ຜູ້ຖືກສະເໜີຊື່ລົງແຂ່ງເປັນປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ໄດ້ໄປປາກົດຕົວ ຢູ່ທີ່ງານລະດົມທຶນຂອງສ່ວນຕົວ ແລະ ການຊຸມນຸມທີ່ສາທາລະນະ ຢູ່ພາກຕາເວັນອອກສຽງເໜືອ ຂອງສະຫະລັດ ໃນວັນເສົາວານນີ້ ຊຶ່ງເປັນການເດີນທາງ ໄປຢ້ຽມຢາມ ລັດ New Hampshire ເປັນຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ ມີການ ເລືອກຕັ້ງ ທີ່ເປັນຈຸດສຳຄັນຢູ່ແຫ່ງນີ້ ໃນເດືອນກຸມພາຜ່ານມາ ຊຶ່ງ ທ່ານ Trump ໄດ້ຮັບ ໄຊຊະນະໂດຍຂາດລອຍນັ້ນ.
ໜັງສືພິມ Boston Globe ລາຍງານວ່າ ທ່ານ Trump ໄດ້ໄປຮ່ວມງານລະດົມທຶນ ສອງ ແຫ່ງ ໃນວັນເສົາວານນີ້ ໃນລັດ Massachusetts ຢູ່ໃນບໍລິເວນຣີສອດທີ່ຮັ່ງມີ ທີ່ ເກາະ Nantucket ແລະ Cape Cod. ຄາດກັນວ່າ ຜູ້ບໍລິຈາກທັງຫຼາຍ ຈະໃຫ້ທຶນຈຳນວນ 2,700 ໂດລາ ຫຼື ຫຼາຍກວ່ານັ້ນ ເພື່ອຈະໄດ້ໄປຮ່ວມໃນການຊຸມນຸມດັ່ງກ່າວ ຊຶ່ງຢູ່ແຫ່ງ ໜຶ່ງນັ້ນ ແມ່ນຢູ່ເຮືອນຂອງທ່ານ Bill Koch ຜູ້ເປັນອ້າຍຂອງ ທ່ານ Charles ແລະ David Koch ແລະ ເປັນທີ່ໂດ່ງດັງ ແລະ ເປັນຜູ້ທີ່ຮັ່ງມີຫຼາຍ ທີ່ບໍລິຈາກເພື່ອນະໂຍບາຍ ຂອງພັກຣີບລີກັນ.
ຕໍ່ຈາກນັ້ນ ທ່ານ Trump ກໍໄດ້ເດີນທາງໄປ ພາກໃຕ້ຂອງລັດ New Hampshire ເພື່ອ ການຊຸມນຸມຢູ່ໂຮງຮຽນມັດທະຍົມ ໃນຊານເມືອງ Windham ຢູ່ໃກ້ໆກັບຊາຍແດນ ຕິດກັບລັດ Massachusetts ຢູ່ພາກຕາເວັນອອກສຽງເໜືອ ຂອງສະຫະລັດ.
ສ່ວນຜູ້ຖືກສະເໜີຊື່ ຈາກພັກເດໂມແຄຣັດ ທ່ານນາງ Hillary Clinton ບໍ່ໄດ້ມີຫຍັງ ລະບຸໄວ້ ໃນຕາຕະລາງທີ່ເປີດເຜີຍ ຈົນກວ່າຈະຮອດວັນຈັນມື້ອື່ນ ໃນເວລາ ທ່ານນາງ ຈະໄປປາກົດຕົວ ຢູ່ໃນການໂຄສະນາຫາສຽງ ໃນລັດ Florida ແລະ ນະຄອນ New York.
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ