ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ຍົກເລີກໂຄງການ ປົກປ້ອງເດັກນ້ອຍ ທີ່ເຂົ້າເມືອງ ຜິດກົດໝາຍ


ພວກຜູ້ສະໜັບສະໜູນ ໂຄງການ​ເລື່ອນ​ເວລາ ​ໃນ​ການ​ເອົາ​ມາດ​ຕະການ ​ຕໍ່ພວກເດັກນ້ອຍ ທີ່ເດີນທາງເຂົ້າມາ ໃນ ສະຫະລັດ ຢ່າງຜິດກົດໝາຍ ຫຼື DACA ຮ້ອງຄຳຂວັນ ແລະ ຍົກປ້າຍປະທ້ວງ ໃນລະຫວ່າງການເຂົ້າຮ່ວມຊຸມນຸມ ວັນກຳມະກອນ ທີ່ນະຄອນ Los Angeles. 4 ກັນຍາ, 2017.
ພວກຜູ້ສະໜັບສະໜູນ ໂຄງການ​ເລື່ອນ​ເວລາ ​ໃນ​ການ​ເອົາ​ມາດ​ຕະການ ​ຕໍ່ພວກເດັກນ້ອຍ ທີ່ເດີນທາງເຂົ້າມາ ໃນ ສະຫະລັດ ຢ່າງຜິດກົດໝາຍ ຫຼື DACA ຮ້ອງຄຳຂວັນ ແລະ ຍົກປ້າຍປະທ້ວງ ໃນລະຫວ່າງການເຂົ້າຮ່ວມຊຸມນຸມ ວັນກຳມະກອນ ທີ່ນະຄອນ Los Angeles. 4 ກັນຍາ, 2017.

ສະຫະລັດ ໄດ້ຢຸດໂຄງການທີ່ໄດ້ປົກປ້ອງເດັກນ້ອຍ, ເຊິ່ງແມ່ນຄົນເຂົ້າເມືອງຜິດກົດ
ໝາຍເກືອບ 800,000 ຄົນຈາກການຖືກເນລະເທດ ແລະ ອະນຸຍາດໃຫ້ເຂົາເຈົ້າເຮັດ
ວຽກ ແລະ ເຂົ້າໂຮງຮຽນໃນປະເທດນີ້ໄດ້.

ຄຳຮ້ອງໃໝ່ສຳລັບໂຄງການ​ເລື່ອນ​ເວລາ ​ໃນ​ການ​ເອົາ​ມາດ​ຕະການ​ຕໍ່ພວກເດັກນ້ອຍ
ທີ່ເດີນທາງເຂົ້າມາໃນ ສະຫະລັດ ຢ່າງຜິດກົດໝາຍທີ່ຮູ້ໃນຊື່ DACA ນັ້ນ ຈະບໍ່ມີການ
ຮັບເອົາອີກຕໍ່ໄປແລ້ວ, ອີງຕາມຄຳຖະແຫຼງຂອງເຈົ້າໜ້າທີ່ລັດຖະບານ.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຮັບຮອງການຕັດສິນໃຈດັ່ງກ່າວ ແຕ່ໄດ້ສົ່ງລັດຖະມົນຕີ
ຍຸຕິທຳ ທ່ານ Jeff Session ໄປປະກາດ ກ່ຽວກັບ ການປ່ຽນແປງ ໃນນະໂຍບາຍທີ່ເປັນ
ບັນຫານັ້ນ ອອກທາງໂທລະພາບໃນວັນອັງຄານວານນີ້.

'Dreamers' Vow to Fight to Keep DACA Until the Bitter End
please wait

No media source currently available

0:00 0:02:38 0:00

ທ່ານ Sessions ໄດ້ປະກາດວ່າ “ໂຄງການ DACA ໄດ້ຖືກຍົກເລີກແລ້ວ.” ການດຳ
ເນີນການດັ່ງກ່າວໄດ້ຍົກເລີກດຳລັດຂອງອະດີດປະທາ ນາທິບໍດີ ບາຣັກ ໂອບາມາ ທີ່
ຖືກປະກາດໃຊ້ເມື່ອ 5 ປີທີ່ຜ່ານມາ.

ພວກຜູ້ປະທ້ວງຈຳນວນຫຼາຍທີ່ຄັດຄ້ານຕໍ່ການຕັດສິນໃຈຂອງລັດຖະ ບານ ໄດ້ລວມຕົວ
ກັນໃນນະຄອນຫຼວງ ວໍຊິງຕັນ, ນະຄອນ Los Angeles, ນິວຢອກ, ເດັນເວີ ແລະ ເມືອງ
ອື່ນໆ.

ນັກເຄື່ອນໄຫວ ທ້າວ Gustavo Torres ໄດ້ກ່າວຕໍ່ຝູງຄົນຢູ່ນອກທຳນຽບຂາວວ່າ ປະທາ
ນາທິບໍດີຄົນນີ້ໄດ້ຕົວະປະຊາຄົມຂອງພວກເຮົາ. ທ່ານໄດ້ບອກພວກເຮົາວ່າ “ທ່ານມີໃຈ
ທີ່ກວ້າງ ສຳລັບເດັກນ້ອຍທີ່ບໍ່ມີເອກະສານຖືກຕ້ອງຕາມກົດໝາຍ.” ລາວເປັນຄົນຂີ້ຕົວະ!”

Sessions Rescinds DACA Program
please wait

No media source currently available

0:00 0:01:43 0:00

ສະຖານະພາບໃນອະນາຄົດຂອງເດັກນ້ອຍ, ນັກຮຽນທີ່ເກີດຢູ່ຕ່າງປະເທດ ແລະ ກຳ
ມະກອນຈຳນວນຫຼາຍຮ້ອຍພັນຄົນ ແມ່ນມີຄວາມບໍ່ແນ່ນອນໃນເວລານີ້, ໃນເມື່ອເຂົາ
ເຈົ້າບໍ່ໄດ້ຮັບການປົກປ້ອງຈາກໂຄງ ການ DACA ແລ້ວ. ສະພາສູງມີເວລາ 6 ເດືອນ
ທີ່ຈະດຳເນີນການ ຖ້າເຂົາເຈົ້າຍັງຢາກສືບຕໍ່ໃຫ້ພວກເດັກນ້ອຍອາໄສຢູ່ໃນ ສະຫະລັດ.

ຄົນເຂົ້າເມືອງໄວໜຸ່ມ, ເຊິ່ງຖືກເອີ້ນວ່າ “dreamers” ນັ້ນ, ປົກກະຕິໄດ້ເດີນທາງເຂົ້າມາ​
ໃນ ສະຫະລັດ ໃນຕອນທີ່ຍັງເປັນເດັກນ້ອຍ. ຫຼາຍຄົນມີກົກເຄົ້າມາຈາກປະເທດ ເມັກຊິ
ໂກ ຫຼື ບັນດາປະເທດໃນເຂດ ອາເມຣິກາກາງ, ແຕ່ບາງຄົນໄດ້ເດີນທາງເຂົ້າປະເທດຕັ້ງ
ແຕ່ຍັງນ້ອຍຫຼາຍ ຈົນເຂົາເຈົ້າໄດ້ເຕີບໃຫຍ່ ໂດຍບໍ່ຮູ້ຈັກຫຍັງນອກຈາກສັງຄົມ ແລະ ປະ
ເພນີ ອາເມຣິກັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

DACA Changes Explained
please wait

No media source currently available

0:00 0:00:58 0:00

XS
SM
MD
LG