ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານທຣຳ ສະເໜີຊື່ ທ່ານນາງ ລິນດາ ແມັກແມນ ເປັນຜູ້ບໍລິຫານ ອົງການ​ຄຸ້ມຄອງ ທຸລະກິດ ຂະໜາດນ້ອຍ


Trump Transition
please wait
Embed

No media source currently available

0:00 0:00:41 0:00

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານດໍໂນລ ທຣຳ ໄດ້ເລືອກເອົາ ອະດີດ ຜູ້ບໍລິຫານ ນັກມວຍປ້ຳອາຊີບ ທ່ານນາງ Linda McMahon ໃຫ້ກຳກັບ ອົງການ​ຄຸ້ມຄອງທຸລະກິດຂະໜາດນ້ອຍ ແລະ ເລືອກເອົາທະນາຍຄວາມ ທ່ານ Scott Pruitt ຜູ້ທີ່ເປັນພັນທະມິດ ກັບອຸດສາຫະກຳ ພະລັງງານຈາກຟອສຊິລ ໃຫ້ກຳກັບ ອົງການ ປົກປ້ອງສິ່ງແວດລ້ອມ.

ທ່ານນາງ McMahon ຜູ້ທີ່ໄດ້ເສຍໄຊ ໃນການແຂ່ງຂັນ ເປັນສະມາຊິກສະພາສູງ ສະຫະລັດ ແລະ ໄດ້ເປັນຜູ້ສະໜັບສະໜູນໃນເບື້ອງຕົ້ນ ການໂຄສະນາຫາສຽງ ເປັນ ປະທານາທິບໍດີ ຂອງທ່ານທຣຳ ແມ່ນຄາດກັນວ່າ ຈະມີບົດບາດທີ່ສຳຄັນ ໃນຄວາມ ພະຍາຍາມທີ່ຈະສ້າງວຽກເຮັດງານທຳ ໃຫ້ຫຼາຍຂຶ້ນໃນສະຫະລັດ ຂອງທ່ານທຣຳ ນັ້ນ.

ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ປະກາດໃນວັນພຸດ ວ່າ ທ່ານໄດ້ເລືອກເອົາ, ຈາກຊ້າຍ, ທ່ານ Scott Pruitt ກຳກັບອົງການປົກປ້ອງສິ່ງແວດລ້ອມ ຫຼື EPA, ທ່ານນາງ Linda McMahon ກຳກັບ ອົງການ​ຄຸ້ມຄອງທຸລະກິດຂະໜາດນ້ອຍ, ແລະ ທ່ານ John Kelly ເປັນລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ
ປະທານາທິບໍດີ ສະຫະລັດ ທີ່ຖືກເລືອກໃໝ່ ທ່ານ Donald Trump ໄດ້ປະກາດໃນວັນພຸດ ວ່າ ທ່ານໄດ້ເລືອກເອົາ, ຈາກຊ້າຍ, ທ່ານ Scott Pruitt ກຳກັບອົງການປົກປ້ອງສິ່ງແວດລ້ອມ ຫຼື EPA, ທ່ານນາງ Linda McMahon ກຳກັບ ອົງການ​ຄຸ້ມຄອງທຸລະກິດຂະໜາດນ້ອຍ, ແລະ ທ່ານ John Kelly ເປັນລັດຖະມົນຕີ ກະຊວງຮັກສາຄວາມປອດໄພພາຍໃນ

ທ່ານນາງ McMahon ເປັນຄູ່ຮ່ວມກໍ່ຕັ້ງ ແລະ ເປັນປະທານບໍລິຫານງານ ຂອງບໍລິສັດ World Wrestling Entertainment ຊຶ່ງເປັນ ບໍລິສັດ ທີ່ໃຫ້ຄວາມບັນເທີງ ທາງດ້ານ ກິລາ. ທ່ານນາງ ໄດ້ກ່າວ ໃນຖະແຫລງການສະບັບໜຶ່ງ ໃນວັນພຸດວານນີ້ ວ່າ ທ່ານນາງ ວາງແຜນທີ່ຈະ “ສົ່ງເສີມທຸລະກິດຂະໜາດນ້ອຍທັງຫຼາຍ ຂອງພວກເຮົາ ແລະ ຈະ
ຊ່ອຍ ພວກເຂົາເຈົ້າ ໃຫ້ເຕີບໂຕ ແລະ ຈະເລີນຂຶ້ນ.”

ນອກ​ນັ້ນ​ໃນ​ວັນ​ພຸດ​ວານ​ນີ້ ເຈົ້າໜ້າທີ່ໂອນອຳນາດ ໄດ້ກ່າວຕໍ່ ໜັງສືພິມ New York Times ວ່າ ທ່ານທຣຳ ມີແຜນທີ່ຈະສະເໜີຊື່ຫົວໜ້າ​ພະ​ແນ​ກຍຸຕິ​ທຳຂອງລັດ
Oklahoma ທ່ານ Scott Pruitt ໃຫ້​ເປັນ​ຜູ້ນຳພາ ອົງການປົກປ້ອງສິ່ງ ແວດລ້ອມ
ຫຼື EPA.

ທ່ານ Pruitt ໄດ້ເປັນຜູ້ທີ່ວິຈານຢ່າງໜັກ ຕໍ່ອັນທີ່ທ່ານເອີິ້ນວ່າ “ເລື່ອງການເຄື່ອນ
ໄຫວ”
ຂອງອົງການ EPA ແລະ ໄດ້ກ່າວວ່າ ທ່ານບໍ່ເຊື່ອວ່າ ມີການປ່ຽນແປງຂອງ
ດິນຟ້າອາກາດ ເກີດຂຶ້ນ ຍ້້ອນການປ່ອນຄວັນພິດກາບອນ ທີ່ມາຈາກມະນຸດ ໂດຍ
ກ່າວວ່າ ການອະພິປາຍກ່ຽວກັບການປ່ຽນແປງ ຂອງດິນຟ້າອາກາດ ແມ່ນ “ຍັງບໍ່ ທັນລົງລອຍກັນເທື່ອ.”

ທ່ານ Pruitt ຊຶ່ງ​ໃນຂະນະນີ້ ຊຶ່ງເປັນເຈົ້າໜ້າທີ່ພິທັກກົດໝາຍຂັ້ນສູງ ຂອງລັດ Oklahoma ​ແມ່ນພົວພັນໃນຄະດີການຟ້ອງຮ້ອງ ກັບອີກ 23 ລັດ ຕໍ່​ອົງການ EPA
ກ່ຽວ​ກັບ​ກົດ​ລະບຽບ​ສິ່ງ​ແວດ​ລ້ອມ. ນອກ​ນັ້ນ ທ່ານ​ຍັງ​ໄດ້​ສະ​ແດງ​ການສະໜັບສະ​ໜຸນ
​ຕໍ່​ໂຄງການ​ສ້າງ​ທໍ່​ນ້ຳມັນ Keystone XL ທີ່​ໄດ້​ສະ​ເໜີ​ໂດຍ​ລັດ ຖະບານ​ທ່ານ​ໂອ​ບາ​ມາ.

​ໃນ​ຕອນ​ເຊົ້າວັນ​ພຸດ​ວານ​ນີ້ ຄະນະ​ໂອນ​ອຳນາດ​ຍັງ​ກ່າວ​ວ່າ ທ່ານ​ທຣຳ​ໄດ້​ເລືອກ​ເອົາ
​ນາຍ​ພົນ​ເບ້ຍ​ບຳນານ​ທະຫານ​ມາຣີນ John Kelly ​ເປັນ​ລັດຖະມົນຕີ​ກະ ຊວງຮັກສາ​ຄວາມ​ປອດໄພ​ພາຍ​ໃນ ຊຶ່ງ​ເປັນ​ກະຊວງ ​ທີ່​ໃຫຍ່ ​ແລະ ​ມີ​ບັນຫາ​ຮັບ​ມື ກັບ​ການ​ກໍ່​ການ
​ຮ້າຍ​ແລະ​ປະຕິບັດ​ຕາມ​ຄຳ​ໝັ້ນສັນຍາ​ຂອງ​ທ່ານ​ທຣຳ ທີ່​ຈະ​ປາບ ປາມ​ພວກ​ຄົນ​ເຂົ້າ​
ເມືອງ​ຜິດ​ກົດໝາຍ​ນັ້ນ.

Trump Announces More Cabinet Picks
please wait

No media source currently available

0:00 0:02:21 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG