ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການດຳເນີນ ຄະດີອາຍາ ຕໍ່ອະດີດ ທີ່ປຶກສາ ຂອງ ປ. ທຣຳ ຖືກເລື່ອນອອກໄປ 1 ສັບປະດາ


ທ່ານ ພອລ ມານາໂຟຣຕ໌ (ກາງ) ອະດີດຜູ້ຈັດການ ຄະນະໂຄສະນາຫາສຽງ ຂອງທ່ານ ທຣຳ ເດີນທາງໄປເຖິງ ສານເມືອງສະຫະລັດ ເພື່ອຮັບຟັງ ການພິຈາລະນາຂອງສານ ໃນເມືອງ ອາແລັກແຊນເດຣຍ ຂອງລັດເວີຈີເນຍ, ວັນທີ 4 ພຶດສະພາ 2018.
ທ່ານ ພອລ ມານາໂຟຣຕ໌ (ກາງ) ອະດີດຜູ້ຈັດການ ຄະນະໂຄສະນາຫາສຽງ ຂອງທ່ານ ທຣຳ ເດີນທາງໄປເຖິງ ສານເມືອງສະຫະລັດ ເພື່ອຮັບຟັງ ການພິຈາລະນາຂອງສານ ໃນເມືອງ ອາແລັກແຊນເດຣຍ ຂອງລັດເວີຈີເນຍ, ວັນທີ 4 ພຶດສະພາ 2018.

ໃນວັນຈັນວານນີ້ ຜູ້ພິພາສາ ສະຫະລັດ ທ່ານນຶ່ງ ໄດ້ເລື່ອນເວລາ ການເລີ້ມດຳເນີນຄະດີ
ຕໍ່ ອະດີດປະທານ ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ ດໍໂນລ ທຣຳ ໃນຂໍ້ຫາ
ການສໍ້ໂກງທະນາຄານ ແລະພາສີ ອອກໄປຈົນເຖິງ ວັນທີ 31 ກໍລະກົດ ເຊິ່ງບໍ່ເປັນໄປ
ຕາມການຂໍເລື່ີອນເວລາ ຫຼາຍເດືອນຂອງທະນາຍຄວາມຂອງທ່ານ.

ການດຳເນີນຄະດີ ຕໍ່ ທ່ານ ພອລ ມານາໂຟຣຕ໌ ເຊິ່ງເປັນຜູ້ທີ່ທຳການວິ້ງເຕັ້ນຊັກຊວນ
ສະມາຊິກສະພາ ໃນວໍຊິງຕັນ ມາເປັນເວລາຍາວນານ ແລະ ເປັນຜູ້ເດີນວຽກຂອງພັກ
ຣີພັບບລີກັນ ໄດ້ມີກຳນົດທີ່ຈະເລີ້ມຂຶ້ນໃນວັນພຸດມື້ອື່ນນີ້. ແຕ່ຜູ້ພິພາກສາ ທ່ານ ທີ ແອັສ
ແອລລິສ ໃນເມືອງ ອາແລັກແຊນເດຣຍ ຂອງລັດເວີຈີເນຍ ຕັ້ງຢູ່ນ້ອກນະຄອນຫຼວງ
ວໍຊິງຕັນ ບໍ່ໄກ ໄດ້ເລື່ອນການດຳເນີນຄະດີ ອອກໄປພຽງ ອາທິດໜ້າເທົ່ານັ້ນ. ທະນາຍ
ຄວາມ ຂອງ ທ່ານມານາໂຟຣຕ໌ ໄດ້ຂໍໃຫ້ເລື່ອນເວລາອອກໄປ ຊ່ວງໄລຍະນຶ່ງ ເພື່ອໃຫ້
ພວກເພິ່ນ ມີເວລາຕື່ມເພື່ອທົບທວນ ເອກກະສານຫຼາຍພັນໜ້າ ກ່ຽວກັບ ທຸລະກຳດ້ານ
ການເງິນ ຂອງ ທ່ານ ມານາໂຟຣຕ໌.

ຜູ້ພິພາກສາ ແອລລິສ ຍັງໄດ້ລົງຄຳເຫັນວ່າ ບັນດາໄອຍະການ ສາມາດອະນຸຍາດ
ໃຫ້ ພະຍານ 5 ຄົນ ທີ່ພວກເຂົາເຈົ້າ ຈະນຳຂຶ້ນສານ ເພື່ອໃຫ້ການໂຕ້ແຍ້ງຕໍ່ ທ່ານ
ມານາໂຟຣຕ໌ ນັ້ນ ພົ້ນຈາກການຖືກດຳເນີນຄະດີ ເຊິ່ງພວກກ່ຽວໄດ້ຖືກລະບຸໂຕ ໃນ
ເວລາຕໍ່ມາ ຄື ທ່ານ ເດນນິສ ໄຣໂຄ ທ່ານນາງ ຊິນດີ ລາໂພຣຕາ ທ່ານ ຄອນເນີ
ໂອບຣາແອນ ທ່ານນາງ ດອນນາ ດັກແກນ ແລະ ທ່ານ ເຈມສ໌ ແບຣນເນນ ເຖິງຢ່າງ
ໃດກໍຕາມ ການເຊື່ອມໂຍງຂອງພວກເຂົາເຈົ້າຕໍ່ຄະດີນີ້ ແມ່ນຍັງບໍ່ທັນຮູ້ຈັກເທື່ອ ໃນ
ເວລານີ້.

ທ່ານ ມານາໂຟຣຕ໌ ອາຍຸ 69 ປີ ໄດ້ປາກົດໂຕຢູ່ທີ່ສານໃນວັນຈັນວານນີ້ ຢູ່ໃນຊຸດສີຂຽວ
ຂອງນັກໂທດຈຳຄຸກ ຜູ້ທີ່ໄດ້ຮັບໃຊ້ເປັນທີ່ປຶກສາທີ່ສຳຄັນ ຂອງທ່ານ ທຣຳ ໃນລະດູ
ຮ້ອນ ເມື່ອປີ 2016 ໃນຂະນະທີ່ ເຈົ້າພໍ່ອະສັງຫາລິມະຊັບ ໄດ້ຮັບການສະເໜີຊື່ ໃຫ້ລົງ
ແຂ່ງຂັນເປັນ ປະທານາທິບໍດີ ຂອງພັກຣີພັບບລີກັນ ກ່ອນໜ້າ ທີ່ຈະປະສົບຜົນສຳເລັດ
ໃນການແຂ່ງເອົາຕຳແໜ່ງ ຂອງທຳນຽບຂາວ. ທ່ານ ມານາໂຟຣຕ໌ ບໍ່ຍອມຮັບຜິດ ຕໍ່ຂໍ້
ກ່າວຫາຕ່າງໆ.

ຄະດີອາຍາ ຕໍ່ ທ່ານ ມານາໂຟຣຕ໌ ອາດພຽງຈະແຕະໄດ້ແຕ່ຂອບນ້ອກເທົ່ານັ້ນ ກ່ຽວກັບ
ການພົວພັນ ກັບຄະນະໂຄສະນາຫາສຽງຂອງທ່ານທຣຳ.

ມັນເປັນຄວາມກັງວົນເກືອບທັງໝົດ ໃນຄວາມພະຍາຍາມ ວິ້ງເຕັ້ນຊັກຊວນສະມາຊິກ
ສະພາ ຂອງ ຢູເຄຣນ ແລະການໄດ້ຮັບເງິນຂອງຜູ້ກ່ຽວ ໂດຍການເປັນຕົວແທນຂອງ
ປະເທດດັ່ງກ່າວ ດຽວນີ້ ໄດ້ກຳຈັດ ຜະເດັດການ ທ່ານ ວິກເຕີ ຢານູໂຄວິຈ໌ ໃນໄລຍະ
ສອງສາມປີ ກ່ອນໜ້າການເລືອກຕັ້ງ ປີ 2016 ຂອງສະຫະລັດ. ທ່ານ ມານາໂຟຣຕ໌
ໄດ້ຖືກກ່າວຫາວ່າ ໃຊ້ບັນຊີທະນາຄານຢູ່ນອກປະເທດ ເພື່ອຊຸກເຊື່ອງເງິນຫຼາຍລ້ານ
ໂດລາ ທີ່ທ່ານໄດ້ຮັບເປັນຄ່າຈ້າງໂດຍ ທ່ານ ຢານູໂຄວິຈ໌ ແລະພັກການເມືອງຂອງທ່ານ
ກ່ອນທີ່ທ່ານຈະຖືກຂັບໄລ່ອອກຈາກຕຳແໜ່ງ ໂດຍການລຸກຮືຂຶ້ນຂອງປະຊານິຍົມ ຢູ່ໃນ
ນະຄອນຫຼວງ ກີຢິບ ແລະ ໄດ້ຫລົບໄປຣັດເຊຍ ເພື່ອຂໍຫລີ້ໄພ.

ຄະດີຕໍ່ ທ່ານ ມານາໂຟຣຕ໌ ໄດ້ຖືກນຳຂຶ້ນມາໂດຍບັນດາໄອຍະການ ທີ່ເຮັດວຽກໃຫ້ແກ່
ໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ຜູ້ທີ່ກຳລັງຢູ່ທ່າມກາງ ການສືບສວນສອບສວນ ການແຊກແຊງເຂົ້າໃນການເລືອກຕັ້ງ ປີ 2016 ສະຫະລັດ ໂດຍຣັດເຊຍ ມາໄດ້ 14
ເດືອນແລ້ວ ທີ່ວ່າ ຄະນະໂຄສະນາຫາສຽງຂອງທ່ານທຣຳ ໄດ້ສົມຮູ້ຮ່ວມຄິດກັບ ມົສກູ
ເພື່ອຊ່ອຍໃຫ້ ທ່ານທຣຳ ຊະນະ ຫຼືບໍ່ ຫຼືວ່າ ທ່ານທຣຳ ໃນຖານະເປັນປະທານາທິບໍດີ
ໄດ້ຂັດຂວາງ ຕຸລາການ ໂດຍການປົດ ຜູ້ອຳນວຍການອົງການ ສັນຕິບານກາງ ຫຼື FBI
ທ່ານ ເຈມສ໌ ໂຄມີ. ການປົດຫົວໜ້າ ອົງການ FBI ຜູ້ທີ່ກຳລັງນຳພາ ອົງການ ໃນການສືບ
ສວນສອບສວນ ຣັດເຊຍ ກ່ອນທີ່ ທ່ານ ມັລເລີ ຈະໄດ້ຖືກແຕ່ງຕັງໃຫ້ມາຮັບໜ້າທີ່ແທນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG