ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ບໍ່​ຖືສຳຄັນ ລາຍ​ງານ​ຂ່າວໃໝ່​ທີ່​​ວ່າ ທ່ານ​ເປັນໜີ້ບຸນຄຸນ​ ທ່ານ​ປູ​ຕິນ ​


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທຣໍາ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ເດີ່ນ​ຫຍ້າ​ທຳ​ນຽບ​ຂາວ ວັນ​ອາທິດ ທີ 6 ມັງ​ກອນ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທຣໍາ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ຢູ່​ເດີ່ນ​ຫຍ້າ​ທຳ​ນຽບ​ຂາວ ວັນ​ອາທິດ ທີ 6 ມັງ​ກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທຣໍາ ບໍ່​ຖືສຳຄັນຕໍ່ລາຍ​ງານ​ຂ່າວ​ທີ່ວ່າ ທ່ານ​ເປັນໜີ້ບຸນຄຸນຣັດ​
ເຊຍ ແລະ​ປະ​ທາ​ນາ​ທິ​ບໍ​ດີ ວ​ລາ​ເດີ​ເມຍ ປູ​ຕິນ ຫຼື​ຊຸກ​ເຊື່ອງເລື້ອງ​ການ​ສົນ​ທະ​ນາ​ສ່ວນ
​ໂຕ​ກັບ​ຜູ້​ນຳ​ຣັດ​ເຊຍ ຫ້າ​ເທື່ອ​ທີ່​ພວກເພິ່ນ​ໄດ້​ພົບ​ກັນ ຮວມ​ທັງ​ການ​ພົບ​ປະຢູ່ກອງ​ປະ
​ຊຸມ​ສຸດຍອດ​ໃນ​ເດືອນ​ກໍ​ລະ​ກົດ​ທີ່​ນະ​ຄອນແຮ​ລ​ຊິນ​ກີນຳ.

​ໃນ​ຕອນ​ແລງວັນ​ເສົາຜ່ານມາ ໂຄ​ສົກ​ລາຍ​ການ​ສົນ​ທະ​ນາ​ຢູ່ໂທ​ລະ​ພາບ​ຟ້ອກ​ສ​ນິວ​ສ໌
ຍາ​ນາງ​ຈີ​ນິນ ປີ​ຣ​ໂຣ ໄດ້ຖາມ​ໂດຍ​ກົງວ່າ ປັດ​ຈຸ​ບັນ​ນີ້​ທ່ານ ຫຼືແຕ່ກ່ອນມາ​ເຄີຍ​ໄດ້​ເຮັດ
​ວຽກ​ໃຫ້​ແກ່​ຣັດ​ເຊຍ​ບໍ່ ທ່ານ​ທ​ຣຳ​ຕອບ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເປັນ​ສິ່ງ​ທີ່​ດູ​ໝິ່ນ​ທີ່​ສຸດ ທີ່​
ຂ້າ​ພະ​ເຈົ້າ​ໄດ້​ຖືກ​ຖາມແນວນັ້ນ.”

ຜູ້​ນຳ​ສະ​ຫະ​ລັດ​ກ່າວ​ວ່າ “ຖ້າ​ເຈົ້າ​ຖາມ​ຄົນ​ຢູ່ໃນ​ຣັດ​ເຊຍ ຂ້າ​ພ​ະ​ເຈົ້າ​ເຄີຍ​ເຄັ່ງ​ຄັດ​ກວ່າ
ຜູ້​ໃດ​ໝົດ ກ່ຽວ​ກັບ​ຣັດ​ເຊຍ ກວ່າ​ຄົນ​ອື່ນໆ ອາດ​ຈະ​ກວ່າ​ປະ​ທາ​ນາ​ທິ​ບໍ​ດີຄົນ​ອື່ນໆທັງ
​ໝົດ ແຕ່​ແນ່ນອນ​ວ່າ ປະ​ທາ​ນາ​ທິບໍ​ດີ​ສອງ​ສາມ​ຄົນ​ທີ່​ຜ່ານ​ມາ ບັນ​ດາ​ປະ​ທາ​ນາ​ທິ​ບໍ​ດີ​
ສະ​ໄໝ​ໃໝ່. ບໍ່​ມີ​ໃຜເຄັ່ງ​ຄັດ​ຄື​ກັບຂ້າ​ພະ​ເຈົ້າ​ຢູ່​ໃນ​ຈຸດ​ໃດໆທັງສິ້ນ.

ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ເວີ​ຈີ​ເນຍ ທ່ານ​ມາ​ຣ​ກ໌ ວໍ​ເນີ ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ຄະ​ນະ​ກຳ​ ມະ​ການ​ສືບ​ລັບ​ສະ​ພາ​ສູງ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 27 ກັນ​ຍາ 2017.
ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ເວີ​ຈີ​ເນຍ ທ່ານ​ມາ​ຣ​ກ໌ ວໍ​ເນີ ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ຄະ​ນະ​ກຳ​ ມະ​ການ​ສືບ​ລັບ​ສະ​ພາ​ສູງ ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ວັນ​ທີ 27 ກັນ​ຍາ 2017.

ປະ​ທາ​ນາ​ທິບໍດີ​ທ​ຣຳ ໄດ້​ມີ​ປະ​ຕິ​ກິ​ລິ​ຍາ​ຕໍ່​ລາຍ​ງານ​ຢູ່ໃນໜັງ​ສື​ພິມ​ນິວຢອກ​ໄທ​ມ໌ ທີ່​ວ່າ​
ພວກ​ເຈົ້າ​ໜ້​າ​ທີ່ສັນ​ຕິ​ບານ​ກາງ ໄດ້​ເລີ້ມ​ສືບ​ສວນ​ວ່າທ່ານ “ໄດ້​ຮູ້​ເຫັນວ່າ​ມີການ​ເຮັດ​
ວຽກ​ໃຫ້ຣັດ​ເຊຍ ຫຼື​ບໍ່ໄດ້ຕັ້ງ​ໃຈ​ຕົກ​ໄປ​ຢູ່​ພາຍ​ໃຕ້​ການ​ແຊກ​ແຂງ​ຂອງ​ຣັດ​ເຊຍ” ເພ​າະ
​ວ່າ​ເຂົາ​ເຈົ້າ​ໄດ້​ຕື່ນ​ຕົກ​ໃຈ​ໂດຍ​ການ​ປະ​ພຶດ​ຂອງ​ທ່ານ​ທ​ຣຳ ຫຼັງ​ຈາກ​ທ່ານ​ໄດ້​ປົດ​ຕຳ​
ແໜ່ງ​ອະ​ດີດ​ຫົວ​ໜ້າ​ສັນ​ຕິ​ບານ​ກາງ​ ຫຼື FBI ທ່ານ​ເຈມ​ສ໌ ໂຄ​ມີ ໃນ​ເດືອນ​ພຶດ​ສະ​ພາ​
2017 ເວ​ລາ​ທ່ານ​ໄດ້​ນຳ​ພາ​ການ​ສືບ​ສວນ​ກ່ຽວກັບ​ການ​ແຊກ​ແຊງ​ຂອງຊາວຣັດ​ເຊຍ
ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ໃນ​ປີ 2016.

ຮູບ​ພາບ ວັນ​ຈັນ ວັນ​ທີ 16 ກໍ​ລະ​ກົດ 2018 ທີ່​ເຫັນ​ປະ​ທາ​ນາ​ທິ​ບໍ​ດ​ີ​ດໍ​ໂນ​ລ ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີ ວ​ລ​າ​ເດີ​ເມຍ ປ​ູ​ຕິນ ພົບ​ປະ​ກັນ​ທີ່ ທຳ​ນຽວ​ແຮ​ລ​ຊິນ​ກີ Palace ປະ​ເທດ​ຟິນ​ແລນ.
ຮູບ​ພາບ ວັນ​ຈັນ ວັນ​ທີ 16 ກໍ​ລະ​ກົດ 2018 ທີ່​ເຫັນ​ປະ​ທາ​ນາ​ທິ​ບໍ​ດ​ີ​ດໍ​ໂນ​ລ ທ​ຣຳ ແລະ​ປະ​ທາ​ນາ​ທິ​ບໍ​ດີ ວ​ລ​າ​ເດີ​ເມຍ ປ​ູ​ຕິນ ພົບ​ປະ​ກັນ​ທີ່ ທຳ​ນຽວ​ແຮ​ລ​ຊິນ​ກີ Palace ປະ​ເທດ​ຟິນ​ແລນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ກ່າວ​ວ່າ “ມັນ​ເປັນ​ເລື້ອງ​ຮ້າຍ​ແຮງ​ທີ່​ເຂົາ​ເຈົ້າ​ກ່າວຫາ. ເຂົາ​ເຈົ້າ
​ເປັນ​ໜັງ​ສື​ພິມ​ທີ່​ພິນາດ​ອີ່​ຫຼີ.”

ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ເວີ​ຈີ​ເນຍ ທ່ານ​ມາ​ຣ​ກ໌ ວໍ​ເນີ ຜູ້​ນຳ​ພັກ​ເດ​ໂມ​ແຄ​ຣັດ ຄະ​ນະ​ກຳ​
ມະ​ການ​ສືບ​ລັບ​ສະ​ພາ​ສູງ ທີ່​ໄດ້​ສືບ​ສວນ​ທ່ານ​ທ​ຣຳ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ທີ່​ເຊື່ອມ
​ໂຍງ​ກັບ​ຣັດ​ເຊຍ ໄດ້​ກ່າວ​ຕໍ່​ໂທ​ລະ​ພ​າບ CNN ໃນ​ວັນ​ອາ​ທິດ​ວານ​ນີ້ວ່າ ເວ​ລາ​ນັ້ນ​
ທ່ານ​ທ​ຣຳ​ໄດ້ “ເກືອບວ່າ​ໄດ້ເຮັດຕາມ” ນະ​ໂຍ​ບາຍ​ຂອງ​ທ່ານ​ປູ​ຕິນທຸກສິ່ງທຸກຢ່າງ.

ານ​ຂ່າວ​ນີິ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG