ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ Trump ກ່າວວ່າ ຣັດເຊຍ ເບິ່ງແລ້ວຄືຈະ ບໍ່ມີບົດບາດ ໃນການເລືອກຕັ້ງ ສຫລ


ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ພວມກ່າວຄຳປາໄສ ໃນລະຫວ່າງໂຄສະນາຫາສຽງ
ຜູ້ສະໝັກປະທານາທິບໍດີ ຂອງພັກຣີພັບບລີກັນ ທ່ານ Donald Trump ພວມກ່າວຄຳປາໄສ ໃນລະຫວ່າງໂຄສະນາຫາສຽງ

ຜູ້​ສະໝັກ​ປະທານາທິບໍດີຂອງ​ພັກ​ຣີພັບ​ບລີ​ກັນ ທ່ານ Donald Trump ກ່າວ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ​ມົສກູ ກຳລັງ​ພະຍາຍ​າມ ທີ່​ຈະ​ຄວບ​ຄຸມ​ການ​ເລືອກ​ຕັ້ງຢູ່ໃນ​ສະຫະລັດ ​ໂດຍ​ການ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ອິນ​ເຕີ​ແນັດ.

​ໃນ​ການ​ໃຫ້​ສຳພາດ ທີ່​ອອກ​ອາກາດ​ ໂດຍ​ໂທລະພາບ RT America ຊຶ່ງ​ໄດ້​ຮັບ​ທຶນ​ສະ ໜັບສະໜຸນ​ຈາກຣັດ​ເຊຍ​ນັ້ນ ທ່ານ Trump ກ່າວ​ວ່າ ​ເບິ່ງ​ແລ້ວ​ບໍ່​ມີທ່າ​ທາງ​ວ່າ ວັງ​ເຄຣັມ ລິນມີ​ສ່ວນ​ພົວພັນ​ໃນ​ການ​ເຈາະ​ຂໍ້​ມູນ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ​ພັກ​ເດ​ໂມ​ແຄຣັດ.

​ໃນ​ຂະນະ​ດຽວ​ກັນ ຜູ້​ສະໝັກ​ຂອງ​ພັກ​ເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ກໍ​ກ່າວ​ ວ່າເຄິ່ງນຶ່ງ​ຂອງ​ພວກ​ທີ່​ສະໜັບສະໜຸນ​ທ່ານ Trump ​ແມ່ນ​ຢູ່​ໃນ​ກຸ່ມຂອງພວກ​ທີ່​ໜ້າ​ສັງ​ເວດ. ​ໃນ​ການ​ຖະ​ແຫລງທີ່​ນະຄອນ​ນິວຢອກ ທ່ານ​ນາງ Clinton ກ່າວ​ເຖິງ​ພວກສະໜັບ ສະໜຸນ​ເຫຼົ່ານັ້ນວ່າ​ “ເປັນ​ພວກແບ່ງ​ແຍກ​ເຊື້ອຊາດ​ຜິວ​ພັນ ​ເປັນ​ພວກ​ກຽດ​ຊັງ​ຄົນ​ຮັກ​ຮ່ວມ​ເພດ ​ເປັນ​ພວກກຽດ​ຊັງ​ຊາວ​ຕ່າງປະ​ເທດ​ ກຽດ​ຊັງພວກ​ທີ່​ນັບຖື​ສາສະໜາ​ອິສລາມ​ ທຸກໆ​ຢ່າງ​ທີ່​ທ່ານ​ສາມາດ​ຄິດ​ໄດ້.”

ຍັງເຫລືອ​ເວລາ​ຢູ່ອີກ 58​ ມື້ ກ່ອນການ​ເລືອກ​ຕັ້ງ​ ຈະ​ມີ​ຂຶ້ນ​ຢູ່ສະຫະລັດ.

U.S. Republican presidential candidate Donald Trump says he is not convinced Moscow is trying to manipulate the U.S. election through cyberattacks.

In an interview aired on Russian-funded RT America, Trump said it is "pretty unlikely" the Kremlin is involved in hacking the Democratic National Committee.

Meanwhile, Democratic candidate Hillary Clinton says half of Trump's supporters belong in a "basket of deplorables."Speaking in New York, she described those supporters as racist, homophobic, xenophobic, Islamophobic - you name it."

The election is now 58 days away.

XS
SM
MD
LG