ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ຈະລົງຄະແນນສຽງ ຮັບຮອງເອົາ ລມຕ ກະຊວງສຶກສາ ທີ່ ປ. ທຣຳ ສະເໜີຊື່


ຜູ້ຖືກສະເໜີຊື່ ໃຫ້ເປັນລັດຖະມົນຕີ ກຊ ສຶກສາ ທ່ານນາງ Betsy DeVos ໃຫ້ການໃນລັດຖະສະພາ ຫຼື Capitol Hill ທີ່ວໍຊິງຕັນ, ວັນທີ 17 ມັງກອນ 2017.
ຜູ້ຖືກສະເໜີຊື່ ໃຫ້ເປັນລັດຖະມົນຕີ ກຊ ສຶກສາ ທ່ານນາງ Betsy DeVos ໃຫ້ການໃນລັດຖະສະພາ ຫຼື Capitol Hill ທີ່ວໍຊິງຕັນ, ວັນທີ 17 ມັງກອນ 2017.

ສະພາສູງ ສະຫະລັດ ອາດຈະລົງຄະແນນສຽງໃນວັນຈັນມື້ນີ້ ເພື່ອຮັບຮອງເອົາ ຄົນທີ່
ປະທານາທິບໍດີ​ Donald Trump ເລືອກເອົາມາເປັນ ລັດຖະມົນຕີ ກະຊວງ ສຶກສາ
ສະຫະລັດ ທ່ານນາງ Betsy Devos ທີ່ການຕັດສີນໃຈຍັງບໍ່ໄປບໍ່ມາ ໂດຍລໍຖ້າ
ການຕັດສີນ ຊີ້ຂາດຂອງທ່ານ Mike Pence ຮອງປະທານາທິບໍດີ ສະຫະລັດ.

ໃນວັນສຸກຜ່ານມາ ທ່ານນາງ Devos ໄດ້ຜ່ານພ່າອຸບປະສັກອັນໃຫຽ່ຫຼວງ ເວລາ
ສະພາສູງລົງຄະແນນສຽງໄດ້ 52 ຕໍ່ 48 ເພື່ອຕັດການອະພິປາຍກັນ ໃນການສະເໜີ
ຊື່ ຂອງທ່ານນາງ ທີ່ໄດ້ຕົກມາເຖິງຂັ້ນລົງຄະແນນສຽງ ບັ້ນສຸດທ້າຍ.

ທ່ານນາງ ດີວັອສ ມະຫາເສດຖີພັນລ້ານ ເປັນຜູ້ບໍຣິຈາກເງິນ ສັງກັດພັກ ຣິພັບບຼິກັນ
ໄດ້ປະເຊີນໜ້າກັບການຂັດຄ້ານຢ່າງແຂງແຮງ ສຳລັບຕຳແໜ່ງ ໃນຄະນະຣັດຖະບານ
ຊຶ່ງຕາມປົກກະຕິແລ້ວຈະບໍ່ມີກາຖົກຖຽງກັນຫຼາຍ ໃນສະພາ ຫຼື ແມ່ນປະຊາຊົນ ກໍບໍ່
ຮູ້ເມື່ອເລີຍຊໍ້າ. ສຳລັບເທື່ອນີ້ ສະມາຊິກສະພາສູງ ສັງກັດພັກ ຣິພັບບຼິກັນສອງທ່ານ
ຄືທ່ານນາງ Susan Collins ຈາກລັດ Maine ກັບທ່ານນາງ Lisa Murkoski ຈາກ
ລັດ Alaska ເວົ້າວ່າ ພວກເພິ່ນຈະລົງຄະແນນສຽງຄັດຄ້ານ ແລະນອກນັ້ນ ພວກ ຣິພັບບຼິກັນຄົນອື່ນໆ ກໍພາກັນ ໂທຣະຊັບ ແລະ ຂຽນຈົດໝາຍ ມາຄັດຄ້ານ ຈາກ
ພວກພໍ່ແມ່ ແລະນາຍຄູທົ່ວປະເທດ.

ຖ້າພວກສະມາຊິກ ສະພາສູງ ສັງກັດພັກເດໂມແຄຣັດ ລົງຄະແນນສຽງຄັດຄ້ານ ແລະ
ບໍ່ມີພັກຣິພັບບຼິກັນ ຜູ້ໃດຄັດຄ້ານແລ້ວ ຮອງປະທານາທິບໍດີ Mike Pence ກໍຈະຕ້ອງ
ໄດ້ເປັນຜູ້ຕັດສີນຊີ້ຂາດ ທັບມ້າງຄະແນນສຽງ 50 – 50 ທີ່ສະເໝີກັນນັ້ນ ເພື່ອຈະໃຫ້
ທ່ານນາງໄດ້ຖືກຮັບຮອງເອົາ.ເທ່ົ່າທີ່ຜ່ານມາ ຜູ້ທີ່ຖືກສະເໜີຊື່ ມີແຕ່ພຽງ 9 ຄົນ ໃນ
ປະຫວັດສາດທີ່ີບໍ່ຜ່ານການຢືນຢັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG