ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະລັດຖະບານຂອງທ່ານ ກ່າວໃນວັນ
ສຸກວານນີ້ວ່າ ສະຫະລັດບໍ່ໄດ້ພົວພັນ ກັບສົງຄາມການຄ້າ ກັບຈີນ ເຖິງແມ່ນວ່າ ທ່ານ
ທຣໍາ ໄດ້ຂົ່ມຂູ່ ທີ່ຈະວາງມາດຕະການເກັບພາສີເພີ້ິມ 100 ພັນລ້ານໂດລາ ຕໍ່ສິນຄ້າ
ຂາເຂົ້າຈາກຈີນ ແລະປັກກິ່ງໄດ້ປະກາດວ່າຕົນພ້ອມແລ້ວ ທີ່ຈະຕໍ່ສູ້ຄືນ.
ຫົວໜ້າທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ທ່ານແລຣີ ຄຸດໂລ ຮັບຮູ້ເຖິງການ
ເປັນຫ່ວງເພີ້ມຂຶ້ນ ກ່ຽວກັບການໃຊ້ສຳນວນໂວຫານ ລະຫວ່າງວໍຊິງຕັນ ແລະ ປັກກິ່ງ
ໂດຍເວົ້າວ່າ “ນີ້ເປັນພຽງແນວຄິດ ທີ່ໄດ້ມີການສະເໜີໄປ ຊຶ່ງຈະກວດກາໂດຍຜູ້ຕາງ
ໜ້າທາງດ້ານການຄ້າຂອງສະຫະລັດ ແລະຫຼັງຈາກນັ້ນກໍເປີດຮັບຟັງຄຳເຫັນຂອງ
ປະຊາຊົນ ດັ່ງນັ້ນ ຈຶ່ງບໍ່ມີຫຍັງເກີດຂຶ້ນເທື່ອໃນເວລານີ້ ຍັງບໍ່ມີການດຳເນີນການຫຍັງ.”
ທີ່ປຶກສາດ້ານເສດຖະກິດກ່າວວ່າ ການລັກຂະໂມຍຊັບສິນທາງດ້ານສະຕິປັນຍາຂອງ
ປັກກິ່ງ ແມ່ນ “ຮາກເຫງົ້າ” ໃນຄວາມເປັນຫ່ວງຂອງສະຫະລັດ ແລະກ່າວເພີ້ມວ່າ
“ພວກເຮົາບໍ່ສາມາດອະນຸຍາດໃຫ້ຈີນ ລັກຂະໂມຍເອົາເທັກໂນໂລຈີຂອງພວກເຮົາ
ເພາະວ່າ ເວລາທີ່ເຂົ້າເຈົ້າ ລັກຂະໂມຍເອົາເທັກໂນໂລຈີຂອງພວກເຮົາ ເຂົາເຈົ້າໄດ້
ລັກເອົາເຄື່ອງໃນອະນາຄົດຂອງຊາວອາເມຣິກັນ.”
ທີ່ປຶກສາຍັງກ່າວຢ້ຳວ່າ ທ່ານທຣໍາ ແລະປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ມີ
ຄວາມສຳພັນທີ່ດີ ແລະ “ຫາລືສົນທະນາທີ່ອາດແກ້ໄຂບັນຫາຫຼາຍໆຢ່າງ ແຕ່ພວກ
ເຮົາຖືເປັນເລຶ່ອງເວົ້າແທ້. ຂ້າພະເຈົ້າພຽງເນັ້ນຢໍ້າເລື່ອງນີ້ວ່າ ພວກເຮົາເວົ້າແທ້.”
ທຳນຽບຂາວໄດ້ຖີ້ມໂທດໃສ່ຈີນໃນເລື້ອງການຄ້າ ທີ່ຕົນກ່າວວ່າ ຜິດກົດໝາຍ ແລະ
ບໍ່ເປັນທຳ.
ໂຄສົກທຳນຽບຂາວທ່ານນາງຊາຣາ ແຊນເດີຣສ໌ ກ່າວໃນລະຫວ່າງ ການຖະແຫຼງ
ຂ່າວໃນວັນສຸກວານນີ້ວ່າ “ຈີນໄດ້ສ້າງບັນຫາ ແລະປະທານາທິບໍດີກຳລັງພະຍາຍາມ
ຫາທາງກົດດັນ ໃຫ້ເຂົາເຈົ້າແກ້ໄຂເລື່ອງນີ້ ແລະຢຸດເຊົາການປະຕິບັດທີ່ບໍ່ດີນ ທີ່ເຂົາ
ເຈົ້າເຮັດຜ່ານມາໄດ້ຫຼາຍທົດສະວັດແລ້ວນັ້ນ.
ທ່ານນາງແຊນເດີຣສ໌ ກ່າວວ່າ ສະຫະລັດ ແລະຈີນມີການຕິດຕໍ່ກັນເປັນປະຈຳ ແຕ່
ວ່າ “ນີ້ເປັນໄລຍະໃນການເຈລະຈາ ເພາະສະນັ້ນ ມັນບໍ່ເກີດຂຶ້ນໂດຍທັນທີ ແລະມັນ
ມີຂັ້ນຕອນ ແລະພວກເຮົາຈະຜ່ານຂັ້ນຕອນດັ່ງກ່າວນີ້.”
ໃນຂະນະດຽວກັນປັກກິ່ງ ກໍບໍ່ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈທີ່ຈະຜ່ອນຜັນກ່ຽວກັບເລື້ອງນີ້.