ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Trump ຖືກໂຈມຕີ ຍ້ອນຜູ້ສະໜັບສະໜຸນ ເອີ້ນທ່ານ ໂອບາມາ ວ່າ ເປັນມຸສລິມ ຕ່າງປະເທດ


Trump Islam
please wait
Embed

No media source currently available

0:00 0:00:44 0:00

ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີ ທີ່ມີຄະ
ແນນສຽງນຳໜ້າ ຂອງພັກຣີພັບບລີກັນ ໄດ້ຕົກເປັນຂ່າວນອງ
ນັນອີກຄັ້ງນຶ່ງເທື່ອນີ້ແມ່ນຍ້ອນບໍ່ແກ້ຄຳເວົ້າຂອງຜູ້ສະໜັບສະ
ໜຸນຄົນນຶ່ງ ໃຫ້ຖືກຕ້ອງ ທີ່ເອີ້ນ ປະທານາທິບໍດີບາຣັກ ໂອບາ
ມາວ່າ ເປັນມຸສລິມແລະຄົນຕ່າງປະເທດ.

ການແລກປ່ຽນດັ່ງກ່າວ ມີຂຶ້ນໃນລະຫວ່າງການຕອບຄຳຖາມ
ໃນຕອນແລງ ວັນພະຫັດວານນີ້ ຢູ່ບ່ອນໂຄສະນາຫາສຽງ ໃນ
ເມືອງ Rochester ໃນລັດ New Hampshire.

ຜູ້ສະໜັບສະໜຸນຄົນນຶ່ງທີ່ໃສ່ເສື້ອທີເຊີດທີ່ມີຮູບທ່ານ Trump
ກ່າວວ່າ “ພວກເຮົາມີບັນຫາຢູ່ໃນປະເທດນີ້ ທີ່ເອີ້ນວ່າ ມຸສລິມ, ປະທານາທິບໍດີຂອງເຮົາ ໃນປັດຈຸບັນກໍແມ່ນຜູ້ນຶ່ງ. ທ່ານຮູ້ດີ ລາວບໍ່ແມ່ນຄົນອາເມຣິກັນ.”

“ພວກເຮົາຕ້ອງການ ຄຳຖາມນີ້” ທ່ານ Trump ທີ່ຢືນຫົວຍິ້ມຢູ່ ກ່າວຕອບ ຊຶ່ງທ່ານກໍແມ່ນ ຜູ້ນຶ່ງໃນບັນດາພວກສະໜັບສະໜຸນ ໃນລະດັບສູງ ຕໍ່ອັນທີ່ເອີ້ນວ່າ ຂະບວນການ Birther ທີ່ກ່າວຫາຢ່າງບໍ່ຖືກຕ້ອງວ່າທ່ານໂອບາມາເກີດຢູ່ທີ່ປະເທດເຄັນຢາແລະດ້ວຍເຫດນີ້ຈຶ່ງບໍ່ ແມ່ນຄົນອາເມຣິກັນ.

ຜູ້ສະໜັບສະໜຸນທ່ານ Trump ກ່າວຕື່ມວ່າ “ພວກເຮົາມີການຕັ້ງຄ້າຍຝຶກແອບ ຢູ່ບ່ອນທີ່ ຊາວມຸສລິມຕ້ອງການຂ້າເຮົາ. ນັ້ນຄືຄຳຖາມຂອງຂ້າພະເຈົ້າ ເວລາໃດພວກເຮົາຈຶ່ງຈະສາ ມາດກຳຈັດພວກເຂົາໃຫ້ໝົດໄປໄດ້?”

ທ່ານ Trump ຕອບວ່າ “ພວກເຮົາຈະສຶກສາເບິ່ງຫຼາຍໆຢ່າງທີ່ແຕກຕ່າງກັນ, ທ່ານຄົງຮູ້ດີ
ມີຫລາຍໆຄົນເວົ້າແບບນັ້ນ ແລະມີອີກຫລາຍໆຄົນເວົ້າວ່າ ພວມມີສິ່ງທີ່ບໍ່ດີກຳລັງເກີດຂຶ້ນ ຢູ່ທີ່ນັ້ນ.”

ທ່ານ Trump ບໍ່ພຽງແຕ່ບໍ່ໄດ້ຄັດຄ້ານ ຕໍ່ການກ່າວອ້າງຢ່າງຜິດພາດເຖິງປະທານາທິບໍດີ ໂອບາມາເທົ່ານັ້ນ ແຕ່ທ່ານເອງກໍບໍ່ໄດ້ຕອບໃນອັນທີ່ຕີຄວາມໝາຍໂດຍບາງຄົນໃນຂະນະ ທີ່ມີການຮຽກຮ້ອງໃຫ້ກຳຈັດຊາວມຸສລິມໃຫ້ໝົດໄປຈາກສະຫະ ລັດ.

XS
SM
MD
LG