ໃນຂະນທີ່ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ໄຕ່ຕອງເບິ່ງຄວາມເປັນ
ໄປໄດ້ ໃນການໂຈມຕີທາງທະຫານ ຕໍ່ເກົາຫຼີເໜືອຢູ່ນັ້ນ ກອງທັບຂອງທ່ານ ພ້ອມດ້ວຍ
ເກົາຫຼີໃຕ້ ແລະ ຍີ່ປຸ່ນ ກໍໄດ້ທຳການສະແດງແສນຍານຸພາບຮ່ວມ ຕໍ່ພຽງຢາງ ດ້ວຍການ
ຊ້ອມຍິງລູກສອນໄຟ ຢູ່ນອກຊາຍຝັ່ງ ທາງກ້ຳຕາເວັນອອກ ແລະ ຕາເວັນຕົກ ຂອງ
ແຫຼມເກົາຫຼີ ໃນວັນອັງຄານວານນີ້.
ທ່ານທຣຳ ໃນຂະນະທີ່ພົບປະກັບບັນດາສະມາຊິກ ທີມງານດ້ານຄວາມໝັ້ນຄົງ
ແຫ່ງຊາດ ຂອງທ່ານ ໄດ້ປຶກສາຫາລືກ່ຽວກັບ “ທາງເລືອກຕ່າງໆ ເພື່ອຕອບໂຕ້ຕໍ່
ທຸກຮູບແບບ ໃນການຮຸກຮານ ຂອງເກົາຫຼີເໜືອ ຫຼື ຖ້າຫາກຈຳເປັນ ກໍເພື່ອສະກັດກັ້ນ
ບໍ່ໃຫ້ເກົາຫຼີເໜືອ ຂົ່ມຂູ່ ສະຫະລັດ ແລະ ບັນດາພັນທະມິດຂອງຕົນ ດ້ວຍອາວຸດ
ນິວເຄລຍ” ອີງຕາມການຖະແຫລງ ຂອງໂຄສົກທຳນຽບຂາວ ທ່ານນາງ Sara
Huckabee Sanders.
ທ່ານ Daniel Pinkston ນັກວິເຄາະ ດ້ານຄວາມໝັ້ນຄົງໃນຂົງເຂດ ຢູ່ທີ່ມະຫາ
ວິທະຍາໄລ Troy ໃນນະຄອນຫຼວງໂຊລ ກ່າວວ່າ “ຂ້າພະເຈົ້າ ສັນນິດຖານວ່າ ອັນນີ້
ຕ້ອງເປັນການອ້າງເຖິງ ການສະກັດກັ້ນ ລ່ວງໜ້າ ຕໍ່ການໂຈມຕີ ຂອງເກົາຫຼີເໜືອ
ທີ່ອາດຈະມີຂຶ້ນໃນໃກ້ໆນີ້.”
ທ່ານປະທານາທິບໍດີ ຊຶ່ງຢູ່ໃນກອງປະຊຸມດັ່ງກ່າວ ໄດ້ຮັບການຊີ້ແຈງຈາກລັດຖະມົນຕີ
ປ້ອງກັນປະເທດ ທ່ານ James Mattis ແລະ ປະທານເສນາທິການ ຮ່ວມນາຍພົນ
Joseph Dunford ອີງຕາມທຳນຽບຂາວ.
ກອງປະຊຸມດັ່ງກ່າວ ມີຂຶ້ນພ້ອມໆກັນກັບ ການຊ້ອມລົບທາງອາກາດ ສອງຄັ້ງຢູ່ນອກ
ຝັ່ງທະເລຍີ່ປຸ່ນ ແລະ ທະເລເຫຼືອງ ໂດຍເຮືອບິນຖິ້ມລະເບີດຍຸດທະສາດ ແລະ ເຮືອບິນ
ລົບອາຍພົ່ນ ຂອງພັນທະມິດ.
ການຊ້ອມລົບດັ່ງກ່າວ ເປັນການປະສົມປະສານການຝຶກແອບ ໃນຕອນກາງຄືນ ເທື່ອ
ທຳອິດ ຂອງຝຸງບິນສະຫະລັດ ເກົາຫຼີໃຕ້ ແລະ ຍີ່ປຸ່ນ ອີງຕາມທຳນຽບຫ້າແຈ. ການ
ຊ້ອມລົບນີ້ ແມ່ນພົວພັນກັບເຮືອບິນຖິ້ມລະເບີດ B-1B Lancer ສອງລຳ ທີ່ໄດ້ທຳ
ການໂຈມຕີ ດ້ວຍລູກສອນໄຟ ຈາກອາກາດສູ່ພື້ນດິນ ພ້ອມກັບເຮືອ ບິນອາຍພົ່ນ
F-15K ຂອງເກົາຫຼີໃຕ້ ຢູ່ເທິງທະເລຢີ່ປຸ່ນ ຊຶຶ່ງຕໍ່ຈາກນັ້ນ ໄດ້ບິນຂ້າມຜ່ານສ່ວນນຶ່ງ
ຂອງແຫຼມເກົາຫຼີທາງພາກໃຕ້.
ທ່ານ Patrick Applegate ພົນຕີກອງທັບອາກາດສະຫະລັດ ກ່າວວ່າ “ການບິນ
ແລະ ການຝຶກແອບ ໃນຍາມກາງຄືນ ກັບພັນທະມິດຂອງພວກເຮົາ ໃນສະພາບ
ການ ທີ່ປອດໄພ ທີ່ມີປະສິດທິພາບ ແມ່ນຄວາມອາດສາມາດທີ່ສຳຄັນ ທີ່ແບ່ງປັນ
ໃຫ້ກັນແລະກັນ ລະຫວ່າງ ສະຫະລັດ ຍີ່ປຸ່ນ ແລະ ສາທາລະນະລັດ ເກົາຫຼີ ແລະ
ສ້າງຄວາມເຂັ້ມແຂງ ໃນດ້ານຍຸດທະວິທີການບິນ ຂອງແຕ່ລະປະ ເທດ. ອັນນີ້
ເປັນການສາທິດໃຫ້ເຫັນ ຢ່າງຈະແຈ້ງ ໃນຄວາມອາດສາມາດຂອງພວກເຮົາ
ທີ່ຈະດຳເນີນການປະຕິບັດການ ທີ່ມີປະສິດທິພາບຮ່ວມກັນກັບພັນທະມິດຂອງ
ພວກເຮົາ ໃນທຸກເວລາ ໃນທຸກຫົນແຫ່ງ.”
ເຮືອບິນຖິ້ມລະເບີດຂອງສະຫະລັດ ແລະເກົາຫຼີໃຕ້ ຫລັງຈາກນັ້ນກໍໄດ້ທຳການຝຶກຊ້ອມ
ເທື່ອທີສອງ ຢູ່ເທິງທະເລເຫຼືອງ ອີງຕາມເສນາທິການປະສົມຂອງກອງທັບເກົາຫຼີໃຕ້.