເທດ ກ່າວ​ວ່າ “ມັນ​ຈະ​ຕ້ອງ​ມີ​ການ​ມີໜ້າ​ຢ່າງ​ຫ້າວ​ຫັນ​ທີ່​ແຂງ​ແກ່ນ. ຫຼາຍໆ​ຜູ້​ຄົນກ່າວ​ເຖິງ​ພວກ​ກຳ​ປັ່ນ ທີ່​ຈະ​ເປັນ​ພະ​ຫະນະ​ໃນ​ການເດີນ​ເຮືອ​ຢ່າງ​ເສລີ​
ເພື່ອ​ປະຕິບັດ​ງານ​ລາ​ດຕະ​ເວນ ນັ້ນ​ແມ່ນເປັນ​ພຽງ​ແຕ່​ສິ່ງ​ນຶ່ງ. ມັນ​ແມ່ນ​ການ​ປະສານ​
ງານ​ຮ່ວມ​ກັນ ນັ້ນ​ແມ່ນ​ການ​ປະຕິບັດ​ງານ​ຕ່າງໆ ​ແລະ​ມັນກໍ​ແມ່ນ​ການ​ແລກປ່ຽນ​ສິນ
ຄ້າ ​ແລະ​ການ​ປ້ອງ​ກັນ​ໃນ​ຂະນະ​ດຽວກັນ. ຂ້າພະ​ເຈົ້າ​ຄິດ​ວ່າ ມັນ​ເປັນຄວາມ​ຮູ້ສຶກທີ່ຕົກ​
ລົງ​ປົງ​ໃຈກັນ ທີ່​ຈະ​ປະຕິບັດ​ໃຫ້​ຫຼາຍ​ກວ່າ​ນີ້.”

​ໃນ​ຂະນະ​ທີ່​ພວກ​ນັກວິ​ໄຈ ​ເຫັນ​ປະທານາທິບໍດີ​ຜູ້​ຊຶ່ງ​ຫາ​ກໍ​ຖືກ​ເລືອກໃໝ່ນີ້ເປັນ​“ໄພ້​ພິ​ເສດ
ຊຶ່ງ​ຈະ​ເປັນ​ຫຍັງ​ກໍ​ໄດ້”
ນັ້ນ ພວກເຂົາ​ເຈົ້າ​ກໍຈະ​ມອງ​ເບິ່ງທາງ​ເລືອກ​ຂອງ​ທ່ານ ສຳຫຼັບ​ຄະນະລັດຖະບານໃໝ່ ​ແລະ​ຕຳແໜ່ງທີ່​ສຳຄັນຕ່າງໆວ່າທຳນຽບຂາວ​ຂອງທ່ານຈະເອົາ
ບາດກ້າວ​ຢ່າງ​ໃດ​ຕໍ່​ໂລກ.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Trump Expected to Make Some Dramatic Changes in US Foreign, Trade Policy
please wait

No media source currently available

0:00 0:02:43 0:00

XS
SM
MD
LG