ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ທຣຳ ຫັນມາໃສ່ໜ້າກາກ ແຕ່ປະຕິເສດ ທີ່ຈະໃຫ້ເປັນຂໍ້ບັງຄັບທົ່ວປະເທດ


ປະທານາທິບໍດີ ດໍໂນລ ທຣຳ ໃສ່ໜ້າກາກ ໃນຂະນະຍ່າງລົງມາ ຈາກສູນການແພດແຫ່ງຊາດຂອງທະຫານ Walter Reed ໃນເມືອງ ເບີແຕສດາ ລັດແມຣີແລນ, ເມື່ອວັນເສົາ ທີ 11 ກໍລະກົດ 2020. (AP Photo/Patrick Semansky)
ປະທານາທິບໍດີ ດໍໂນລ ທຣຳ ໃສ່ໜ້າກາກ ໃນຂະນະຍ່າງລົງມາ ຈາກສູນການແພດແຫ່ງຊາດຂອງທະຫານ Walter Reed ໃນເມືອງ ເບີແຕສດາ ລັດແມຣີແລນ, ເມື່ອວັນເສົາ ທີ 11 ກໍລະກົດ 2020. (AP Photo/Patrick Semansky)

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ ທ່ານສະໜັບສະໜຸນໃຫ້ຊາວອາເມຣິກັນທັງຫຼາຍໃສ່ໜ້າກາກ ເພື່ອຊ່ອຍຫລຸດຜ່ອນການລະບາດຂອງໄວຣັສໂຄໂຣນາທີ່ເພີ້ມສູງຂຶ້ນນັ້ນ ແຕ່ທ່ານກ່າວວ່າ ທ່ານຈະບໍ່ວາງຂໍ້ບັງຄັບໃຫ້ໃສ່ໃນທົ່ວປະເທດ.

“ຂ້າພະເຈົ້າເຊື່ອຖືໃນໜ້າກາກ” ທ່ານທຣໍາ ໄດ້ກ່າວໄປໃນການໃຫ້ສໍາພາດຢູ່ທີ່ທຳນຽບຂ່າວ ທີ່ໄດ້ຖືກຖ່າຍທອດອອກອາກາດຄັ້ງທຳອິດ ໃນລາຍການໂທລະ ພາບ “Fox News Sunday”. ທ່ານໄດ້ກ່າວອີກວ່າ “ຂ້າພະເຈົ້າຄຶດວ່າ ໜ້າກາກທັງຫຼາຍແມ່ນດີ.”

ແຕ່ທ່ານທຣຳຜູ້ທີ່ໄດ້ໃສ່ໜ້າກາກໃນສາທາລະນະຄັ້ງທຳອິດເທື່ອດຽວເມື່ອອາທິດ ແລ້ວນີ້ ໄດ້ກ່າວຕໍ່ນັກຂ່າວ ທ່ານຄຣິສ ວອລເລັສ ໃນການສຳພາດທີ່ໄດ້ດຳເນີນໄປເມື່ອວັນສຸກຜ່ານມາ ວ່າ “ຂ້າພະເຈົ້າເຫັນດີກັບຄຳຖະແຫລງທີ່ວ່າ ຖ້າໝົດທຸກຄົນໃສ່ໜ້າກາກ ທຸກສິ່ງທຸກຢ່າງກໍຈະຫາຍໄປ.”

ແມ່ນກະທັງທີ່ວ່າ ຜູ້ປົກຄອງລັດຫຼາຍຄົນ ໃນ 50 ລັດ ແລະບັນດາເຈົ້າຄອງນະ ຄອນ ໄດ້ວາງມາດຕະການບັງຄັບໃຫ້ໃສ່ໜ້າກາກ ທ່າມກາງຈຳນວນກໍລະນີຕິດໄວຣັສໂຄໂຣນາທີ່ເພີ້ມສູງຂຶ້ນຢ່າງວ່ອງໄວຢູ່ນັ້ນ ທ່ານທຣຳ ກໍໄດ້ກ່າວວ່າ ທ່ານເຊື່ອວ່າ ການໃສ່ໜ້າກາກນັ້ນ ຄວນເປັນຄວາມສະໝັກໃຈ.

ທ່ານທຣຳ ຍັງໄດ້ກ່າວໃນການໃຫ້ສຳພາດຄັ້ງທຳອິດໃນລາຍການສົນທະນາວັນອາທິດໃນຫຼາຍກວ່າໜຶ່ງປີຜ່ານມາວ່າ “ຂ້າພະເຈົ້າຢາກໃຫ້ປະຊາຊົນມີເສລີພາບ ສະເພາະອັນນຶ່ງ ແລະຂ້າພະເຈົ້າເຊື່ອໝັ້ນໃນ” ການຈຳເປັນເຮັດໃຫ້ເປັນກົດໝາຍ.

ທ່ານປະທານາທິບໍດີ ໄດ້ໃຫ້ຂໍ້ສັງເກດວ່າ ທ່ານໝໍແອນໂທນີ ຟາວຈີ ຫົວໜ້ານັກຊ່ຽວຊານດ້ານພະຍາດຕິດແປດຂອງປະເທດ ແລະຫົວໜ້າພະແນກສາທາລະນະສຸກຂອງສະຫະລັດ ທ່ານເຈີໂຣມ ອາດຳ ທັງສອງໄດ້ແນະນຳບໍ່ໃຫ້ໃສ່ໜ້າກາກ ຫຼາຍວັນໃນຄັ້ງທຳອິດຕອນມີການແຜ່ລະບາດຂອງໄວຣັສຢູ່ໃນສະຫະລັດເມື່ອຕົ້ນປີນີ້. ນັບຕັ້ງແຕ່ນັ້ນມາດົນແລ້ວ ທັງສອງທ່ານ ກໍໄດ້ປ່ຽນຄວາມຄຶດຂອງພວກເພິ່ນ ແລະໄດ້ຮຽກຮ້ອງຊ້ຳແລ້ວຊ້ຳອີກໃຫ້ປົກປິດປາກປິດດັງ.

ທ່ານທຣຳ ໄດ້ກ່າວວ່າ “ເຮ້ ທ່ານໝໍຟາວຈີ ໄດ້ເວົ້າວ່າວ ບໍ່ໃສ່ໜ້າກາກ”. ທ່ານກ່າວຕໍ່ໄປວ່າ “ຫົວໜ້າພະແນກສາທາລະນະສຸກສະຫະລັດ ຂອງພວກເຮົາ -ເປັນຜູ້ທີ່ດີເລີດ-ໄດ້ກ່າວວ່າ ບໍ່ໃສ່ໜ້າກາກ. ໝົດທຸກຄົນ ຜູ້ທີ່ກ່າວວ່າ ບໍ່ໃສ່ໜ້າກາກ- ໝົດທຸກຄົນ ໃນທັນທີທັນໃດ ບອກໃຫ້ໝົດທຸກຄົນຕ້ອງໃສ່ໜ້າກາກ ແລະໃນຂະນະທີ່ເຈົ້າຮູ້ດີວ່າ ພວກໜ້າກາກນັ້ນ ເຮັດໃຫ້ເກີດບັນຫາຕ່າງໆ ນຳດ້ວຍ.”

ມີຫຼາຍກວ່າ 70,000 ກໍລະນີິຕິດເຊື້ອໄວຣັສໂຄໂຣນາໃໝ່ ທີ່ໄດ້ຖືກບັນທຶກໃນແຕ່ລະວັນ ເມື່ອສອງສາມມື້່ຜ່ານມາຢູ່ໃນສະຫະລັດ. ໂດຍລວມແລ້ວ ມີຊາວອາເມຣິກັນ ຫຼາຍກວ່າ 140,000 ຄົນໄດ້ເສຍຊີວິດຍ້ອນໄວຣັສ COVID-19 ພ້ອມກັນນັ້ນ ມີຫຼາຍກວ່າ 3,700,000ຄົນທີ່ຕິດເຊື້ອໄວຣັສໂຄໂຣນາ. ທັງສອງຕົວເລກດັ່ງກ່າວ ແມ່ນສູງເກີນກວ່າປະເທດອື່ນໆໃດ.

“ພວກເຮົາມີເຊື້ອໄຟ ມີໄຟ” ທ່ານທຣໍາ ໄດ້ກ່າວໄປກ່ຽວກັບກໍລະນີຕິດເຊື້ອທັງ ຫຼາຍທີ່ສູງຂຶ້ນນັ້ນ ໃນຂະນະດຽວກັນກ່າວອ້າງວ່າ “ມັນຈະຖືກຄວບຄຸມໄດ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG