ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ໝໍຂອງທ່ານທຣຳ ກ່າວວ່າ ຜົນກວດຂອງທ່ານປະທານາທິບໍດີ ກ່ຽວກັບ ໂຄວິດ-19 ນັ້ນ ແມ່ນເປັນລົບ


ທ່ານໝໍ ຊອນ ຄອນລີ, ໝໍປະຈຳ ປະທານາທິບໍດີ ດໍໂນລ ທຣຳ, ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ສູນການແພດທະຫານແຫ່ງຊາດ ວອລເຕີ ຣີດ (Walter Reed National Military Medical Center) ໃນນະຄອນບາແຕັສດາ ລັດແມຣິແລນ, ວັນທີ 4 ຕຸລາ 2020.
ທ່ານໝໍ ຊອນ ຄອນລີ, ໝໍປະຈຳ ປະທານາທິບໍດີ ດໍໂນລ ທຣຳ, ກ່າວຖະແຫລງ ຕໍ່ບັນດານັກຂ່າວ ຢູ່ທີ່ສູນການແພດທະຫານແຫ່ງຊາດ ວອລເຕີ ຣີດ (Walter Reed National Military Medical Center) ໃນນະຄອນບາແຕັສດາ ລັດແມຣິແລນ, ວັນທີ 4 ຕຸລາ 2020.

ທ່ານໝໍຂອງທ່ານປະທານາທິບໍດີສະຫະລັດ ດໍໂນລ ທຣຳ ກ່າວວ່າ ປະທານາທິບໍດີ ໄດ້ກວດບໍ່ພົບເຊື້ອໄວຣັສ ໂຄວິດ-19 ໃນ “ຫຼາຍວັນຕິດຕໍ່ກັນ” ຂະນະທີ່ທ່ານທຣຳ ເດີນທາງໄປຍັງລັດຟລໍຣິດາ ເພື່ອການຊຸມນຸມໂຄສະນາຫາສຽງຄັ້ງທຳອິດຂອງທ່ານ ນັບແຕ່ໄດ້ຖືກວິນິດໄສວ່າ ມີພະຍາດດັ່ງກ່າວໃນຕົ້ນເດືອນນີ້.

ໃນບົດບັນທຶກສະບັບນຶ່ງ ທີ່ໄດ້ຖືກເປີດເຜີຍໃນວັນຈັນວານນີ້ໂດຍທຳນຽບຂາວ ທ່ານໝໍ ຊອນ ຄອນລີ ໄດ້ກ່າວວ່າ ທ່ານທຣຳ ໄດ້ກວດໂດຍໃຊ້ວິທີກວດຫາໄວຣັສໂຄໂຣນາທີ່ວ່ອງໄວໃໝ່ກວ່າເກົ່າ ຈາກບໍລິສັດ ແອບບັອດຕ໌ ລາບໍຣາທໍຣີສ໌. ທ່ານບໍ່ໄດ້ກ່າວວ່າ ໃນເວລາໃດທີ່ທ່ານທຣຳ ໄດ້ຖືກກວດ.

ທ່ານໝໍຄອນລີ ໄດກ້າວວ່າ ຜົນກວດຫຼາຍຄັ້ງແມ່ນເປັນລົບ ພ້ອມດ້ວຍຂໍ້ມູນດ້ານການແພດແລະຫ້ອງທົດລອງອື່ນໆ “ບົ່ງບອກເຖິງການບໍ່ພົບເຫັນເຊື້ອໄວຣັສທີ່ແຜ່ພັນ.” ທ່ານໝໍຍັງໄດ້ກ່າວຢ້ຳເຖິງການປະເມີນຜົນທີ່ທ່ານໄດ້ໃຫ້ໄປເມື່ອທ້າຍສັບປະດາແລ້ວນີ້ ທີ່ວ່າ ທ່ານທຣຳ ບໍ່ສາມາດແຜ່ເຊື້ອໄວຣັສໃຫ້ຜູ້ອື່ນໄດ້ອີກຕໍ່ໄປ.

ທ່ານທຣຳ ໄດ້ກັບຄືນໄປເດີນສາຍໂຄສະນາຫາສຽງ ໃນວັນຈັນວານນີ້ ຊຶ່ງຈະເປັນອາທິດທີ່ມີທຸລະໜ້າທີ່ຫຼາຍໂດຍປະກອບດ້ວຍການຢຸດແວ່ໃນລັດຟລໍຣິດາ ເພັນຊີລເວເນຍ ໄອໂອວາ ຄາໂຣໄລນາເໜືອ ແລະວິສຄອນຊິນ ອັນເປັນການເດີນທາງໂຄສະນາຫາສຽງຄັ້ງທຳອິດຂອງທ່ານ ນັບຕັ້ງແຕ່ທ່ານໄດ້ຖືກກວດພົບວ່າມີໄວຣັສໂຄວິດ-19 ທີ່ເປັນພະຍາດກໍ່ໃຫ້ເກີດໄວຣັສໂຄໂຣນາ ໃນວັນທີ 2 ຕຸລາຜ່ານມາ. ທ່ານທຣຳ ຈຶ່ງໄດ້ພັກຟື້ນຢູ່ສູນການແພດທະຫານແຫ່ງຊາດ ວອລເຕີ ຣີດ ແລະໄດ້ຮັບການຮັກສາປິ່ນປົວເຊື້ອໄວຣັສໂຄວິດ-19 ຢ່າງຄົບຖ້ວນ ຢູ່ທີ່ທຳນຽບຂາວ.

ທ່ານໝໍແອນໂທນີ ຟາວຈີ ໃນການກ່າວຢູ່ທີ່ອົງການຂ່າວ CNN ກ່ອນທີ່ທ່ານທຣຳ ຈະອອກຈາກທຳນຽບຂາວ ເພື່ອໄປຍັງລັດຟລໍຣິດາ ນັ້ນ ໄດ້ຕັ້ງຄຳຖາມກ່ຽວກັບພູມປັນຍາໃນການຈັດງານເຊັ່ນນີ້. ທ່ານໄດ້ໃຫ້ຂໍ້ສັງເກດວ່າ ອັດຕາການກວດພົບມີເຊື້ອໄວຣັສແມ່ນສູງຂຶ້ນເລື້ອຍໆ ໃນເຂດທີ່ເອີ້ນວ່າຊັນ ແບລຕ໌.

ທ່ານໝໍຟາວຈີ ເປັນນັກຊ່ຽວຊານຂັ້ນສູງດ້ານພະຍາດຕິດແປດຂອງປະເທດ ໄດ້ກ່າວຕໍ່ອົງການຂ່າວ CNN ວ່າ “ພວກເຮົາຮູ້ດີວ່າ ອັນນັ້ນ ແມ່ນການຫາເລື້ອງໃສ່ຕົນ ເມື່ອເຈົ້າເຮັດເຊັ່ນນັ້ນ.”

ທ່ານທຣຳ ໄດ້ບັນລະຍາຍກ່ຽວກັບຕົນເອງໃນວັນອາທິດຜ່ານມາວ່າ ຮູ້ສຶກ “ມີກຳລັງວັງຊາດີຫຼາຍ” ແລະໄດ້ກ່າວວ່າ ທ່ານບໍ່ໄດ້ກິນຢາໃດໆອີກຕໍ່ໄປແລ້ວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG