ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກທະ​ນາຍ​ຄວາມ ຖົກ​ຖຽງ​ກັນ ກ່ຽວ​ກັບ​ສິດ​ພິ​ເສດ ຂອງ​ທ່ານ​ທ​ຣຳ ແຕ່​ບັນ​ດາ​ຜູ້​ພິ​ພາກ​ສາ ຍັງ​ບໍ່​ແນ່​ໃຈ


ຮູບ​ແຕ້ມ​ທີ່​ສະ​ແດງ​ໃຫ້​ເຫັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ນັ່ງ​ຢູ່​ກ້ຳ​ຂວາ ພວມ​ຮັບ​ຟັງ ໃນ​ຂະ​ນະ​ທີ່​ທະ​ນາຍ​ຄວາມ​ຂອງ​ທ່ານ ທ່ານ​ຈອນ ຊາວ​ເອີ້ ລູກ​ຂຶ້ນ​ກ່າວ​ຕໍ່​ໜ້າ​ສານ​ອຸ​ທອນ ຂອງ​ລັດ​ຖະ​ບານ​ກາງ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 9 ມັງ​ກອນ 2024.
ຮູບ​ແຕ້ມ​ທີ່​ສະ​ແດງ​ໃຫ້​ເຫັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ນັ່ງ​ຢູ່​ກ້ຳ​ຂວາ ພວມ​ຮັບ​ຟັງ ໃນ​ຂະ​ນະ​ທີ່​ທະ​ນາຍ​ຄວາມ​ຂອງ​ທ່ານ ທ່ານ​ຈອນ ຊາວ​ເອີ້ ລູກ​ຂຶ້ນ​ກ່າວ​ຕໍ່​ໜ້າ​ສານ​ອຸ​ທອນ ຂອງ​ລັດ​ຖະ​ບານ​ກາງ ທີ່​ວໍ​ຊິງ​ຕັນ ເມື່ອ​ວັນ​ທີ 9 ມັງ​ກອນ 2024.

ພວກ​ທະ​ນາຍ​ຄວາມ ​ຂອງ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ກະ​ຊວງ​ຍຸ​ຕິ​ທຳ ໄດ້​ຖົກ​ຖຽງ​ກັນ​ຢ່າງ​ຮຸນ​ແຮງ​ ໃນ​ວັນ​ອັງ​ຄານ​ວານນີ້ ທີ່​ສານ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກ່ຽວ​ກັບ​ວ່າ​ທ່ານ​ມີ​ສິດ​ພິ​ເສດ​ຫຼື​ບໍ່​ຈາກ​ການ​ຖືກ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ​ໃນ​ຂໍ້​ຫາ​ພະ​ຍາ​ຍາມ ​ທີ່​ຈະ​ຕ່າວ​ປີ້ນ​ຢ່າງ​ຜິດ​ກົດ​ໝາຍ ການ​ເສຍ​ໄຊ​ໃນ​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ ເພື່ອ​ເຂົ້າ​ຮັບ​ຕຳ​ແໜ່ງ​ຕື່ມ​ອີກ ​ໃນ​ປີ 2020 ຫຼື​ແມ່ນ​ກະ​ທັງ​ໃນ​ຂະ​ນະ​ທີ່​ທ່ານ​ພະ​ຍາ​ຍາມ ​ລົງ​ແຂ່ງ​ຂັນ​ເພື່ອ​ເຂົ້າ​ກຳ​ອຳ​ນາດ​ຢູ່​ທຳ​ນຽບ​ຂາວ​ຕື່ມ​ອີກໃນ​ເດືອນ​ພະ​ຈິກ​ປີ 2024 ນີ້.

ຜູ້​ພິ​ພາກ​ສາ​ສາມ​ທ່ານ​ ຂອງ​ສານ​ອຸ​ທອນ ທີ່​ຮັບ​ຟັງ​ຄະ​ດີ​ບໍ່​ໄດ້​ອອກ​ຄຳ​ຕັດ​ສິນ​ໃນ​ທັນ​ທີ​ທັນ​ໃດ​ໂລດ. ແຕ່​ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ​ເບິ່ງ​ຢູ່​ໃນ​ສານ ພວກ​ທ່ານ​ປາ​ກົດ​ວ່າ​ຍັງ​ມີ​ຄວາມ​ສົງ​ໄສກ່ຽວ​ກັບ​ການ​ກ່າວ​ອ້າງ ​ໂດຍພວກທະ​ນາຍ​ຄວາມຂອງ​ທ່ານ ທ່ານ​ຈອນ ຊາວ​ເອີ້ (John Sauer) ທີ່​ເວົ້າ​ວ່າ ທ່ານ​ທ​ຣຳ​ ບໍ່​ສາ​ມາດ​ຖືກ​ຕັດ​ສິນ​ວ່າ​ມີ​ຄວາມ​ຜິດ​ໄດ້ ນອກ​ຈາກວ່າ ກ່ອນ​ອື່ນ​ໝົດ​ທ່ານ​ໄດ້​ຖືກ​ຟ້ອງ​ຮ້ອງກ່ຽວ​ກັບ​ການ​ກະ​ທຳ​ຜິດ ​ໂດຍ​ສະ​ພາ​ຕ່ຳ​ ແລະຫຼັງ​ຈາກນັ້ນ ​ຖືກ​ຕັດ​ສິນລົງໂທດ​ໂດຍ​ສະ​ພາ​ສູງ​ສະ​ຫະ​ລັດ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ ຫຼັງ​ຈາກ​ການ​ຮັບ​ຟັງຄະ​ດີຂອງ​ສານ ທ່ານ​ທ​ຣຳ​ໄດ້​ເຕືອນ​ວ່າ ມັນ​ຈະ​ເກີດ “ຄວາມ​ໂກ​ລາ​ຫົນ​ວຸ້ນ​ວາຍ​ຂຶ້ນ” ຢູ່ໃນ​ທົ່ວ​ປະ​ເທດ ຖ້າ​ຫາກ​ທ່ານ​ຖືກ​ດຳ​ເນີນ​ຄະ​ດີ​ລົງ​ໂທດ.

“ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ໄດ້​ຮັບ​ສິດ​ພິ​ເສດ. ແລະ​ອີກ​ສິ່ງ​ນຶ່ງ​ກໍ​ຄື ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ” ທ່ານ​ໄດ້​ກ່າວ ແລະ​ເວົ້າ​ຕື່ມ​ວ່າ “ໃນ​ທີ່​ສຸດ​ພວກ​ເຮົາ​ຊະ​ນະ.”

ກ່ອນ​ສະ​ໄໝ​ການ​ດຳ​ລົງ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ທ່ານ​ທ​ຣຳ​ສິ້ນ​ສຸດ​ລົງ​ເມື່ອ 3 ປີ​ກ່ອນ ສະ​ພາ​ຕ່ຳ​ສະ​ຫະ​ລັດ ​ໄດ້​ຟ້ອງ​ຮ້ອງ​ທ່ານ ໃນ​ການ​ຍຸ​ຍົງ​ໃຫ້​ເກີດ​ຄວາມ​ວຸ້ນ​ວາຍ​ຂຶ້ນ​ໂດຍ​ພວກ​ສະ​ໜັບ​ສະ​ໜຸນ​ທ່ານ ທີ່​ຕຶກ​ຫໍ​ລັດ​ຖະ​ສະ​ພາ​ ໃນ​ຂະ​ນະ​ທີ່​ສະ​ພາ​ພວມ​ປະ​ຊຸມ​ກັນ​ ເມື່ອ​ວັນ​ທີ 6 ມັງ​ກອນ ​ປີ 2021 ເພື່ອ​ໃຫ້​ການຢັ້ງ​ຢືນ​ວ່າ ​ທ່ານ​ທ​ຣຳໄດ້​ເສຍ​ໄຊ​ໃນ​ການ​ເລືອກ​ຕັ້ງ​ໃຫ້​ທ່ານ​ໂຈ ໄບ​ເດັນ ຈາກ​ພັກ​ເດ​ໂມ​ແຄ​ຣັດ.

ແຕ່​ຫຼັງ​ຈາກ​ທ່ານ​ທ​ຣຳ​ ​ອອກ​ຈາກ​ຕຳ​ແໜ່ງ​ໄປ​ແລ້ວ ສະ​ພາ​ສູງ ຈຶ່ງ​ໄດ້​ຕັດ​ສິນ​ໃຫ້​ທ່ານ​ພົ້ນ​ໂທດ ເຖິງ​ແມ່ນ​ວ່າ​ ສະ​ມາ​ຊິກ​ສະ​ພາ​ສູງ​ຈຳ​ນວນ​ນຶ່ງ​ກ່າວ​ວ່າ ພວກ​ທ່ານ​ໄດ້​ລົງ​ຄະ​ແນນ​ສຽງ ​ບໍ່​ໃຫ້​ຕັດ​ສິນ​ໂທດ​ທ່ານ​ ກໍ​ຍ້ອນ​ວ່າ ສະ​ໄໝ​ໃນ​ການ​ດຳ​ລົງ​ຕຳ​ແໜ່ງ​ ຂອງ​ທ່ານ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG