ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກຳລັງຊອກຫາເງິນ ເພື່ອສ້າງກຳແພງ ຊາຍແດນ ຕິດກັບ ເມັກຊິໂກ


Trump Emergency Decision Sets up Political, Legal Battle
please wait

No media source currently available

0:00 0:02:11 0:00

ທ່ານ ທຣຳ ປະກາດພາວະສຸກເສີນແຫ່ງຊາດ

ການໃຊ້ການປະກາດພາວະສຸກເສີນແຫ່ງຊາດ ຂອງປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣຳ ເພື່ອໃຫ້ໄດ້ທຶນ ມາສ້າງກຳແພງຢູ່ເລາະຕາມຊາຍແດນທາງພາກໃຕ້
ຂອງສະຫະລັດ ມີທ່າທາງວ່າ ຈະກໍ່ໃຫ້ເກີດສົງຄາມທາງດ້ານກົດໝາຍອັນຍາວນານ
ເພື່ອຊ່ອຍໃນການຕັດສິນຈຳກັດອຳນາດຂອງປະທານາທິບໍດີສະຫະລັດ. ດັ່ງທີ່ ວິລ
ລຽມກາໂລ ນັກຂ່າວວີໂອເອ ໄດ້ລາຍງານໄປນັ້ນກໍແມ່ນວ່າ ນອກນັ້ນການເຄື່ອນໄຫວ
ດັ່ງກ່າວ ຍັງຈະສ້າງບັນຫາໃຫ້ເກີດມີຄວາມແຕກແຍກພາຍໃນພັກຣິພັບບລິກັນຂອງ
ປະທານາທິບໍດີເອງ ດັ່ງສາລີ ຈະສະເໜີລາຍລະອຽດໃນອັນດັບຕໍ່ໄປ.


ປະທານາທິບໍດີ ດໍໂນລ ທຣຳ ອາດຈະໄດ້ສິ້ນສຸດສົງຄາມດ້ານງົບປະມານຂອງລັດຖະ
ບານກາງລົງໄປແລ້ວ ແຕ່ວ່າທ່ານກໍໄດ້ເປີດປະຕູອອກເພື່ອໃຫ້ໄດ້ມີການໂຕ້ຖຽງກັນ
ກວ້າງກວ່າເກົ່າ ເວລາເພິ່ນປະກາດພາວະສຸກເສີນແຫ່ງຊາດ ເພື່ອສ້າງກຳແພງຊາຍ
ແດນຂອງເພິ່ນ. ທ່ານກ່າວວ່າ“ມັນເປັນເລື້ອງຍິ່ງໃຫຍ່ ທີ່ຈະເຮັດ ເພາະວ່າ ພວກເຮົາ
ໄດ້ມີການຮຸກຮານດ້ານຢາເສບຕິດ ການຮຸກຮານຂອງພວກແກ໋ງ ການຮຸກຮານຂອງ
ຜູ້ຄົນ ຊຶ່ງເປັນການຍອມຮັບບໍ່ໄດ້.”

ບາງຄົນ ຊຶ່ມີລວມທັງສະມາຊິກຂອງພັກຣິພັບບລິກັນຂອງປະທານາທິບໍດີທຣຳເອງ ພາກັນບໍ່ຍອມຮັບເຫດຜົນດັ່ງກ່າວ ໂດຍເວົ້າວ່າ ທ່ານປະທານາທິບໍດີ ໃຊ້ອຳນາດ
ສຸກເສີນຂອງເພິ່ນໃນທາງຜິດ ທັງຍ່າງກາຍສະພາໄປ ຊຶ່ງທ່ານ ທອມ ຣີດ ຜູ້ແທນພັກ
ຣິພັບບລິກັນກ່າວວ່າ “ໂດຍພື້ນຖານແລ້ວ ອັນນີ້ຄວນເປັນບົດບາດຂອງສະພາ ແລະ
ສິ່ງທີ່ຂ້າພະເຈົ້າຢ້ານກົວກໍຄືວ່າ ອັນນີ້ແມ່ນການປົດແອກ ອອກຈາກບ່າຂອງສະພາ ບໍ່ໃຫ້ເຮັດວຽກ.”

ສ່ວນທ່ານນາງ ແນນຊີ ເປໂລຊີ ປະທານສະພາຕໍ່າກໍເວົ້າວ່າ“ນີ້ບໍ່ແມ່ນເຫດການສຸກ
ເສີນສິ່ງທີ່ກຳລັງເກີດຂຶ້ນຢູ່ຊາຍແດນ. ມັນເປັນການທ້າທາຍທາງດ້ານມະນຸດສະທຳ ສຳລັບພວກເຮົາ. ທ່ານປະທານາທິບໍດີກຳລັງພະຍາຍາມຫາທາງຂາຍຮ່າງກົດໝາຍ
ສິນຄ້າໃຫ້ແກ່ປະຊາຊົນອາເມຣິກັນ.”

ພວກປະທານາທິບໍດີຈາກທັງສອງພັກໃຫຍ່ໆຂອງພັກການເມືອງສະຫະລັດ ໄດ້ເພີ້ມ
ທະວີການໃຊ້ອຳນາດບໍລິຫານ ແຕ່ຝ່າຍດຽວເພື່ອນຳໃຊ້ນະໂຍບາຍຂອງພວກເພິ່ນ.

ສ່ວນປະທານາທິບໍດີທຣຳ ປາກົດວ່າ ໄດ້ໃຊ້ອັນທີ່ເຂັ້ມແຂງທີ່ສຸດຂອງອຳນາດສຸກ
ເສີນ ເພື່ອໃຫ້ໄດ້ຜ່ານຜ່າໄປ ນະໂຍບາຍທາງດ້ານການເມືອງທີ່ແບ່ງແຍກກັນຫລາຍ
ທີ່ສຸດ ດັ່ງທີ່ທ່ານ ແອນດຣູ ບອຍລ ຈາກສູນກາງແບຣນນັນສຳລັບຄວາມຍຸຕິທຳກ່າວ
ວ່າ​ “ເພິ່ນໄດ້ເວົ້າຢູ່ສະເໝີມາວ່າ ເພິ່ນຈະໃຊ້ອຳນາດພາວະສຸກເສີນ ເພື່ອປະຕິບັດ
ງານຢູ່ອ້ອມແອ້ມບົດບາດຂອງສະພາ ຊຶ່ງເປັນການກະທຳທີ່ບໍ່ຄ່ອຍຈະມີ ໃນການໃຊ້
ອຳນາດໂດຍປະທານາທບໍດີທັງຫຼາຍ.

ນອກຈາກນັ້ນແລ້ວ ຍັງມີຄວາມເປັນຫ່ວງວ່າ ການຕັດສິນໃຈເລື້ອງນີ້ຂອງປະທານາ
ທິບໍດີ ຈະເປັນການພາໃຫ້ຜູ້ອື່ນກະທຳຕາມ ຊຶ່ງທ່ານ Paul Schiff Berman ສາດ
ສະດາຈານດ້ານກົດໝາຍຂອງມະຫາວິທະຍາໄລ George Washington ກ່າວວ່າ

“ທ່ານຈະເວົ້າວ່າ ເລື້ອງຄວາມຮ້ອນອົບເອົ້າ ຂອງໂລກເປັນພາວະສຸກເສີນແຫ່ງຊາດ
ກໍໄດ້. ທ່ານຈະເວົ້າວ່າ ການຂາດການຮັກສາປິ່ນປົວທີ່ບໍ່ສາມາດຈ່າຍໄດ້ເປັນພາວະ
ສຸກເສີນແຫ່ງຊາດກໍໄດ້. ແລະທັງໝົດນັ້ນ ອັນໃດ ຢ່າງໜ້ອຍກໍອາດມີອັນເປັນໄປໄດ້
ອັນນຶ່ງ ຖ້າຫາກວ່າບໍ່ມີຫຼາຍກວ່າ ສິ່ງທີ່ຈຳເປັນ ສຳລັບການສ້າງກຳແພງຮັກສາຄວາມ
ປອດໄພ.”

ທ່ານ ທຣຳ ອາດຈະມີສິ່ງອື່ນອີກ ທີ່ຈະສ້າງຄວາມເສຍຫາຍທາງດ້ານກົດໝາຍໃນວັນ
ສຸກຜ່ານມານີ້ ເວລາເພິ່ນເອງປາກົດວ່າ ໄດ້ສະເໜີແນະວ່າ ສະຖານະການດ້ານຊາຍ
ແດນ ບໍ່ເປັນວິກິດການອັນຮີບຮ້ອນ ໂດຍເວົ້າວ່າ“ຂ້າພະເຈົ້າອາດຈະສ້າງກຳແພງໄປ
ໃນໄລຍະຍາວກໍໄດ້. ຂ້າພະເຈົ້າບໍ່ຈຳເປັນຕ້ອງເຮັດແນວນັ້ນ ແຕ່ຂ້າພະເຈົ້າຢາກເຮັດ
ໃຫ້ມັນໄປໄວກວ່ານັ້ນ.”

ເບິ່ງຊົງຄືມີທ່າທາງວ່າ ສະພາຈະພະຍາຍາມຕ່າວປີ້ນສະພາບການສຸກເສີນແຫ່ງຊາດ
ຂອງປະທານາທິບໍດີ. ແຕ່ໃນເວລານີ້ ມັນບໍ່ມີຄະແນນສຽງພໍ ທີ່ຈະຕ່າວປີ້ນອຳນາດວີ
ໂຕ້ໄດ້ເທື່ອ.

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

XS
SM
MD
LG