ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປະ​ທາ​ນາ​ທິ​ບໍ​ດີ​ ທ​ຣຳ ເລີ​້ມ​ຢ້ຽມ​ຢາມ​ ຢຸ​ໂຣບ ໃນ​ປະ​ເທດ​ ອັງ​ກິດ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຕິດ​ຕາມ​ດ້ວຍ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ​ເມ​ລາ​ເນຍ ທ​ຣຳ ກຳ​ລັງ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ທີ່​ຖານ​ທັບ​ອາ​ກາດ Andrews ລັດ Maryland ວັນ​ທີ 2 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ຕິດ​ຕາມ​ດ້ວຍ​ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ​ເມ​ລາ​ເນຍ ທ​ຣຳ ກຳ​ລັງ​ຂຶ້ນ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງ Air Force One ທີ່​ຖານ​ທັບ​ອາ​ກາດ Andrews ລັດ Maryland ວັນ​ທີ 2 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ກຳ​ລັງ​ຢ້ຽມ​ຢາມປະ​ເທດ​ອັງ​ກິດເປັນ​ເວ​ລາ​ສອງວັນ ທີ່​ຮວມ
​ມີ​ການ​ພົບ​ປະ​ກັບ​ຄອບ​ຄົວ​ຣາດ​ຊະ​ວົງ ຮັບ​ປະ​ທານ​ອາ​ຫານ​ຄ່ຳ ແລະ​ສົນ​ທະ​ນາ​ກັບ​ນາ​
ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່າ​ນ​ນາງ​ເທີ​ຣິ​ຊາ ເມ ທີ່​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງໃນ​ໄວໆ​ນີ້.

ໃນ​ຂະ​ນະ​ທີ່​ທ່ານ​ເດີນ​ທາງ​ອອກ​ຈາກ​ທຳ​ນຽບ​ຂາວ ປະ​ທາ​ນາ​ທິບໍ​ດີ ​ທ​ຣຳ​ ກ່າວ​ວ່າ ການ
​ເດີນ​ທາງ​ຂອງ​ທ່ານ​ຈ​ະ​ເປັນ “ທີ່​ໜ້າ​ສົນ​ໃຈ” ແລະ​ທ່ານ​ຄິດ​ວ່າ ສະ​ຫະ​ລັດ ແລະ​ອັງ​ກິດ ມີ
​ໂອ​ກາດ​ທີ່​ຈະ​ແກ້​ໄຂ​ບັນ​ຫາ “ຂໍ້​ຕົກ​ລົງການ​ຄ້າທີ່​ໃຫຍ່” ໃນ​ອະ​ນາ​ຄົດ​ອັນ​ໃກ້​ນີ້.

ການ​ຢ້ຽມ​ຢາ​ມ​ຂອງ​ທ່ານ​ໄດ້​ມີ​ຂຶ້ນ ​ທ່າມ​ກາງ​ຄວາມ​ວຸ້ນ​ວາຍ​ດ້ານ​ການ​ເມືອງ. ທ່ານ​ນາງ
​ເມ ໄດ້​ປະ​ກາດ​ໃນ​ເດືອນ​ແລ້ວ​ນີ້​ວ່າ ທ່ານ​ນາງ​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ ​ຫຼັງ​ຈາກ​ບໍ່​ສາ
​ມາດ​ທີ່​ຈະ ບັນ​ລຸ​ການ​ແຍກ​ຕົວ​ຂອງ ອັງ​ກິດ ອອກ​ຈາກ​ສະ​ຫະ​ພາບ ຢູ​ໂຣບ.

ການ​ດຳ​ເນີນການ​ດັ່ງ​ກ່າວ ​ຈະ​ສືບ​ຕໍ່ໄປ​ໂດຍຜູ້​ສືບ​ທອດ​ຕຳ​ແໜ່ງ​ຂອງ​ທ່ານ​ນາງ ໂດຍ​ທີ່​
ບໍ່​ມີ​ຊ່ອງທາງແກ້​ໄຂ​ບັນ​ຫາ​ທີ່​ຊັດ​ເຈນ ໃນ​ບັນ​ດາ​ພັກ​ການ​ເມືອງ​ທີ່​ແຕກ​ແຍກ​ກັນ​ຢ່າງ​ຮຸນ
​ແຮງ.

ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້​ໜູນ​ຫຼັງ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ທ່ານ​ ບໍ​ຣິ​ສ ຈອນ​ສັນ ຢ່າງ​
ເປີດ​ເຜີຍ ແລະໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ຕອນ​ແລງວັນ​ອາ​ທິດວ່າ ທ່ານ​ອາດ​ພົບ​ປະ
​ກັບ ທ່ານ ​ຈອນ​ສັນ ແລະ ນັກ​ການ​ເມືອງ​ທີ່ສະ​ໜັບ​ສະ​ໜູນ​ ເບ​ຣັກ​ຊິດ ທ່ານ​ ໄນ​ເຈີ​ລ​
ຟາ​ຣາ​ລ ໃນ​ຂະ​ນະ​ທີ່​ທ່ານ​ຢູ່​ນະ​ຄອນ​ຫຼວງ ​ລອນດອນ.

ສິ່ງທີ່​ບໍ່ໄດ້​ຢູ່​ໃນ​ຕາ​ຕະ​ລາງ​ການ​ຢ້ຽມ​ຢາມ​ຂອງ​ທ່ານ ແມ່ນ​ການ​ພົບ​ປະ​ກັບ​ຜູ້​ປົກ​ຄອງ​
ນະຄອນຫຼວງ ລອນດອນ ທ່ານ ຊາດິກ ຄານ ຜູ້ທີ່ໄດ້ຂຽນຢູ່ໃນໜັງສືພິມ The
Observer Newspaper ວ່າ ການຕ້ອນຮັບທ່ານ ທຣຳ ໃນການຢ້ຽມຢາມຢ່າງເປັນ
ທາງການເປັນສິ່ງ​ທີ່ “ບໍ່​ແມ່ນອັງ​ກິດ.” ທ່ານ​ໄດ້​ອ້າງ​ວ່າ ທ່ານ ​ທ​ຣຳ ໄດ້​ໃຊ້​ຂໍ້​ຄວາມ​ໃນ ​
ທວິດເຕີ ຈາກ “ກຸ່ມຂວາ​ຈັດ ແບ່ງ​ແຍກ​ເຊື້​ອ​ຊາດ​ສີ​ຜິວ​ຂອງ ອັງ​ກິດ”, ການ​ປະ​ຕິ​ເສດ
ຫຼັກຖານທາງວິ​ທະ​ຍາ​ສາດ​ ກ່ຽວ​ກັບ ສະ​ພາບ​ອາ​ກາດ​ປ່ຽນ​ແປງ​ຂອງ​ທ່ານ​ປະ​ທາ​ນາ​
ທິບໍດີ ແລະທ່ານ ທ​ຣຳ “ໄດ້​ພະ​ຍາ​ຍາມ​ທີ່​ຈະ​ແຊກ​ແຊກ ໃນ​ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​
ຂອງທ່ານນາງເມຢ່າງ​ໜ້າບໍ່​ອາຍ.”

ເວ​ລາຖືກ​ຖາມ​ວ່າທ່ານ​ຈະ​ເປີດ​ໂອ​ກາດ ໃນ​ການ​ພົບ​ປະ​ກັບ​ທ່ານ​ ຄານ ຫຼືບໍ່​ນັ້ນ ທ່ານ
​ ທ​ຣຳ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານ​ນີ້​ວ່າ “ບໍ່ ຂ້າ​ພະ​ເຈົ້າ​ບໍ່​ຄິດ​ຫຍັງ​ຫຼາຍ​ ກ່ຽວ​ກັບ ​ລາວ.”

​ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG