ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ​້​ພິ​ພາກ​ສາ​ຕັດ​ສິນ​ວ່າ ທ່ານ​ ທ​ຣຳ ບໍ່​ມີ​ສິດ​ມີ​ຊື່​ໃນ​ບັດ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ຂອງ​ລັດ ອີ​ລີ​ນອຍ


ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນ​ລັດ ນິວຢອກ, 15 ກຸມ​ພາ 2024.
ອະ​ດີດ​ປະ​ທ​າ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ຮອດ​ສານ​ອາ​ຍາ​ໃນ​ລັດ ນິວຢອກ, 15 ກຸມ​ພາ 2024.

ຜູ້​ພິ​ພາກ​ສາ​ຄົນ​ນຶ່ງ​ໃນ​ລັດ ອີ​ລີ​ນອຍ ເມື່ອ​ວັນ​ພຸດ​ວານນີ້​ໄດ້​ຫ້າມ​ທ່ານ ດໍ​ໂນ​ລ ທ​ຣຳ ບໍ່​ໃຫ້​ມີ​ຊື່​ໃນ​ບັດລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ປະ​ທາ​ນາ​ທິ​ບໍ​ດີ​ພັກ​ຣີ​ພັບ​ບ​ລີ​ກັນ​ຂອງ​ລັດ ອີ​ລີ​ນອຍ ຍ້ອນ​ບົດ​ບາດ​ຂອງ​ທ່ານ​ໃນ​ການ​ກໍ່​ຈະ​ລາ​ຈົນ​ຢູ່​ຫໍ​ລັດ​ຖະ​ສະ​ພາ ສະ​ຫະ​ລັດ ເມື່ອ​ວັນ​ທີ 6 ມັງ​ກອນ 2021, ແຕ່​ທ່ານ​ນາງ​ໄດ້​ເລື່ອນ​ການ​ຕັດ​ສິນປະ​ກາດ​ບັງ​ຄັບ​ໃຊ້ ຍ້ອນ​ຄາດ​ວ່າ​ຈະ​ມີ​ການ​ຂໍ​ອຸ​ທອນ​ໂດຍອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ນັ້ນ.

ຜູ້​ພິ​ພາກ​ສາ​ເຂດ​ເມືອງ ຄຸກ ທ່ານ​ນາງ ເທ​ຣ​ຊີ ພໍ​ເຕີ ໄດ້​ເຂົ້າ​ຂ້າງ​ກັບ​ບັນ​ດາ​ຜູ້​ລົງ​ຄະ​ແນນ​ສຽງ​ໃນ​ລັດ ອີ​ລີ​ນອຍ ຜູ້​ທີ່​ໄດ້​ໂຕ້​ຖຽງ​ວ່າ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີຄວນ​ຖືກ​ຕັດ​ສິດ​ຈາກ​ການມີ​ຊື່​ໃນ​ບົດ​ລົງ​ຄະ​ແນນ​ສຽງ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ວັນ​ທີ 19 ມີ​ນາ​ຂອງ​ລັດ ແລະ ບັດ​ລົງ​ຄະ​ແນນ​ສຽງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ວັນ​ທີ 5 ພະ​ຈິກ ສຳ​ລັບ​ການ​ລະ​ເມີ​ດ​ຂໍ້​ແກ້​ໄຂ​ທີ 14 ຂອງ​ຕົວ​ບົດ​ລັດ​ຖະ​ທຳ​ມະ​ນູນ ສະ​ຫະ​ລັດ ກ່ຽວ​ກັບ ການ​ຕໍ່​ຕ້ານ​ການ​ກໍ່​ຈະ​ລາ​ຈົນ.

ຜົນ​ສຸດ​ທ້າຍ​ຂອງ​ຄະ​ດີ​ໃນ​ລັດ ອີ​ລີ​ນອຍ ແລະ ການ​ຄັດ​ຄ້ານ​ຕ່າງໆ​ທີ່​ຄ້າຍ​ຄື​ກັນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຖືກ​ຕັດ​ສິນ​ໂດຍ​ສານ​ສູງ​ສຸດ ສະ​ຫະ​ລັດ, ເຊິ່ງ​ໄດ້​ຟັງ​ການ​ໂຕ້​ຖຽງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ສາ​ມາດ​ມີ​ຊື່​ໃນ​ບັດ​ລົງ​ຄະ​ແນນ​ສຽງ​ຂອງ​ທ່ານ ທ​ຣຳ ໃນ​ວັນ​ທີ 8 ກຸມ​ພາ​ທີ່​ຜ່ານ​ມາ.

ທ່ານ​ນາງ ພໍ​ເຕີ ກ່າວ​ວ່າ​ລາວ​ໄດ້​ຢຸດ​ການ​ຕັດ​ສິນ​ຂອງ​ລາວ​ຍ້ອນ​ວ່າ​ລາວ​ຄາດ​ວ່າ​ຈະ​ມີ​ການ​ຂໍ​ອຸ​ທອນ​ຂອງ​ທ່ານ ທ​ຣຳ ຕໍ່​ສານ​ອຸ​ທອນ​ຂອງ​ລັດ ອີ​ລີ​ນອຍ ແລະ ການ​ຕັດ​ສິນ​ທີ່​ອາ​ດ​ເປັນ​ໄປ​ໄດ້​ຈາກ​ສານ​ສູງ​ສຸດ ສະ​ຫະ​ລັດ.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG