ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ຢຸດເຊົາ ຕັ້ງຄຳຖາມ ກ່ຽວກັບ ບ່ອນເກີດ ຂອງ ປ. ໂອບາມາ


Donald Trump on Obama Birther Controversy
please wait

No media source currently available

0:00 0:00:40 0:00

ຜູ້​ສະໝັກ​ເປັນ​ປະທານາທິບໍດີຂອງ​ພັກຣີພັບ​ບລີ​ກັນ ທ່ານ Donald Trump ​ໄດ້​ຍຸຕິການ​ຕັ້ງຄຳ​ຖາມ​ ກ່ຽວ​ກັບປະ​ເທດ ​ທີ່​ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ເກີດ​ ໂດຍ​ປະ​ກາດ​ວ່າ ທ່ານ “​ເກີດ​ຢູ່ໃນ​ສະຫະລັດ ບໍ່ມີຫຍັງຫຼາຍກວ່ານັ້ນ.”

ຜູ້​ທີ່​ໄດ້​ຮັບ​ການ​ສະ​ເໜີ​ແຕ່ງຕັ້ງຈາກ​ພັກຣີພັບ​ບລີ​ກັນ​ໃນ​ປີ 2011 ​ແມ່ນ​ຜູ້​ຢູ່​ເບື້ອງ ຫຼັງຂະ​ບວນການ ​ທີ່ໂຕ້​ຖຽງວ່າ ຖ້າ​ບໍ່​ມີ​ຫລັກ​ຖານ​ຢັ້ງຢືນ​ແລ້ວ ປະທານາທິບໍດີ​ໂອ ​ບາ​ມາ ​ແມ່ນ​ເກີດ​ຢູ່​ຕ່າງປະ​ເທດ. ​ນັບ​ຕັ້ງ​ແຕ່​ນັ້ນມາທ່ານ Trump ​ໄດ້​ປະຕິ​ເສດທີ່​ຈະ​ກ່າວ​ໂດຍ​ກົງ​ວ່າ ທ່ານ​ມີ​ຄວາມເຊື່ອ​ແບບ​ໃດ​ ຈົນ​ເທົ່າວັນ​ສຸກ​ວານ​ນີ້ທ່ານ​ຈຶ່ງໄດ້​ເຮັດ​ໃຫ້​ຄວາມ​ຄຸມ​ເຄືອ​ດັ່ງ ກ່າວ​ສິ້ນສຸດ​ລົງ.

​ໃນ​ການ​ໂຄສະນາ​ຫາ​ສຽງ​ຢູ່​ທີ່​ວໍ​ຊິງ​ຕັນນັ້ນ ທ່ານ Trump ​ໄດ້​ຖິ້ມ​ໂທດ​ໃສ່​ຄູ່​ແຂ່ງຈາກ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ທີ່​ເປັນ​ຜູ້ລິ​ເລີ້ມກ່ຽວ​ກັບ​ຂ່າວ​ນອງ​ນັນນີ້ໃນ​ລະ ຫວ່າງ​ການ​ໂຄສະນາ​ຫາ​ສຽງ​ເມື່ອ​ປີ 2008​ ​ເວລາ​ທ່ານ​ນາງ​ລົງ​ສະໝັກ ​ແຂ່ງ​ກັບ​ທ່ານ​ໂອ​ບາ​ມານັ້ນ. ສື່​ມວນ​ຊົນ​ຈຳນວນ​ນຶ່ງ​ໄດ້​ພາກັນ​ສືບ​ສວນກ່ຽວ​ກັບ​ການ​ກ່າວ​ຫາ​ດັ່ງກ່າວແລະ​ພົບ​ວ່າ ບໍ່​ມີ​ຫລັກ​ຖານ​ໃດໆ​ໃຫ້ການ​ສະໜັບສະ​ໜຸນ​ກ່ຽວ​ກັບ​ເລື້ອງນີ້.

ຫລັງ​ຈາກ ອອກ​ຖະ​ແຫລ​ງການ​ແລ້ວ ມີ​ການ​ຄາດ​ກັນ​ວ່າ ທ່ານ Trump ຈະນຳພາພວກ​ນັກ​ຂ່າວ​ໄປ​ຊົມ​ໂຮງ​ແຮມ​ໃໝ່​ຂອງ​ທ່ານ ທີ່​ນະ​ຄອນ​ວໍ​ຊິງ​ຕັນ. ​ແຕ່​ເວລາຄະນະ​ໂຄສະ​ນາ​ຫາ​ສຽງຂອງ Trump ປະກາດວ່າ ມີ​ແຕ່​ພວກ​ຖ່າຍ​ຮບ ແລະ​ມື​ກ້ອງ​ໄດ້​ຮັບ​ອະນຸຍາດໃຫ້​ເຂົ້າຮ່ວມ ​ແຕ່​ພວກ​ມື​ກ້ອງ​ໂທລະພາບ ​ໄດ້ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ ຊຶ່ງ​ບັນດາ​ຫົວໜ້າ​ອົງ ການ​ຂ່າວ​ຕ່າງໆ​ທີ່​ນະຄອນ​ວໍ​ຊິງ​ຕັນ ​ໄດ້​ຖອນ​ພວກ​ນັກ​ຂ່າວ​ຂອງ​ຕົນ​ແລະ​ລຶບ​ວິ​ດີ​ໂອ​ດັ່ງ ກ່າວ​ຖິ້ມ.

ຫົວໜ້າໂທລະພາບຂ່າວ Fox ປະຈຳ​ນະຄອນ​ວໍ​ຊິງ​ຕັນ ທ່ານ Bryan Boughton ​ໄດ້​ຖະ​ແຫຼງ​ໃນ​ຖານະ​ຜູ້ຕາງໜ້າ​ ຂອງ​ອົງການ​ຂ່າວ​ຕ່າງໆ ວ່າ “ສະມາຊິກ​ຂອງ​ພວກ​ນັກ​ຂ່າວໄດ້​ຕັດສິນ​ໃຈ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ໄປ​ຢ້ຽມຢາມ​ໂຮງ​ແຮມ​ຂອງ ທ່ານ Trump ທີ່​ນະຄອນ​ວໍ​ຊິງ​ຕັນ​ໃນ​ມື້ນີ້ ຍ້ອນ​ຄະນະ​ບັນນາທິການ​ຂອງ​ພວກ​ເຮົາ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າຮ່ວມ​ໃນ​ການ ຖ່າຍ​ວີ​ດີ​ໂອ. ພວກ​ນັກ​ຂ່າວ​ໂທລະພາບ ຕາມ​ປົກກະຕິ​ແລ້ວ ຈະ​ບໍ່​ເຂົ້າຮ່ວມ​ໃນ​ການ​ເກັບ​ກຳ​ຂ່າວ​ໃດໆ ທີ່​ພວກ​ນັກ​ຂ່າວ​ຫຼືຜູ້​ກຳກັບ​ຂອງ​ພວກ​ເຮົາ​ບໍ່​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ຮ່ວມ.”

Hillary Clinton on Trump Obama Birther Controversy
please wait

No media source currently available

0:00 0:02:12 0:00

ທ່ານ​ນາງ Hillary Clinton ທີ່​ໂຄສະນາ​ຫາ​ສຽງ​ຢູ່​ວໍ​ຊິງ​ຕັນຄື​ກັນ ​ໃນ​ວັນ​ສຸກ​ວານນີ້ບໍ່​ໄດ້ ​ໃຫ້​ຄວາມ​ສຳຄັນ​ໃດໆ​ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍ​ມຂອງ​ທ່ານ Trump ຕໍ່​ການ​ຕັ້ງຄຳ​ຖາມ​ກ່ຽວ​ກັບ​ບ່ອນ​ເກີດ​ຂອງ​ປະທານາທິບໍດີ​ໂອ​ບາ​ມາ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG