ລັດຖະບານຂອງທ່ານທຣໍາໄດ້ໄລ່ສະມາຊິກທີ່ຍັງເຫລືອຢູ່ໃນສະພາທີ່ປຶກສາແກ່ປະທານາ ທິບໍດີ ກ່ຽວກັບໂຣກເອສ໌ ຫລື HIV ຊຶ່ງເອີ້ນອີກຢ່າງນຶ່ງວ່າ ແປັກຈາ (PACHA) ນັ້ນ.
ອີງຕາມການລາຍງານຂອງໜັງສືພິມ Washington Post ສະມາຊິກສະພາດັ່ງກ່າວໄດ້ຮັບຈົດໝາຍໃນອາທິດນີ້ ທີ່ເວົ້າວ່າ ການຈ້າງງານຂອງພວກເຂົາເຈົ້າ ຢູ່ໃນສະພາໄດ້ສິ້ນສຸດລົງແລ້ວ "ໂດຍມີຜົນບັງຄັບໃຊ້ໃນທັນທີທັນໃດນີ້ໂລດ."
ສະພາ PACHA ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1995 ໃນສະໄໝຂອງລັດຖະບານທ່ານຄລິນຕັນ ເພື່ອໃຫ້ຄໍາປຶກສາແກ່ທໍານຽບຂາວ ກ່ຽວກັບຍຸດທະສາດ ແລະນະໂຍບາຍດ້ານໂຣກເອດສ໌ ຫລື HIV.
ສະມາຊິກສະພາດັ່ງກ່າວ 6 ຄົນ ທີ່ບໍ່ພໍໃຈຕໍ່ການດໍາເນີນງານຂອງທໍານຽບຂາວກ່ຽວກັບນະໂຍບາຍທາງສາທາລະນະສຸກ ໄດ້ພາກັນລາອອກການໃນເດືອນມິຖຸນາຜ່ານມາ. ທ່ານ
Scott Schoettes, ທະນາຍຄວາມຢູ່ອົງການທີ່ປຶກສາທາງກົດໝາຍ Lambda, ຊຶ່ງເປັນອົງການ ທີ່ປົກປ້ອງສິດຂອງພວກຮັກຮ່ວມເພດ ຫລື LGBT ແມ່ນຜູ້ນຶ່ງໃນຈໍານວນພວກ
ທີ່ລາອອກນັ້ນ.
ທ່ານຂຽນໃນວາລະສານ Newsweek ໃນຕອນນັ້ນວ່າ ປະທານາທິບໍດີສະຫະລັດ ທ່ານ
ດໍໂນລ ທຣໍາ "ຕັ້ງບໍ່ໃຫ້ຄວາມສົນໃຈຕໍ່" ຄົນທີ່ເປັນໂຣກເອດສ໌ ຫລື HIV. ທ່ານ
Schoettes ຍັງເວົ້າອີກວ່າ ຄະນະລັດຖະບານຂອງທ່ານທຣໍາ "ພັກດັນໃຫ້ມີນິຕິກໍາ ທີ່ຈະ
ສ້າງຄວາມເສຍຫາຍໃຫ້ແກ່ຄົນທີ່ດໍາລົງຊີວິດກັບເຊື້ອ HIV ແລະເຮັດໃຫ້ຄວາມກ້າວໜ້າ
ທີ່ສໍາຄັນທີ່ຍາດມາໄດ້ໃນການຕໍ່ສູ້ກັບພະຍາດນີ້ໃຫ້ຢຸດສະງັກລົງ ຫລືບໍ່ກໍໄດ້ຕ່າວປີ້ນມັນ."
ທ່ານໄດ້ກ່າວຕໍ່ໜັງສືພິມ Washington Post ໃນວັນສຸກວານນີ້ວ່າ, "ຈຸດຕ່າວປີ້ນສໍາລັບຂ້າພະເຈົ້າກໍຄື ແນວທາງຂອງປະທານາທິບໍດີ ຕໍ່ກົດໝາຍຮັກສາສຸຂະພາບໃນລາຄາຍ່ອຍເຍົາ ຫລື Affordable Care Act," ທີ່ທ່ານເວົ້າວ່າ "ມັນມີຄວາມສໍາຄັນຫລາຍຕໍ່ຄົນທີ່ເປັນໂຣກເອດສ໌ ເຊັ່ນດຽວກັບຂ້າພະເຈົ້າເອງ."
ທ່ານ Schoettes ກ່າວຢູ່ໃນວາລະສານ Newsweek ວ່າ ຄົນສ່ວນຫລາຍໃນສັງຄົມບໍ່ຮູ້ເລີຍວ່າ “ມີແຕ່ປະມານ 40 ເປີເຊັນຂອງຄົນທີ່ເປັນໂຣກເອດສ໌ ຢູ່ສະຫະລັດເທົ່ານັ້ນທີ່ໄດ້ຮັບຢາທີ່ຊ່ວຍໃຫ້ມີຊີວິດຢູ່ໄດ້ ທີ່ມີໄວ້ໃຫ້ຄົນໃຊ້ເປັນເວລານານກວ່າ 20 ປີນັ້ນ - ມັນເປັນເລື່ອງທີ່ຮັບເອົາບໍ່ໄດ້ ທີ່ປະທານາທິບໍດີສະຫະລັດບໍ່ຮູ້ຈັກຄວາມເປັນຈິງດັ່ງກ່າວນີ້ ແລ້ວສ້າງຕັ້ງລັດຖະບານທີ່ບໍ່ໃຫ້ຄວາມສໍາຄັນຕໍ່ການຕໍ່ສູ້ຕ້ານການລະບາດຂອງພະຍາດນີ້ ແລະສາເຫດທີ່ພາໃຫ້ເປັນພະຍາດນີ້ ຫລືບໍ່ກໍໄດ້ປະຕິບັດນະໂຍບາຍ ແລະໃຫ້ການສະໜັບສະໜຸນແກ່ນິຕິກໍາ ທີ່ຈະຕ່າວປີ້ນຄວາມກ້າວທີ່ຍາດມາໄດ້ໃນຊຸມປີຜ່ານມານີ້.”
ທ່ານ B. Kaye Hayes, ຜູ້ອໍານວຍການດ້ານບໍລິຫານຂອງ PACHA ເວົ້າຢູ່ໃນຖະ
ແຫລງການສະບັບນຶ່ງວ່າ ການໄລ່ຄົນອອກການຖືວ່າເປັນສ່ວນນຶ່ງຂອງຄວາມພະ
ຍາຍາມຂອງທໍານຽບຂາວ ທີ່ຈະ “ເອົາປາກສຽງຂອງຄົນອື່ນເຂົ້າມາ.”
ແຕ່ວ່າ ຢູ່ໃນຖະແຫລງການສະບັບນຶ່ງທີ່ເຜີຍແຜ່ອອກໃນວັນສຸກວານນີ້ ດຣ. David
Kilmnick, ຜູ້ອໍານວຍການດ້ານບໍລິຫານຂອງ ເຄືອຂ່າຍຄົນຮັກຮ່ວມເພດ ຢູ່ນະຄອນ
ນີວຢອກຜັດເຫັນການເຄື່ອນໄຫວດັ່ງກ່າວແຕກຕ່າງກັນໄປ. ການໄລ່ສະມາຊິກຂອງ
ສະພາອອກແມ່ນ “ເປັນການກະທໍາແປກປະຫລາດ ແລະຊົ່ວຮ້ານອີກອັນນຶ່ງຂອງ
ລັດຖະບານທ່ານທຣໍາ ຢູ່ໃນຄວາມພະຍາຍາມຂອງທ່ານທີ່ມີມາເປັນເວລານຶ່ງປີ
ເພື່ອລົບລ້າງປະຊາຄົມຮັກຮ່ວມເພດ ແລະສ້າງບັນຫາທີ່ມີຜົນກະທົບຕໍ່ພວກເຮົາ.”