ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະຊວງຍຸຕິທຳ ຈະຂໍອຸທອນ ຄຳຕັດສິນແຕ່ງຕັ້ງຜູ້ກວດກາພິເສດ ໃນເລື້ອງການສືບສວນເອກະສານຂອງທ່ານທຣຳ


ແຟ້ມພາບ - ບ້ານພັກຄະລືຫາດ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ, ໃນເມືອງພາລມ໌ ບີຈ ລັດຟລໍຣິດາ, ສະແດງໃຫ້ເຫັນໃນພາບນີ້ ເມື່ອວັນທີ 10 ກໍລະກົດ 2019.
ແຟ້ມພາບ - ບ້ານພັກຄະລືຫາດ Mar-a-Lago ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ, ໃນເມືອງພາລມ໌ ບີຈ ລັດຟລໍຣິດາ, ສະແດງໃຫ້ເຫັນໃນພາບນີ້ ເມື່ອວັນທີ 10 ກໍລະກົດ 2019.

ໃນວັນພະຫັດວານນີ້ ກະຊວງຍຸຕິທຳສະຫະລັດສະຫະລັດ ໄດ້ຂໍຮ້ອງຜູ້ພິພາກ ສາລັດຖະບານກາງ ໃຫ້ໂຈະບາງ​ສ່ວນໃນຄຳສັ່ງອະນຸຍາດໃຫ້ແຕ່ງຕັ້ງຜູ້ກວດ ກາພິເສດຂອງທ່ານນາງ ສຳລັບເອກະສານຕ່າງໆ ທີ່ຢຶດມາຈາກບ້ານພັກໃນ ລັດຟລໍຣິດາ ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ ແລະການຫ້າມບໍ່ໃຫ້ບັນດາໄອຍະການ ເບິ່ງເອກະສານລັບທັງຫຼາຍ ໃນຂະນະທີ່ການທົບທວນຄືນຂອງຜູ້ກວດກາອິດສະຫຼະ ດຳເນີນໄປຢູ່ນັ້ນ.

ໂດຍການກ່າວວ່າ ການສືບສວນສອບສວນຂອງອົງການສັນຕິບານກາງ FBI ຍັງດຳເນີນຕໍ່ໄປຢູ່ ໃນເລື່ອງຂອງການເກັບເອົາເອກະສານທັງຫຼາຍທີ່ເປັນຄວາມລັບຂອງທ່ານທຣຳຈະຖືກຂັດຂວາງໂດຍຄຳຕັດສິນດັ່ງກ່າວ ບັນດາທະນາຄວາມຂອງກະຊວງຍຸຕິທຳ ເຮັດໃຫ້ຜູ້ພິພາກສາເຂດຂອງສະຫະລັດ ທ່ານນາງອາຍລີນ ແຄນນັນ (Aileen Cannon) ຮັບຮູ້ວ່າ ພວກເຂົາເຈົ້າວາງ​ແຜນທີ່ຈະຂໍອຸທອນຄຳຕັດສິນຂອງທ່ານນາງ ຖ້າຫາກວ່າ ທ່ານນາງບໍ່ອະນຸຍາດໂຈະບາງສ່ວນຂອງຄຳຕັດສິນນັ້ນ ພາຍໃນວັນພະຫັດໜ້າ.

ພວກທະນາຍຄວາມ ໄດ້ຂຽນວ່າ “ປາດສະຈາກການໂຈະ ລັດຖະບານ ແລະມະຫາຊົນ ຈະໄດ້ຮັບຄວາມເສຍຫາຍ ທີ່ບໍ່ສາມາດແກ້ໄຂຄືນໄດ້.”

ດ້ວຍການໂຈະບາງສ່ວນ ຜູ້ກວດກາພິເສດ ຫຼື ຝ່າຍອິດສະຫຼະ ກໍສາມາດເບິ່ງເອກະສານທີ່ບໍ່ເປັນຄວາມລັບໄດ້ ທີ່ຢຶດໂດຍອົງການ FBI ທີ່ລວມມີ ສິ່ງຂອງສ່ວນຕົວຕ່າງໆຂອງທ່ານທຣຳແລະຂໍ້ມູນທີ່ໄດ້ຮັບການປົກປ້ອງ ໂດຍສິທິພິເສດລະຫວ່າງທະນາຍຄວາມແລະລູກຄວາມ ເຈົ້າໜ້າທີ່ກະຊວງດັ່ງກ່າວ ໄດ້ຂຽນ.

ການຢືນເອກະສານຫາຜູ້ພິພາກສາ ໄດ້ຖືກລົງນາມໂດຍ ທະນາຍຄວາມສະຫະ ລັດ ທ່ານຮວນ ແອນໂທນີໂອ ກອນຊາເລສ, ເຈົ້າໜ້າທີ່ຂັ້ນສູງຕໍ່ຕ້າການສືບລັບຂອງກະຊວງຍຸຕິທຳ ທ່ານເຈ ແບຣັຕ (Jay Bratt) ແລະຫົວໜ້າພະແນກຄວາມໝັ້ນຄົງແຫ່ງຊາດ ທ່ານແມັດຕິວ ໂອລເສັນ (Matthew Olsen).

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG