ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການສືບສວນ ການກໍ່ຈະລາຈົນ ໃນວັນທີ 6 ມັງກອນ ເພັ່ງເລັງໃສ່ ການກ່າວອ້າງ ມີການສໍ່ໂກງໃນການເລືອກຕັ້ງ ຂອງທ່ານທຣຳ


ສະມາຊິກສະພາຕ່ຳ ພັກຣີພັບບລີກັນ ຈາກລັດອີລລີນອຍສ໌ ທ. ອາດຳ ຄິນຊິງເກີ, ທ. ເຈມມີ ແຣສກິນ ພັກເດໂມແຄຣັດ ຈາກລັດແມຣີແລນ ແລະ ທ.ນ. ອີເລນ ລູເຣຍ ພັກເດໂມແຄຣັດ ຈາກລັດເວີຈີເນຍ ຟັງໃນລະຫວ່າງການພິຈາລະນາຄຳໃຫ້ການຕໍ່ສາທາລະນະຄັ້ງທຳອິດ ໃນການສືືບສວນ. ຄະນະກຳມະການຈະຈັດຄັ້ງທີສອງ ໃນວັນທີ 13 ມິຖຸນາ 2022 ນີ້.
ສະມາຊິກສະພາຕ່ຳ ພັກຣີພັບບລີກັນ ຈາກລັດອີລລີນອຍສ໌ ທ. ອາດຳ ຄິນຊິງເກີ, ທ. ເຈມມີ ແຣສກິນ ພັກເດໂມແຄຣັດ ຈາກລັດແມຣີແລນ ແລະ ທ.ນ. ອີເລນ ລູເຣຍ ພັກເດໂມແຄຣັດ ຈາກລັດເວີຈີເນຍ ຟັງໃນລະຫວ່າງການພິຈາລະນາຄຳໃຫ້ການຕໍ່ສາທາລະນະຄັ້ງທຳອິດ ໃນການສືືບສວນ. ຄະນະກຳມະການຈະຈັດຄັ້ງທີສອງ ໃນວັນທີ 13 ມິຖຸນາ 2022 ນີ້.

ຄະນະກຳມະການສືບສວນການກໍ່ຈະລາຈົນໃນວັນທີ 6 ມັງກອນ ຢູ່ທີ່ຫໍລັດຖະສະພາສະຫະລັດ ເມື່ອປີກາຍນີ້ ຈະຈັດການໃຫ້ການຕໍ່ສາທາລະນະຄັ້ງທີສອງ ໃນວັນຈັນມື້ນີ້ ໂດຍມີຜູ້ຈັດການໆໂຄສະນາຫາສຽງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ແມ່ນລວມຢູ່ກັບຄົນອື່ນໆທີ່ຈະໃຫ້ປາກຄຳໃນກອງປະຊຸມທີ່ເພັ່ງເລັງໃສ່ເລື້ອງຂໍ້ກ່າວຫາຂອງທ່ານທຣຳ ໃນການສໍ້ໂກງການເລືອກຕັ້ງທີ່ບໍ່ມີມູນຄວາມຈິງ.

ບັນດາສະມາຊິກຂອງຄະນະກຳມະການດັ່ງກ່າວ ໄດ້ກ່າວໃນວັນອາທິດວານນີ້ ວ່າ ມີຫຼັກຖານຫຼາຍຢ່າງອີກທີ່ຈະຖືກນຳອອກມາໃນການໃຫ້ການທີ່ຈະມາເຖິງນີ້ ທີ່ວ່າ ທ່ານທຣຳ ຮູ້ດີທີ່ທ່ານໄດ້ຜ່າຍແພ້ໃນການລົງແຂ່ງຂັນເລືອກຕັ້ງເອົາຕຳແໜ່ງຄືນ ແລະ ໄດ້ປຸກລະດົມຄວາມວຸ້ນວາຍໂດຍການບອກພວກສະໜັບສະໜຸນທ່ານວ່າ ທ່ານຖືກສໍ້ໂກງຈາກການເປັນປະທານາທິບໍດີອີກສະໄໝນຶ່ງໄລຍະສີ່ປີ.

ທ່ານທຣຳ “ຮູ້ດີວ່າທ່ານໄດ້ຜ່າຍແພ້ຢ່າງແນ່ນອນ” ສະມາຊິກສະພາຕ່ຳທ່ານເຈມມີ ແຣສກິນ ສັງກັດພັກເດໂມແຄຣັດ ຈາກລັດແມຣີແລນ ກ່າວຕໍ່ໂທລະພາບ CNN ໃນລາຍການ “State of the Union”. ທ່ານກ່າວອີກວ່າ “ຄົນຜູ້ທີ່ມີເຫດມີຜົນໃດໆກໍຕ້ອງຮູ້ດີວ່າ ທ່ານໄດ້ເຜີຍແຜ່ເລື້ອງຕົວະຕົ້ມໃຫຍ່” ດ້ວຍການກ່າວອ້າງເອົາ ດັ່ງທີ່ທ່ານໄດ້ເຮັດມາຈົນເຖິງມື້ນີ້ທີ່ວ່າ ທ່ານໄດ້ຊະນະ ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໃນການເລືອກຕັ້ງເມື່ອເດືອນພະຈິກ 2020 ຜູ້ທີ່ໄດ້ເຂົ້າດຳລົງຕຳແໜ່ງປະທານາທິບໍດີ ສອງອາທິດຫຼັງຈາກທີ່ມີການໂຈມຕີຫໍລັດຖະສະພານັ້ນ.

ທ່ານແຣສກິນ ໄດ້ບັນຍາຍເຖິງການກະທຳຂອງທ່ານທຣຳ ດັ່ງກັບວ່າ ເປັນການຊຸກຍູ້ສະໜັບສະໜຸນໃຫ້ “ໂຈມຕີຕໍ່ປະຊາທິປະໄຕຂອງພວກເຮົາ” ໃນຂະນະດຽວກັນ ສະມາຊິກສະພາຕ່ຳສັງກັດພັກເດໂມແຄຣັດ ຈາກລັດຄາລີຟໍເນຍ ທ່ານອາດຳ ຊີຟ (Adam Schiff) ໃນການໃຫ້ສຳພາດຕ່າງຫາກຕໍ່ໂທລະພາບ ABC ໃນລາຍການ “This Week” ກໍໄດ້ກ່າວວ່າ “ໃນຂະນະທີ່ການໂຈມຕີນີ້ກຳລັງດຳເນີນໄປຢູ່ນັ້ນ ທ່ານບໍ່ເຮັດຫຍັງເລີຍທີ່ຈະຢຸດຢັ້ງມັນ” ຈົນກວ່າວ່າ ໄດ້ກາຍໄປຫຼາຍຊົ່ວໂມງຫຼັງຈາກທີ່ມັນໄດ້ເລີ້ມຂຶ້ນ.

ທ່ານຊີຟ ໄດ້ໂຕ້ແຍ້ງວ່າ ທ່ານທຣຳ ໄດ້ມີສ່ວນຮ່ວມໃນ “ການລະເລີຍຕໍ່ໜ້າທີ່ ໂດຍການບໍ່ເຮັດຫຍັງໃນມື້ນັ້ນ” ໃນການບໍ່ພະຍາຍາມທີ່ຈະຮຽກຮ້ອງໃຫ້ຢຸດເຊົາການຈະລາຈົນເປັນເວລາດົນກວ່າສອງຊົ່ວໂມງ ຂະນະທີ່ພວກສະໜັບສະໜຸນຂອງທ່ານ ອາລະວາດທຳລາຍຫໍລັດຖະສະພາ, ບຸກຄົ້ນຫ້ອງການຂອງພວກເຈົ້າໜ້າທີ່ສະມາຊິກສະພາ ແລະກົດດັນໃຫ້ບັນດາສະມາຊິກສະພາ ພາກັນຫລົບໜີອອກໄປຈາກຫໍສະພາສູງແລະຕ່ຳ ເພື່ອຄວາມປອດໄພຂອງພວກເຂົາເຈົ້າເອງ.

ທ່ານແຣສກິນ ແລະທ່ານຊີຟ ໄດກ່າວວ່າ ປະທານຂອງຄະນະກຳມະການດັ່ງກ່າວ ສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ທ່ານເບັນນີ ທອມສັນ ແລະຮອງປະທານຄະນະກຳມະການ ສັງກັດພັກຣີພັບບລີກັນ ທ່ານນາງລີສ ເຊນນີ ພຽງແຕ່ໃຫ້ລາຍລະອຽດແບບກວ້າງຂວາງຂອງການພົບເຫັນໃນການສອບສວນຂອງຄະນະກຳມະການສະພາຕ່ຳ ຢູ່ໃນກ່າວການເປີດກອງປະຊຸມພິຈາລະນາຮັບຟັງ ເມື່ອອາທິດແລ້ວນີ້ ທີ່ໄດ້ຖືກຖ່າຍທອດຜ່ານທາງໂທລະພາບ ໃນລະຫວ່າງເວລາຕອນແລງ ຊຶ່ງເປັນຊ່ວງເວລາທີ່ຜູ້ຄົນຊົມໂທລະພາບຫຼາຍທີ່ສຸດ.

ການໃຫ້ການຕໍ່ສາທາລະນະຢ່າງໜ້ອຍອີກຫົກຄັ້ງ ແມ່ນໄດ້ຖືກວາງແຜນຈັດຂຶ້ນສຳລັບອາທິດຂ້າງໜ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG