ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ພັກຣີພັບບລິກັນ ເປັນຫ່ວງນໍາ ຄະແນນຕໍ່າ ທີ່ ປ. ທຣໍາ ໄດ້ຮັບ ໃນການຢັ່ງຫາງສຽງ ມໍ່ໆນີ້


Trump's Low Polls Concern Republicans for November
please wait

No media source currently available

0:00 0:02:43 0:00

ໃນຂະນະທີ່ການເລືອກຕັ້ງກາງສະໄໝເອົາສະມາຊິກລັດຖະສະພາ ໃນເດືອນພະຈິກ
ຍັບໃກ້ເຂົ້າມາ, ສະມາຊິກພັກຣີພັບບລິກັນ ພາກັນສິ້ງຊອມເບິ່ງຄະແນນສະໜັບສະ
ໜຸນ ການບໍລິຫານງານຂອງປະທານາທິບໍດີ ດໍໂນລ ທຣໍາ ຢ່າງໃກ້ ຊິດ ຊຶ່ງໃນປັດຈຸ
ບັນນີ້ ຢູ່ໃນລະດັບປະມານ 42 ເປີເຊັນ.

ທ່ານ ທຣໍາ ໄດ້ຮັບຄວາມນິຍົມຢູ່ໃນລະດັບຕໍ່າປະມານ 40 ເປີເຊັນກວ່າໆ ຢູ່ໃນການ
ສໍາຫລວດ ຢັ່ງຫາງສຽງໃໝ່ສອງຄັ້ງ. ການຢັ່ງຫາງສຽງ ຂອງອົງການກາລລັບ
(Gallup) ປະຈໍາອາທິດເຫັນວ່າ 42 ເປີເຊັນຂອງປະຊາຊົນເຫັນດີຕໍ່ການປະຕິບັດງານ
ຂອງທ່ານ ໃນຂະນະທີ່ 52 ເປີເຊັນບໍ່ເຫັນດີນໍາ.

ຜູ້ຍິງຄົນນຶ່ງ ພາລູກໄປຊອກຊື້ເຄື່ອງໃນຮ້ານ Walmart ໃນເມືອງ Rogers ລັດອາຄານຊໍ
ຜູ້ຍິງຄົນນຶ່ງ ພາລູກໄປຊອກຊື້ເຄື່ອງໃນຮ້ານ Walmart ໃນເມືອງ Rogers ລັດອາຄານຊໍ

ການສໍາຫລວດຄັ້ງໃໝ່ຂອງມະຫາວິທະຍາໄລມອນເມົາດ໌ (Monmouth) ເຫັນວ່າ ທ່ານ
ທຣໍາ ໄດ້ຮັບຄະແນນນິຍົມຢູ່ 43 ເປີເຊັນແລະມີຄົນບໍ່ເຫັນດີກັບທ່ານ 50 ເປີເຊັນ ຊຶ່ງ
ມະຫາວິທະຍາໄລດັ່ງກ່າວເວົ້າວ່າ ຜົນການສໍາຫລວດຄະແນນສຽງນີ້ ແມ່ນກົງກັນກັບ
ຄະແນນສຽງ ທີ່ທ່ານໄດ້ຮັບມາຕະຫລອດ ນັບແຕ່ເດືອນ ມັງກອນທີ່ຜ່ານມາ. ແຕ່ຢ່າງ
ໃດກໍຕາມການຢັ່ງຫາງສຽງ 3 ຄັ້ງ ເມື່ອມໍ່ໆມານີ້ ສະແດງໃຫ້ເຫັນວ່າ ຄະແນນທີ່ຄົນເຫັນ
ດີຕໍ່ການປະຕິບັດງານຂອງທ່ານ ແມ່ນຕໍ່າກວ່າ 40 ເປີເຊັນ ຊຶ່ງອາດເປັນການເຕືອນໃຫ້
ສະມາຊິກພັກຣີພັບບລິກັນ ລະມັດລະວັງ ໃນຂະນະທີ່ພວກເພິ່ນ ກໍາລັງກຽມຕົວໃສ່
ການເລືອກຕັ້ງກາງສະໄໝ ທີ່ຈະມາເຖິງນີ້. ໃນການຢັ່ງຫາງສຽງຂອງ Gallup ໃນອາທິດ
ແລ້ວນີ້ ຄະແນນຂອງທ່ານປະທານາ ທິບໍດີຫລຸດລົງໄປຫາ 39 ເປີເຊັນ. ການຢັ່ງຫາງ
ສຽງຂອງມະຫາວິທະຍາໄລ ຄວີນນີພຽກ (Quinnipiac) ໃນເດືອນກໍລະກົດຜ່ານມາ
ແມ່ນພົບວ່າທ່ານທຣໍາ ໄດ້ຮັບຄະແນນເຫັນດີນໍາຢູ່ 38 ເປີເຊັນ ໃນຂະນະທີ່ການຢັ່ງຫາງ
ສຽງຂອງ NPR/PBS Newshour/Marist ສະແດງໃຫ້ເຫັນວ່າ ທ່ານປະທານາທິບໍດີ
ໄດ້ຄະແນນນິຍົມຢູ່ 39 ເປີເຊັນ.

ຜູ້ລົງສະໝັກເປັນ ປະທານາທິບໍດີ, ທ່ານ ດໍໂນລ ທຣໍາ ແລະນາງ ໂອມາໂຣຊາ ເມນິກເກົາທ໌ ພາກັນໄປຮ່ວມ ການສວດມົນ ຢູ່ເມືອງດີທຣອຍ, ລັດມິຊິແກນ ໃນວັນທີ 3 ພະຈິກ 2016
ຜູ້ລົງສະໝັກເປັນ ປະທານາທິບໍດີ, ທ່ານ ດໍໂນລ ທຣໍາ ແລະນາງ ໂອມາໂຣຊາ ເມນິກເກົາທ໌ ພາກັນໄປຮ່ວມ ການສວດມົນ ຢູ່ເມືອງດີທຣອຍ, ລັດມິຊິແກນ ໃນວັນທີ 3 ພະຈິກ 2016

ອີງຕາມປະຫວັດສາດແລ້ວ, ພັກຂອງປະທານາທິບໍດີ ແມ່ນເສຍບ່ອນນັ່ງໃນລັດຖະ
ສະພາໄປ ໃນການເລືອກຕັ້ງກາງສະໄໝ ເມື່ອຄະແນນເຫັນດີຕໍ່ການປະຕິບັດງານຂອງ
ປະທານາທິບໍດີຕໍ່າກວ່າ 50 ເປີເຊັນ. ປະທານາທິບໍດີ ບີລ ຄລິນຕັນ ແລະ ປະທານາທິບໍ
ດີ ໂອບາມາ ໄດ້ເສຍບ່ອນນັ່ງໃນສະພາຕໍ່າໄປຫລາຍກວ່າ 50 ບ່ອນຢູ່ໃນການເລືອກຕັ້ງ
ກາງສະໄໝຂອງພວກເພິ່ນ ແລະຄະແນນເຫັນດີຕໍ່ ການປະຕິບັດງານຂອງພວກເພິ່ນ
ຕອນນັ້ນແມ່ນສູງກວ່າຂອງທ່ານທຣໍາທີ່ໄດ້ຢູ່ໃນຂະນະນີ້ ໜ້ອຍນຶ່ງ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG