ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທຳນຽບຂາວ ປະຕິເສດ ອີກເທື່ອນຶ່ງ ວ່າ ທ່ານ ທຣຳ ໄດ້ຂັດແຍ້ງ ກັບ ບັນດາອົງການສືບລັບ ກ່ຽວກັບ ຣັດເຊຍ


ປະທານາທິບໍດີ ກ່າວ ໃນລະຫວ່າງ ການພົບປະກັບ ບັນດາສະມາຊິກ ຄະນະລັດຖະບານ ຂອງທ່ານ ໃນ ຫ້ອງຄະນະລັດຖະບານ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 18 ກໍລະກົດ 2018.
ປະທານາທິບໍດີ ກ່າວ ໃນລະຫວ່າງ ການພົບປະກັບ ບັນດາສະມາຊິກ ຄະນະລັດຖະບານ ຂອງທ່ານ ໃນ ຫ້ອງຄະນະລັດຖະບານ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 18 ກໍລະກົດ 2018.

ອີກມື້ ຂອງເລື້ອງທີ່ວ່າ ທ່ານໄດ້ເຮັດ ຫຼື ບໍ່ໄດ້ເຮັດ?

ຄວາມສັບສົນ ຢູ່ທຳນຽບຂາວ ກ່ຽວກັບວ່າ ປະທານາທິບໍດີ ດໍໂນລ ທຣຳ ອີກຄັ້ງນຶ່ງ ໄດ້
ຂັດແຍ້ງ ກັບການສະຫລຸບ ຂອງປະຊາຄົມສືບລັບ ສະຫະລັດ ຫຼືບໍ່.

ໃນລະຫວ່າງ ກອງປະຊຸມຄະນະລັດຖະບານ ໃນວັນພຸດວານນີ້ ທ່ານປະທານາທິບໍດີ
ໄດ້ແກວ່ງຫົວ ແລະກ່າວວ່າ ຂອບໃຈຫຼາຍໆ ແລ້ວຕອບວ່າ ບໍ່ ເວລາມີ ການຖາມວ່າ
ຣັດເຊຍ ຍັງຄົງເປັນໄພຂົ່ມຂູ່ ຕໍ່ສະຫະລັດ ຫຼືບໍ່.

ບໍ່ເທົ່າໃດຊົ່ວໂມງຕໍ່ມາ ໃນຫ້ອງຖະແຫລງຂ່າວຂອງທຳນຽບຂາວ ໂຄສົກທຳນຽບຂາວ
ທ່ານນາງ ແຊຣາ ຮັກກາບີ ແຊນເດີສ໌ ໄດ້ອະທິບາຍວ່າ ທ່ານ ທຣຳ ແທ້ຈິງແລ້ວ ໄດ້
“ກ່າວວ່າ ‘ບໍ່’ ເພື່ອຕອບຄຳຖາມຕ່າງໆ” ແລະ ບໍ່ໄດ້ຕອບຄຳຖາມຂອງນັກຂ່າວເອງ.”

ທ່ານນາງ ແຊນເດີສ໌ ກ່າວຕື່ມວ່າ “ທ່ານເຊື່ອວ່າ ພວກເຂົາເຈົ້າຈະແນເປົ້າໝາຍໃສ່ ການເລືອກຕັ້ງ ສະຫະລັດ ຢ່າງແນ່ນອນ.” ເມື່ອຖືກກົດດັນ ກ່ຽວກັບ ຄວາມເຫັນຂອງ
ທ່ານປະທານາທິບໍດີ ນັ້ນ ທ່ານນາງ ແຊນເດີສ໌ ໄດ້ອະທິບາຍວ່າ “ຂ້າພະເຈົ້າ ຕີຄວາມ
ໝາຍ ສິ່ງທີ່ທ່ານປະທານາທິບໍດີ ໄດ້ກ່າວໄປ. ຂ້າພະເຈົ້າ ບໍ່ໄດ້ປີ້ນຄວາມໝາຍ
ຂອງມັນ.”

ເປັນທີ່ຈະແຈ້ງແລ້ວວ່າ ພວກນັກຂ່າວຫຼາຍໆຄົນ ຍັງຄົງບໍ່ພໍໃຈກັບການອະທິບາຍນັ້ນ.
ພວກນັກຂ່າວບາງສ່ວນ ທີ່ຢູ່ໃນຫ້ອງປະຊຸມຄະນະລັດຖະບານ ໄດ້ກ່າວອອກມາຢ່າງ
ເປີດເຜີຍ ວ່າ ພວກເຂົາເຈົ້າ ເຂົ້າໃຈຢ່າງແຈ່ມແຈ້ງວ່າ ທ່ານປະທານາທິບໍດີ ໄດ້ຕອບ
ຄຳຖາມຢ່າງສັ້ນໆ ທີ່ຖາມໂດຍ ນາງ ເຊີຊີເລຍ ເວກາ ຈາກສຳນັກຂ່າວ ABC ຜູ້ທີ່ເປັນ
ໂຕແທນຂອງເຄືອຂ່າຍໂທລະພາບຕ່າງໆ ເພື່ອລາຍງານຂ່າວ.

ເວລາ ທ່ານທຣຳ ໄດ້ກັບຄືນໄປຍັງ ເດີ່ນສວນກ້ຳໃຕ້ຂອງທຳນຽບຂາວ ບໍ່ດົນ ຫຼັງຈາກທີ່
ທ່ານນາງ ແຊນເດີສ໌ ໄດ້ໃຫ້ຄວາມເຫັນໄປແລ້ວ ວີໂອເອ ແລະບັນດາອົງການຂ່າວອື່ນໆ
ຢູ່ໃນຄະນະນັ້ນ ກໍພະຍາຍາມທີ່ຈະໃຫ້ ທ່ານປະທານາທິບໍດີ ອະທິບາຍ.

ໃນຂະນະທີ່ຈັບມື ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ ຫຼັງຈາກທີ່ກ້າວລົງ
ຈາກເຮືອບິນເຮລິຄອບເຕີ ປະຈຳຕຳແໜ່ງ Marine One ທ່ານ ທຣຳ ໄດ້ແນມເບິ່ງ
ພວກນັກຂ່າວ ແລ້ວກໍໄດ້ໂບກມືໃຫ້ ແຕ່ທ່ານບໍ່ໄດ້ຕອບຄຳຖາມໃດເລີຍ.

ເຖິງຢ່າງໃດກໍຕາມ ໃນລາຍການອອກອາກາດ ເມື່ອວັນພຸດວານນີ້ ທ່ານ ທຣຳ ໄດ້ກ່າວ
ຕໍ່ “ລາຍການຂ່າວຕອນແລງ ຂອງໂທລະພາບ CBS” ວ່າ ມັນເປັນ “ຄວາມຈິງ” ທີ່
ຣັດເຊຍ ໄດ້ແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີ ປີ 2016 ແລະ ທ່ານ “ຈະ”
ໃຫ້ປະທານາທິບໍດີ ວລາດີເມຍ ປູຕິນ ຂອງຣັດເຊຍ ເປັນຜູ້ຮັບຜິດຊອບ ໃນການເຂົ້າມາ ຫຍຸ້ງກ່ຽວ “ເພາະວ່າ ທ່ານເປັນຜູ້ບໍລິຫານປະເທດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG