ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີ ທີ່ຢູໂຣບ 'ພິສູດ' ວ່າ ທ່ານທຣຳ 'ຖືກ' ທີ່ວ່າ ຈຳເປັນຕ້ອງກວດກາ ຊາວມຸສລິມ


ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ, ຕິດຕາມໂດຍ ຜູ້ທີ່ຖືກເລືອກໃຫ້ເປັນ ຫົວໜ້າເສນາທິການ ປະຈຳທຳນຽບຂາວ, ທ່ານ Reince Priebus, ຂວາ, ແລະ ພົນໂທເບ້ຍບຳນານ Michael Flynn, ທີ່ທ່ານເລືອກໃຫ້ເປັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ບ້ານພັກ Mar-a-Lago ໃນເມືອງ Palm Beach, ລັດ Florida, ວັນທີ 21ທັນວາ 2016.
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ, ຕິດຕາມໂດຍ ຜູ້ທີ່ຖືກເລືອກໃຫ້ເປັນ ຫົວໜ້າເສນາທິການ ປະຈຳທຳນຽບຂາວ, ທ່ານ Reince Priebus, ຂວາ, ແລະ ພົນໂທເບ້ຍບຳນານ Michael Flynn, ທີ່ທ່ານເລືອກໃຫ້ເປັນ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ, ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ບ້ານພັກ Mar-a-Lago ໃນເມືອງ Palm Beach, ລັດ Florida, ວັນທີ 21ທັນວາ 2016.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ໄດ້ກ່າວໃນວັນພຸດ
ວານນີ້ ວ່າ ການໂຈມຕີກໍ່​ຄວາມຮຸນແຮງທັງຫຼາຍຢູ່ທະວີບຢູໂຣບ ​ໃນສັບປະ ດານີ້
“ພິສູດ” ວ່າ ທ່ານ ເວົ້າ “ຖືກ” ກ່ຽວກັບແຜນການຕ່າງໆ ໃນເວລາ ທ່ານເຂົ້າກຳ
ອຳນາດ ໃນເດືອນໜ້ານີ້ ເພື່ອທີ່ຈະຈັດຕັ້ງ ການກວດກາ ພວກຊາວມຸສລິມ ຢ່າງ
ເຂັ້ມງວດ ຜູ້ທີ່ພະຍາຍາມເຂົ້າມາໃນສະຫະລັດ.

ທ່ານທຣຳ ໄດ້ກ່າວ​ສັ້ນໆ ຕໍ່ບັນດານັກຂ່າວ ຢູ່ທີ່ລັດ Florida ບ່ອນທີ່ທ່ານສືບຕໍ່ ສຳພາດຜູ້ສະໝັກ ທີ່ຈະບັນຈຸ ໃນຕຳແໜ່ງທີ່ສຳຄັນຕ່າງໆ ໃນຄະນະລັດຖະບານ ຂອງທ່ານ ວ່າ “ພວກເຈົ້າຮູ້ຈັກແຜນການຕ່າງໆ ຂອງຂ້າພະເຈົ້າ ຕະຫຼອດມາ ຂ້າພະເຈົ້າ ໄດ້ພິສູດແລ້ວ ວ່າ ຂ້າພະເຈົ້າ ຖືກຕ້ອງ. 100 ເປີເຊັນ ຖືກຕ້ອງເລີຍ. ອັນທີ່ໄດ້ເກີດຂຶ້ນນັ້ນ ແມ່ນຊົ່ວຊ້າ.”

ເມື່ອມີ​ການຖາມ ກ່ຽວກັບການໂຈມຕີດ້ວຍລົດບັນທຸກຢູ່ທີ່ຕະຫຼາດຄຣິສມັສ ໃນ
ນະຄອນ Berlin ທີ່ໄດ້ສັງຫານ 12 ຄົນ ແລະ ການສັງຫານ ນັກການທູດຂອງຣັດເຊຍ ໃນນະຄອນຫຼວງອັງກາຣາ ນັ້ນ ທ່ານທຣຳ ໄດ້ກ່າວວ່າ “ເປັນຕາຢ້ານ. ເປັນຕາຢ້ານ.
ສິ່ງ​ທີ່ເກີດຂຶ້ນນັ້ນ ​ແມ່ນ​ເປັນຕາ​ຢ້ານ. ​ເປັນຕາ​ຢ້ານຫຼາຍ.”

ຊົມວີດີໂອ: ທ່ານທຣຳ ປະທານາທິບໍດີ ທີ່ຖືກເລືອກໃໝ່ ໃຫ້ຄຳເຫັນ ກ່ຽວກັບ ການໂຈມຕີ ໃນ ເບີລິນ

Trump: Berlin Attack 'an Attack on Humanity'
please wait

No media source currently available

0:00 0:00:23 0:00

ທ່ານ​ໄດ້​ກ່າວ​ເຖິງ​ຄວາມ​ຮຸນ​ແຮງ​ດັ່ງກ່າວ​ນີ້ວ່າ “​ເປັນ​ການ​ໂຈມ​ຕີ​ຕໍ່​ມະນຸດຊາດ.
ນັ້ນຄື​ສິ່ງ​ທີ່​ເກີດ​ຂຶ້ນ. ​ເປັນ​ການ​ໂຈມ​ຕີ​ຕໍ່​ມະນຸດຊາດ ​ແລະ​ມັນ​ຈະ​ຕ້ອງ​ຍຸຕິ​ລົງ.”

ໃນການລົງແຂ່ງຂັນ​ ເອົາຕຳແໜ່ງໃນທຳນຽບຂາວ ທີ່ຍາວນານຂອງທ່ານນັ້ນ ທ່ານ
ທຣຳ ຕົ້ນຕໍນັ້ນ ໄດ້ຮຽກຮ້ອງ ໃຫ້ຫ້າມບໍ່ໃຫ້ພວກຊາວມຸສລິມ ເຂົ້າມາໃນສະຫະລັດ ຢ່າງເດັດຂາດ ແຕ່ນັບຕັ້ງແຕ່ນັ້ນມາ ໄດ້ໃຫ້ຄຳສັນຍາວ່າ ຈະເລີ້ມ “ການກວດກາ ທີ່ລະອຽດທີ່ສຸດ” ພວກຄົນທີ່ພະຍາຍາມເຂົ້າມາໃນສະຫະລັດ ຈາກປະເທດອື່ນໆ ບ່ອນທີ່ມີການໂຈມຕີຂອງພວກກໍ່ການຮ້າຍທັງຫຼາຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Trump: Terror Attacks in Ankara and Berlin 'Attack on Humanity'
please wait

No media source currently available

0:00 0:01:56 0:00

XS
SM
MD
LG