ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ​ຮ່ວມ​ກັບ​ຜູ້​ນຳ ​ຄົນ​ອື່ນໆ ລະ​ນຶກ​ເຖິງວັນ D-Day


​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ລໍ​ຖ້າ​ການ​ເດີນ​ທາງ​​ໄປຮອດ​ຂອງ ເຈົ້າ​ຊາຍ ຊາ​ລ​ສ໌ ແຫ່ງ ອັງ​ກິດ ແລະ ເຈົ້າ​ຍິງ ຄາມີ​ລາ, ກັບ​ສະ​ຕີ​ໝາຍ​ເລກ​ນຶ່ງ​ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ຢູ່ນອກຄະ​ລື​ຫາດ Winfield House, ນະ​ຄອນຫຼວງ ລອນດອນ, 4 ມິ​ຖຸ​ນາ, 2019.
​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ລໍ​ຖ້າ​ການ​ເດີນ​ທາງ​​ໄປຮອດ​ຂອງ ເຈົ້າ​ຊາຍ ຊາ​ລ​ສ໌ ແຫ່ງ ອັງ​ກິດ ແລະ ເຈົ້າ​ຍິງ ຄາມີ​ລາ, ກັບ​ສະ​ຕີ​ໝາຍ​ເລກ​ນຶ່ງ​ ທ່ານ​ນາງ ເມ​ລາ​ເນຍ ທ​ຣຳ ຢູ່ນອກຄະ​ລື​ຫາດ Winfield House, ນະ​ຄອນຫຼວງ ລອນດອນ, 4 ມິ​ຖຸ​ນາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ທ່ານ​ນາງ ເທີ​ຣີ​ຊາ ເມ ໄດ້​ຕ້ອນ​ຮັບ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ
ລັດ ທ່ານ ດໍໂນລ ທຣຳ ພ້ອມກັບບັນດາຜູ້ນຳ ແລະ ຜູ້ແທນຄົນອື່ນໆຈາກ 14 ປະເທດ
ໃນພິທີລະນຶກເຖິງວັນ D-DAY ຫຼື ວັນທີ່ຝ່າຍສຳພັນທະມິດມອບອິດສະຫຼະພາບ
ແລະ ເອກະລາດຄືນໃຫ້ແກ່ປະເທດທີ່ຖືກ ເຢຍຣະມັນ ຍຶດຄອງ ໃນສະໄໝສົງຄາມ
ໂລກຄັ້ງທີ 2 ໃນວັນພຸດມື້ນີ້ ຢູ່ເມືອງ ຜອດສມັທ໌ ທາງພາກໃຕ້ຂອງປະເທດ ອັງກິດ.

ຫ້ອງ​ການ​ຂອງ​ທ່ານ​ນາງ ເມ ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ທີ່ເນັ້ນ​ຄວາມ​ສຳ​ຄັນ
ກ່ຽວກັບ “ການຮ່ວມມືຄັ້ງປະຫວັດສາດຂອງສາກົນ” ໃນການປະຕິບັດການຄັ້ງໃຫຍ່
ເພື່ອຍົກກຳລັງຂຶ້ນບົກ ຂ້າມຊ່ອງແຄບ ອັງກິດ ໃນເມືອງ ນອກມັງດີ, ປະເທດ ຝຣັ່ງ ໃນ
ຂະນະທີ່ກອງທັບສຳພັນທະມິດ ໄດ້ຕໍ່ສູ້ເພື່ອເອົາຊະນະພວກ ນາຊີ ເຢຍຣະມັນ.

ທ່ານ​ນາງ ເມ ໄດ້​ກ່າວ​ວ່າ “ໃນ​ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ ເພື່ອ​ລະ​ນຶກ​ເຖິງ
ຜູ້ທີ່ມີຄວາມກ້າຫານ ແລະ ເສຍສະຫຼະຢູ່ຫາດຊາຍຂອງເມືອງ ນອກມັງດີ ທີ່ໄດ້ເປັນ
ຂີດໝາຍຂອງຈຸດປ່ຽນແປງໃນສົງຄາມໂລກຄັ້ງທີ 2 ນັ້ນ, ພວກເຮົາຈະປະຕິຍານວ່າ
ຈະບໍ່ມີວັນລືມໜີ້ບຸນຄຸນທີ່ພວກເຮົາມີຕໍ່ເຂົາເຈົ້າ. ຄວາມສາມັກຄີ ແລະ ຄວາມມຸ່ງໝັ້ນ
ຂອງເຂົາເຈົ້າໃນການປ້ອງກັນເສລີພາບຂອງພວກເຮົາ ຍັງຄົງຈະເປັນບົດຮຽນໃຫ້
ພວກເຮົາໝົດທຸກຄົນ.”

ພະ​ລາ​ຊິ​ນີ ເອ​ລີ​ຊາ​ເບັດ ຂອງ​ອັງ​ກິດ ກໍ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ລະ​ນຶກ​ເຖິງ​ເຊັ່ນ​ກັນ, ລວມ
ທັງການຢ້ຽມຢາມທະຫານຜ່ານເສິກ D-Day ກັບທ່ານ ທຣຳ.

ຕາ​ຕະ​ລາງ​ເວ​ລາ​ຂອງ​ທ່ານ​ ທ​ຣຳ ໃນ​ວັນ​ພຸດ​ມື້​ນີ້​ ປະ​ກອບ​ມີ​ການ​ພົບ​ປະ​ກັບ​ບັນ​ດາ​ທະ
ຫານ ສະຫະລັດ ອີກ, ກ່ອນຈະເດີນທາງໄປປະເທດ ໄອຣ໌ແລນ ເພື່ອພົບປະກັບນາ
ຍົກລັດຖະມົນຕີ ລີໂອ ບາຣາດກາ.

ຜູ້​ນຳ ສະ​ຫະ​ລັດ ໄດ້​ສະ​ແດງ​ກິ​ລິ​ຍາ​ທາງ​ການ​ທູດ​ແບບ​ປະ​ສົມ ແລະ ໃຫ້​ຄຳ​ເຫັນ​ທີ່​ສຳ​
ຄັນ ໃນກອງປະຊຸມຖະແຫຼງຂ່າວຂອງທ່ານກັບທ່ານນາງ ເມ ໃນນະຄອນຫຼວງ ລອນ
ດອນ ໃນວັນອັງຄານວານນີ້.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ສະ​ຫະ​ລັດ ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ “ເຮັດ​ຂໍ້​ຕົກ​ລົງ​ການ​ຄ້າ​ແບບບໍ່
ເຄີຍມີມາກ່ອນ” ກັບ ອັງກິດ ໃນຂະນະທີ່ປະເທດດັ່ງກ່າວ ກຽມພ້ອມທີ່ຈະອອກຈາກ
ສະຫະພາບ ຢູໂຣບ.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ “ມັນ​ມີ​ໂອ​ກາດ​ທີ່​ໃຫຍ່ຫຼວງ​ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ນັ້ນ, ຄົງ​ຈະ
ໃຫຍ່ກວ່າ ສອງເທື່ອ ຫຼືແມ່ນກະທັ້ງສາມເທື່ອ ຂອງສິ່ງທີ່ພວກເຮົາກຳລັງເຮັດຢູ່ດຽວ
ນີ້.”

ທ່ານ ທ​ຣຳ ໄດ້​ເວົ້າ​ວ່າ ທ່ານ​ບໍ່​ໄດ້​ເຫັນ “ຂໍ້​ຈຳ​ກັດ” ໃນ​ການ​ແລກ​ປ່ຽນ​ຂໍ້​ມູນ​ລັບ​ໃນ​ອະ​
ນາຄົດ, ເຖິງແມ່ນຈະມີຄວາມເຫັນບໍ່ລົງລອຍກັນ ກ່ຽວກັບ ໄພຂົ່ມຂູ່ຈາກບໍລິສັດຍັກ
ໃຫຍ່ດ້ານເທັກໂນໂລຈີ ຫົວເຫວີຍ ຂອງ ຈີນ ກໍຕາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG