ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ໃສ່ຮ້າຍ ອະດີດຜູ້ຊ່ວຍ ທີ່ຮ່ວມມືກັບ ໄອຍະການ ໃນການສອບສວນ ເລື່ອງຣັດເຊຍ


ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ສວນກຸຫຼາບໃນທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 23 ຕຸລາ, 2017.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໄສ ທີ່ສວນກຸຫຼາບໃນທຳນຽບຂາວ, ນະຄອນຫຼວງວໍຊິງຕັນ. 23 ຕຸລາ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ໃສ່ຮ້າຍທ່ານ ຈໍຈ໌ ປາປາໂດປູລັອສ
ທີ່ຄັ້ງນຶ່ງເຄີຍເປັນຜູ້ຊີ້ນຳນະໂຍບາຍຕ່າງປະເທດໃນວັນອັງຄານວານນີ້, ນຶ່ງວັນຫຼັງ
ຈາກມີການເປີດເຜີຍວ່າ ລາວໄດ້ຍອມຮັບຜິດ ໃນການຂີ້ຕົວະບັນດາເຈົ້າໜ້າທີ່ລັດຖະ
ບານກາງ ແຕ່ໄດ້ໃຫ້ການຮ່ວມມືໃນການສອບສວນຂອງໄອຍະການພິເສດ ທ່ານ
ໂຣເບີດ ມໍລເລີ ກ່ຽວກັບ ຣັດເຊຍ ແຊກແຊງເຂົ້າໃນການເລືອກຕັ້ງ ສະຫະລັດ.

ໃນເດືອນມີນາປີກາຍນີ້, ທ່ານ ທຣຳ ໄດ້ກ່າວເຖິງ ທ່ານ ປາປາໂດປູລັອສ , ທີ່ປຶກສາ
ດ້ານພະລັງງານ ແລະນໍ້າມັນອາຍຸ 30 ປີ, ວ່າແມ່ນ “ຄົນທີ່ດີເລີດ” ແລະ ແມ່ນນຶ່ງໃນ
ຫ້າຄົນ ທີ່ທ່ານ ທຣຳ ໄດ້ແຕ່ງຕັ້ງໃຫ້ເປັນສະມາຊິກກຸ່ມນະໂຍບາຍການຕ່າງປະເທດ
ຂອງທ່ານ. ແຕ່ໃນຂໍ້ຄວາມໃໝ່ ທີ່ຂຽນໃນ Twitter ຈາກທຳນຽບຂາວນັ້ນ, ທ່ານ ທຣຳ
ໄດ້ກ່າວວ່າ “ມີບໍ່ເທົ່າໃດຄົນທີ່ຮູ້ຈັກອາສາສະໝັກໜຸ່ມ, ມີລະດັບ ຕໍ່າຊື່ວ່າ ຈໍຈ໌, ຜູ້ທີ່ໄດ້
ຖືກພິສູດ ໃຫ້ເຫັນແລ້ວວ່າ ເປັນຄົນຂີ້ຕົວະ. ໄປກວດພວກ ເດໂມແຄຣັດ ເບິ່ງ.”

ທ່ານ ທຣຳ ໄດ້ກ່າວວ່າ “ພວກອົງການຂ່າວປອມ ໄດ້ເຮັດວຽກນອກເວລາ,” ໂດຍອີງ
ໃສ່ອົງການຂ່າວທີ່ສຳຄັນຂອງ ສະຫະລັດ ທີ່ໄດ້ກະ ຈາຍຂ່າວ ກ່ຽວກັບ ການຍອມຮັບ
ຜິດຂອງທ່ານ ປາປາໂດປູລັອສ ໃນຕົ້ນເດືອນຕຸລາທີ່ຜ່ານມາ ແລະ ການຟ້ອງຮ້ອງ
ອະດີດປະທານຄະນະໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ພໍລ ແມນນາຝອດ
ແລະ ຜູ້ສະໜັບສະໜູນຂອງທ່ານ, ທ່ານ ຣິກ ເກດສ ໃນຂໍ້ຫາຟອກເງິນ ແລະ ສົມຮູ້
ຮ່ວມຄິດ ທີ່ເຊື່ອມໂຍງກັບຄວາມພະຍາຍາມວິ້ງເຕັ້ນມູນຄ່າຫຼາຍລ້ານໂດລາ ໃຫ້ແກ່
ທ່ານ ວິກຕໍ ຢານູໂຄວິຈ໌ ທີ່ຄັ້ງນຶ່ງ ເຄີຍເປັນຜູ້ນຳຂອງຢູເຄຣນ. ຄະນະໂຄສະນາຫາສຽງ
ຂອງທ່ານ ທຣຳ ບໍ່ໄດ້ກ່ຽວຂ້ອງໃນຂໍ້ກ່າວຫາຕ່າງໆຕໍ່ທ່ານ ແມນນາຝອດ ແລະທ່ານ
ເກດສ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ວ່າ “ດັ່ງທີ່ທະນາຍຄວາມຂອງທ່ານ
ແມນນາຝອດ ໄດ້ກ່າວນັ້ນ, ມັນບໍ່ມີການສົມຮູ້ຮ່ວມຄິດ ລະຫວ່າງພວກຜູ້ຊ່ວຍຂອງທ່ານ
ທຣຳ ແລະ ຣັດເຊຍ, ແລະ ເຫດການຕ່າງໆທີ່ໄດ້ກ່າວນັ້ນ ແມ່ນໄດ້ເກີດຂຶ້ນດົນກ່ອນ
ທ່ານໄດ້ເຂົ້າຮ່ວມການໂຄສະນາຫາສຽງ.”

ທ່ານໄດ້ກ່າວເພີ່ມເຕີມວ່າ “ຂ້າພະເຈົ້າຫວັງວ່າ ປະຊາຊົນຈະເລີ່ມເພັ່ງໃສ່ການຕັດພາສີ
ຢ່າງມະຫະສານ ສຳລັບວຽກງານຂອງພວກເຮົາ ແລະ ຊົນຊັ້ນກາງ.”

ອະດີດຜູ້ຊີ້ນຳການໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ຈອຣຈ໌ ປາປາໂດປູລັອສ.
ອະດີດຜູ້ຊີ້ນຳການໂຄສະນາຫາສຽງຂອງທ່ານ ທຣຳ, ທ່ານ ຈອຣຈ໌ ປາປາໂດປູລັອສ.

ໃນຖະແຫຼງການສະບັບນຶ່ງ ກ່ຽວກັບ ຂໍ້ເທັດຈິງທີ່ຢູ່ເບື້ອງຫຼັງການຍອມ ຮັບຜິດຂອງທ່ານ
ປາປາໂດປູລັອສ ນັ້ນ, ໄອຍະການພິເສດທ່ານ ມໍລເລີ ໄດ້ໃຫ້ລາຍລະອຽດກ່ຽວກັບ
ອີເມລຫຼາຍສະບັບທີ່ທ່ານ ປາປາໂດປູລັອສ ໄດ້ສົ່ງຫາຜູ້ຊ່ວຍເຫຼືອລະດັບສູງຂອງທ່ານ
ທຣຳ ໃນລະຫວ່າງ ຈຸດສູງສຸດຂອງການໂຄສະນາຫາສຽງເລືອກຕັ້ງ ກ່ຽວກັບ ຄວາມ
ພະຍາຍາມຂອງທ່ານ ທີ່ຈະຈັດໃຫ້ມີການພົບປະລະຫວ່າງຄະນະໂຄສະນາຫາສຽງ
ທ່ານ ທຣຳ ແລະ ບັນດາເຈົ້າໜ້າທີ່ ຣັດເຊຍ, ລວມທັງ ປະທານາທິບໍດີ ວລາດິເມຍ ປູຕິນ.
ການປະຊຸມດັ່ງກ່າວ ບໍ່ເຄີຍເກີດຂຶ້ນ.

ຖະແຫຼງການບໍ່ໄດ້ກ່າວເຖິງຄະນະໂຄສະນາຫາສຽງທ່ານ ທຣຳ ໄດ້ຊ່ວຍເຫຼືອທ່ານ
ປາປາໂດປູລັອສ ສົ່ງອີເມລ ກ່ຽວກັບ ການຕິດຕໍ່ຕ່າງປະເທດຂອງທ່ານ ທີ່ປະກອບມີ
ຣັດເຊຍ, ແຕ່ໜັງສືພິມ ວໍຊິງຕັນ ໂພສ ໄດ້ກ່່າວວ່າ ເຂົາເຈົ້າໄດ້ລະບຸຊື່ທ່ານ
ແມນນາຝອດ, ທ່ານ ເກດສ, ປະທານຮ່ວມການໂຄສະນາຫາສຽງແຫ່ງຊາດ ທ່ານ ແຊມ
ໂຄລວິສ ແລະ ອະດີດປະທານການໂຄສະນາຫາສຽງທ່ານ ຄໍຣີ ເລີວານໂດສກີ ເປັນຜູ້ໄດ້
ຮັບ. ທ່ານ ໂຄລວິສ ໄດ້ເອີ້ນຄວາມພະຍາຍາຂອງທ່ານ ປາປາໂດປູລັອສ ວ່າ “ເຮັດວຽກ
ໄດ້ດີຫຼາຍ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG