ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານທຣໍາ ຍອມຮັບວ່າ ຕົນບໍ່ມີຄວາມຜິດ ຕໍ່ຂໍ້ກ່າວຫາ ໃນການເລືອກຕັ້ງ ປີ 2020


ນັກແຕ້ມ ສະແດງໃຫ້ເຫັນ ອະດີດປະທານາທິບໍດີດໍໂນລ ທຣໍາ (ຂວາ) ກຳລັງຟັງກັບທະນາຍຄວາມປ້ອງກັນ ທ່ານທອດ ແບນຈ໌ (ກາງ) ລະຫວ່າງການປາກົດໂຕຢູ່ສານ ໃນນະຄອນຫລວງວໍຊິງຕັນ ວັນທີ 3 ສິງຫາ 2023
ນັກແຕ້ມ ສະແດງໃຫ້ເຫັນ ອະດີດປະທານາທິບໍດີດໍໂນລ ທຣໍາ (ຂວາ) ກຳລັງຟັງກັບທະນາຍຄວາມປ້ອງກັນ ທ່ານທອດ ແບນຈ໌ (ກາງ) ລະຫວ່າງການປາກົດໂຕຢູ່ສານ ໃນນະຄອນຫລວງວໍຊິງຕັນ ວັນທີ 3 ສິງຫາ 2023

ອະດີດປະທານາທິບໍດີ ດໍໂນລ ທຣໍາ ບໍ່ຮັບວ່າ ຕົນມີຄວາມຜິດ ໃນວັນພະຫັດວານນີ້ ຢູ່ນະຄອນຫຼວງ ວໍຊິງຕັນ ຕໍ່ຂໍ້ຫາສີ່ກະທົງຂອງລັດຖະບານກາງ ທີ່ວ່າ ທ່ານໄດ້ພະຍາຍາມຕ່າວປີ້ນການຜ່າຍແພ້ ໃນການເລືອກຕັ້ງຄືນອີກ ປີ 2020 ຢ່າງຜິດກົດໝາຍ ເພື່ອທີ່ຈະກຳອຳນາດຢູ່ຕໍ່ໄປອີກສີ່ປີ ໃນທຳນຽບຂາວ.

ທ່ານທຣໍາ ຜູ້ທີ່ໄດ້ປະຕິເສດຕໍ່ການກະທຳຜິດໃດໆທັງໝົດ ຢູ່ໃນການກ່າວຫາທີ່ມີຫຼາຍປະເພດ ຊຶ່ງທ່ານກຳລັງປະເຊີນໜ້າຢູ່ນັ້ນ ໃນການເດີນທາງໄປກ່າວຍ້ອມຮັບຕໍ່ຂໍ້ກ່າວຫາ ຢູ່ນະຄອນຫລວງສະຫະລັດ ທີ່ບໍ່ຄ່ອຍມີມາກ່ອນ ພາຍຫລັງຈາກ 2 ປີເຄິ່ງ ທີ່ພວກຜູ້ປ່ອນບັດເລືອກຕັ້ງ ໄດ້ປົດທ່ານອອກຈາກຕຳແໜ່ງ ລຸນຫລັງທີ່ໄດ້ດຳລົງຕຳແໜ່ງ ມາໄດ້ນຶ່ງສະໄໝ.

ທ່າມກາງການຮັກສາຄວາມປອດໄພຢ່າງໜາແໜ້ນຢູ່ສານຂອງສະຫະລັດ ທ່ານໄດ້ນັ່ງຢູ່ ຕະຫລອດໄລຍະຂອງການຮັບຟັງຂໍ້ກ່າວຫາ, ຕອບຄຳຖາມຕ່າງໆຕາມປົກກະຕິຈາກຜູ້ພິພາກສາ ສະຫະລັດ ທ່ານນາງໂມຊີລາ ອູປາດຢາຢາ, ຊຶ່ງທ່ານບອກຊື່ເຕັມຂອງທ່ານ ດໍໂນລ ຈອນ ທຣໍາ, ອາຍຸຂອງທ່ານ 77 ແລະໄດ້ຍອມຮັບວ່າ ທ່ານບໍ່ໄດ້ຢູ່ພາຍໃຕ້ອິດທິພົນຂອງຢາເສບຕິດໃດໆ.

ທ່ານນາງອູປາດຢາຢາ ກໍອ່ານຂໍ້ກ່າວຫາຕໍ່ທ່ານທຣໍາ ທີ່ກ່າວຫາທ່ານ ໃນການສົມຮູ້ຮ່ວມຄິດຕໍ່ຕ້ານສະຫະລັດ ເພື່ອທີ່ຈະໂຄ່ນລົ້ມ ການຜ່າຍແພ້ສູນເສຍການເລືອກຕັ້ງໃຫ້ແກ່ ທ່ານໂຈ ໄບເດັນ ສັງກັດພັກເດໂມແຄຣັດ ຊຶ່ງໃນປັດຈຸບັນນີ້ເປັນປະທານາທິບໍດີສະຫະລັດ ແລະໄດ້ແຈ້ງລາຍລະອຽດຂອງກຳນົດໂທດຕິດຄຸກ ອັນຍາວນານ ທີ່ທ່ານຈະປະເຊີນໜ້າ ຖ້າຫາກທ່ານໄດ້ຖືກພົບເຫັນວ່າ ມີຄວາມຜິດ.

ໃນເວລານັ້ນ ທ່ານທຣໍາ ນຸ່ງຊຸດ ສີຟ້າແກ່ແລະກາລະວັດສີແດງ ຕາມທຳມະດາ ຂອງທ່ານ ກໍໄດ້ກ່າວຍອມຮັບ ຕໍ່ຜູ້ພິພາກສາວ່າ ທ່ານບໍ່ມີຄວາມຜິດຕໍ່ສຳນວນຄຳຟ້ອງ 45 ໜ້າ ທີ່ໄດ້ຖືກລົງຄວາມເຫັນໂດຍຄະນະຕຸລາການໃຫຍ່ຂອງລັດຖະບານກາງ ໃນວັນອັງຄານ ກ່າວຫາຈົນຮອດວັນພະຫັດ ໂດຍຄະນະຕຸລາການລັດຖະບານກາງ ພາຍໃຕ້ການຊີ້ນຳຂອງໄອຍະການພິເສດຂອງກະຊວງຍຸຕິທຳ ທ່ານແຈັກ ສະມິດ.

ທ່ານສະມິດ ກໍໄດ້ຢູ່ໃນຫ້ອງສານ ນັ່ງຢູ່ບໍ່ໄກຈາກທ່ານທຣໍາ ແຕ່ທັງສອງຄູ່ປໍລະປັກ ປາກົດວ່າ ບໍ່ມີປະຕິສຳພັນຕໍ່ກັນເລີຍ. ທ່ານທຣໍາໄດ້ນັ່ງຢູ່ໂຕະຂອງໂຈດ, ຮັບຟັງຜູ້ພິພາກສາ, ເອື່ອຍໄປໜ້າ ແລະກຳມືໄວ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG